ປກສ ບໍ່ແກ້ວ ຢຶດຢາເສບຕິດ 33 ລ້ານກວ່າເມັດ

ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 23 ກັນຍາ 2022, ເຈົ້າໜ້າທີ່ວິຊາສະ ເພາະ ປກສ ແຂວງບໍ່ແກ້ວ ໄດ້ຢຶດຢາເສບຕິດລາຍໃຫຍ່ໄດ້ 33 ລ້ານກວ່າເມັດ ແລະ ຈັບກຸມຜູ້ຖືກຫາໄດ້ 2 ຄົນ ແລະ ກຳລັງເລັ່ງຊອກຈັບເປົ້າໝາຍທີ່ກ່ຽວຂ້ອງມາລົງໂທດ. ຜູ້ຖືກຫາທີ່ຈັບໄດ້ ຊື່ທ້າວ ສົມຫວັງ

ອ່ານເພີ່ມ...

ປກສ ແຂວງ ບໍລິຄໍາໄຊ ຢຶດກາເຟ ປະສົມຢາເສບຕິດ ຫລາຍຮ້ອຍຊອງ

ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນວັນທີ 26 ກັນຍາ ຜ່ານມາ, ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດກະເຟ ທີ່ປະສົມສານເສບຕິດ(ກະເຟມ່ວນ) ມາຈາກນະຄອນຫລວງວຽງຈັນ ໄປຫາບ້ານວຽງຄໍາ

ອ່ານເພີ່ມ...

ເປີດໂຕແລ້ວ! ປາກປາແດກເພື່ອນວິນ ປາແດກຂອງຄົນລາວ ເພື່ອສັງຄົມລາວ

ໃນວັນທີ 28 ກັນຍາ ນີ້, ທີ່ຕະຫຼາດເຊົ້າ Shopping mall ຊັ້ນ 1 ໄດ້ມີການຈັດການເປີດນໍ້າປາແດກປາແດກຂອງຄົນລາວ ເພື່ອສັງຄົມລາວ ສຳຫລັບ “ປາກປາແດກເພື່ອນວິນ” ໂດຍໄດ້ຄັດສັນປາແກ້ວພຣີມ້ຽມຄຸນນະພາບ ຜ່ານການໝັກພິເສດ ໂດຍໄດ້ເລືອກເອົາໂຮງງານທີ່ໄດ້ມາດຕະຖານ ແລະ ມີປະສົບການຫຼາຍກວ່າ 40 ກວ່າປີ ປະສົມປະສານຄວາມຕັ້ງໃຈ ຄິດຄົ້ນສູດປາແດກທີ່ເຂັ້ມຂຸ້ນແຊບນົວເຖິງໃຈ ແລະ ຖືກປາກຄົນລາວທີ່ສຸດ

ອ່ານເພີ່ມ...

ຊ່ວງເຮືອທ່າວັດຈັນ ປີນີ້ ມີເຮືອແຈ້ງເຂົ້າຮ່ວມຊີງໄຊແລ້ວເຖິງ 40 ລຳ

ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະເປີດສາກຂຶ້ນໃນວັນທີ 10 ຕຸລານີ້ ຊຶ່ງມີການຊິງໄຊພຽງແຕ່ 3 ລາຍການ ແຕ່ປີນີ້ບໍ່ມີເຮືອສູດ ຂະນະທີ່ປັດຈຸບັນມີບັນດາພາກສ່ວນແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນເຖິງ 40 ລຳແລ້ວ, ໃນນີ້ເຮືອກິລາ ມີ 20 ລຳ ແລະ

ອ່ານເພີ່ມ...

ອັດຕະປື ສືບຕໍ່ເສີມກໍາລັງ ເພື່ອຊ່ວຍເຫລືອປະຊາຊົນ

ອີງຕາມການລາຍງານຂອງ ພະແນກ ຮສສ ແຂວງ ອັດຕະປື ໃນນາມກອງເລຂາ, ຜູ້ປະຈຳການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໃນຕອນແລງວັນທີ 28 ກັນຍາ 2022 ນີ້, ແຂວງອັດຕະປື ໄດ້ມີການກະກຽມຄວາມພ້ອມ ແລະ ເສີມກໍາລັງ ເພື່ອຊ່ວຍເຫລືອປະຊາຊົນ ກໍຄືການຮັບມືກັບພາຍຸໄຕ້ຝຸ່ນ ໂນຣູ. ໃນປັດຈຸບັນເຫັນໄດ້ວ່າ: ບັນດາເມືອງທີ່ໄດ້ຮັບຜົນກະທົບຫນັກມີ 2 ເມືອງຄື: ເມືອງ

ອ່ານເພີ່ມ...

