ທ້າຍອາທິດຜ່ານມານີ້, ເມືອງ ຕົ້ນເຜິ້ງ ໄດ້ຈັດພິທີທຳລາຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ – ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມ ທີ່ຫ້ອງການສາທາລະນະສຸກເມືອງ. ໃຫ້ກຽດເຂົ້າຮ່ວມ ເປັນປະທານໂດຍ ທ່ານນາງ ສາຍຊົນ ອຸ່ນອົກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ຕົ້ນເຜິ້ງ, ມີ ທ່ານ ທອງຄຸນ ໄຍສະຫວັນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ,
ທຸລະກິດ & ເສດຖະກິດ
ອະນຸຍາດ ໃຫ້ຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໄດ້ແລ້ວ!
ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ
ຫວຽດນາມ ເປັນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ໃນ ລາວ
ມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2021 ມູນຄ່າການຄ້າລາວ-ຫວຽດນາມ ສາມາດບັນລຸໄດ້ຫຼາຍກວ່າ 1.37 ຕື້ໂດລາ ເພີ່ມຂຶ້ນ 33.32% ທຽບໃສ່ປີ 2020 ຊຶ່ງເປັນມູນຄ່າສູງ ທີ່ສຸດໃນຮອບ 10 ປີ. ຂະນະດຽວກັນຫວຽດນາມເປັນອັນດັບທີ 3 ຂອງການລົງທຶນຂອງຕ່າງປະເທດໃນ ສປປ ລາວ ຊຶ່ງມີ 1,272
ອັດຕາເງິນເຟີ້ໃນເດືອນ ພຶດສະພາ ເພີ່ມຂຶ້ນເປັນ 12,8% ສູງສຸດໃນຮອບ 15 ປີ
ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນ ພຶດສະພາ ປີ 2022 ຂອງສູນສະຖິຕິແຫ່ງຊາດ (ສຖຕ) ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍວ່າ: ສະພາບອັດຕາເງິນເຟີ້ ໃນເດືອນ ພຶດສະພາ 2022 ເພີ່ມຂຶ້ນເປັນ 12.8% ເມື່ອທຽບປີຕໍ່ປີ ຫຼື ທຽບໃສ່ເດືອນດຽວກັນຂອງປີຜ່ານມາ (ເດືອນ 5 ປີ 2021
ລາຄາຜະລິດຕະພັນ ລາສຕິກ ໃນທົ່ວໂລກຈະປັບຕົວສູງຂຶ້ນ
ຂ່າວສານ ຊີອາໄອ ລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ອົງການເພື່ອການຮ່ວມມື ແລະ ການພັດທະນາທາງດ້ານເສດຖະກິດ (OECD) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ເມື່ອຮອດປີ 2060, ຜົນຜະລິດ ພລາສຕິກໃນທົ່ວໂລກຈະບັນລຸເຖິງ 1.2 ຕື້ໂຕນ ເກືອບເປັນ 3 ເທົ່າຂອງປັດຈຸບັນ; ຖ້າຫາກວ່າບໍ່ຍົກສູງປະສິດທິພາບການນຳໃຊ້ແບບໝູນວຽນອີກ ເມື່ອຮອດເວລານັ້ນ, ຈຳນວນຂີ້ເຫຍື້ອພລາສຕິກກໍຈະເພີ່ມຂຶ້ນເກືອບ 2 ເທົ່າ. ອີງຕາມຂໍ້ມູນຂອງ
ລັດ ສົ່ງເສີມການປູກ-ຜະລິດຊາ ເປັນສິນຄ້າສົ່ງອອກ ຕິດພັນການທ່ອງທ່ຽວ
ກອງປະຊູມປຶກສາຫາລືດ້ານການພັດທະນາຂະແໜງຊາ ລາວ ພາຍໃຕ້ຄວາມຮັບຜິດຊອບຂອງໂຄງການສ້າງຄວາມເຂັ້ມແຂງ ໃນການຜະລິດໃບຊາ ເປັນສິນຄ້າ (Mekong Tea Project) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 3-5 ມິຖຸນາ 2022 ທີ່ສູນການຄ້າລາວ ໄອເຕັກ, ນະຄອນຫລວງ ວຽງຈັນ ໂດຍການເປັນປະທານເປີດຂອງທ່ານ ປອ.ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ, ກະຊວງ ກະສິກຳ ແລະ ປ່າໄມ້
ເມືອງ ນອງ ທຳລາຍສິນຄ້າເກືອດຫ້າມ-ເສື່ອມຄຸນະພາບ
ຫວ່າງບໍ່ດົນມານີ້ ທີ່ຈຸດຖິ້ມຂີ້ເຫຍື້ອຂອງເມືອງ ທີ່ຕັ້ງຢູ່ບ້ານ ຫີນສະຫວ່າງ, ເມືອງ ນອງ, ແຂວງ ສະຫວັນນະເຂດ ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນະພາບ, ສິນຄ້າເກືອດຫ້າມ, ໝົດອາຍຸ, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງນອງ, ມີຫົວໜ້າ-ຄະນະຫ້ອງການ ແລະ ພາກສ່ວນຫ້ອງການທີ່ກ່ຽວຂ້ອງເຂົ້າ ຮ່ວມນຳ. ທ່ານ
ການຮ່ວມມື ດ້ານພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ລາວ-ຫວຽດນາມ ມີຫຼາຍດ້ານພົ້ນເດັ່ນ
ຕະຫຼອດໄລຍະ 60 ປີ, ແຫ່ງການສ້າງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ແລະ 45 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງອັດຕະປື ຮ່ວມມືກັບແຂວງແຮກສຽວ ໃນພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ ມາຮອດປັດຈຸບັນມີ 8 ແຂວງ ແລະ 2
ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ ກີບ-ບາດ ເພື່ອຊໍາລະສະສາງລະຫວ່າງກັນ
ໃນໂອກາດ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ລະຫວ່າງວັນທີ 1-2 ມິຖຸນາ 2022 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ
ຍີ່ປຸ່ນ ປັບເພີ່ມງົບພິເສດປະມານ 2.7 ພັນຕື້ເຢນ ຮັບມືລາຄາອາຫານ-ນ້ຳມັນເຊື້ອໄຟແພງ
ຕາມຂ່າວຈາກ ໂຕກຽວ,ວັນທີ 31 ພຶດສະພາ ນີ້ີ້ (https://www.infoquest.co.th/2022/204420), ລັດຖະສະພາ ຍີ່ປຸ່ນ ປະກາດ ໃຊ້ງົບປະມານລາຍຈ່າຍພິເສດ ເພີ່ມຂຶ້ນອີກ 2.7 ພັນຕື້ເຢນ ໃນປີ ງົບປະມານ 2022 ເພື່ອຮັບມືກັບລາຄາອາຫານ ແລະ ນ້ຳມັນເຊື້ອໄພປັບຕົວ ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໃນສະພາບການໂລກພວມຮ້ອນແຮງຈາກສົງຄາມ ຫລັງຈາກ ຜ່ານການຕົກລົງເຫັນດີ ງົບປະມານລາຍຈ່າຍເພີ່ມຕື່ມ