ນໍ້າເຊກອງລົ້ນຝັງ ໄຫລເຂົ້າຖ້ວມເຮືອນປະຊາຊົນຢູ່ເທດສະບານ ແຂວງ ອັດຕະປື

ຂໍ້ມູນລານງານຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອັດຕະປື ໃນຕອນເຊົ້າວັນທີ 29 ກັນຍາ 2022 ນໍ້າເຊກອງ ຢູ່ຈຸດວັດແທກ ບ້ານ ເວີນແຄນ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ວັດແທກໄດ້ 16,28 ແມັດ, ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນຕະລາຍ. ພ້ອມກັນນັ້ນ, ນໍ້າຈາກລໍານໍ້າເຊກອງ

ອ່ານເພີ່ມ...

ບ້ານ​ ຈະເລີນໄຊ,​ ເມືອງ​ ຊານໄຊ,​ ແຂວງ​ ອັດຕະປື ຖືກນໍ້າຖ້ວມຢ່າງໜັກໜ່ວງ​ ເນື່ອງຈາກພາຍຸ​ໄຕ້ຝຸ່ນ​ ໂນຣູ

ເນື່ອງຈາກພາຍຸ​ໄຕ້ຝຸ່ນ​ ໂນຣູ​ (NORU)​ ໄດ້ພັດເຂົ້າສູ່ພາກກາງ ແລະ​ ພາກໃຕ້​ຂອງ​ ລາວ​ ເຮັດໃຫ້ເກີດຝົນຕົກຫນັກ ບ້ານ​ ຈະເລີນໄຊ,​ ເມືອງ​ ຊານໄຊ,​ ແຂວງ​ ອັດຕະປື ຖືກນໍ້າຖ້ວມຢ່າງໜັກໜ່ວງໃນຄັ້ງວັນທີ​ 28​ ກັນຍາ​ 2022.​ ພາບຈາກ: ແກ່ນນະຄອນ ວິໄລຍ້ອຍ

ອ່ານເພີ່ມ...

ຍັງ 1,​860 ປີ ຈຶ່ງ​ສາ​ມາດ​ບັນ​ລຸ​ການ​ສຳ​ຫຼວດກວດ​ກູ້ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ລາວ

ທ່ານ ໂຈມ​ແຍງ ແພງ​ທອງ​ສະ​ຫວັດ ຫົວ​ໜ້າ​ຫ້ອງ​ການ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ລາວ ໄດ້​ເວົ້າ​ວ່າ: ນັບແຕ່ມື້ເລີ່ມຕົ້ນເກັບ​ກູ້​ລະ​ເບີດ​ແຕ່ປີ 1996 ຈົນຮອດປັດຈຸບັນ ສາມາດຈັດຕັັ້ງປະຕິບັດໄດ້ພຽງແຕ່ 1 ເປີເຊັນ ເທົ່ານັ້ນ ແລະ ຍັງ​ອີກ 99% ຖ້າ​ທຽບ​ໃສ່​ພື້ນ​ທີ່ໆໄດ້​ຮັບ​ຜົນ​ກະ​ທົບ​ ​ພວກ​ເຮົາ​ໄດ້​ວິ​ເຄາະ​ຢູ່ ສ​ປ​ປ ລາວ ແມ່ນ

ອ່ານເພີ່ມ...

ໄຊຍະບູລີ ຄົ້ນຄວ້າໂຄງສ້າງລາຄາ ຍູ້ແຮງການຜະລິດ ຫລຸດຜ່ອນການນໍາເຂົ້າ

ແຫລ່ງຂ່າວຈາກ ແຂວງ​ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງ​ ໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄວ້າການກຳນົດໂຄງສ້າງລາຄາ ແລະ ເຮັດການດຸ່ນດ່ຽງສິນຄ້າສະບຽງອາຫານ ເພື່ອສ້າງແຜນການຜະລິດ ແລະ ຫລຸດຜ່ອນການນໍາເຂົ້າ ໃນວັນທີ 27 ກັນຍາ 2022 ພາຍໃຕ້ປະທານຂອງ ທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີ, ທ່ານ ສອນສະຫວັນ

ອ່ານເພີ່ມ...

ນາຍົກລັດຖະມົນຕີ ຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ

ໃນຕອນແລງວັນທີ 27 ກັນຍາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ສາທາລະນະລັດສິງກະໂປ ເພື່ອດໍາເນີນການຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ

ອ່ານເພີ່ມ...
error: Content is protected !!