ບຸນພຣະທາດຫຼວງ ປີນີ້ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 3 ເລື່ອງ

ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 ຈໍານວນ 5 ວັນຜ່ານມາ, ພາຍໃນງານມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ແລະສາມາດແກ້ໄຂໄດ້ 1 ເລື່ອງ.

ເຈົ້າໜ້າທີ່ ອະນຸກໍາມະການປ້ອງກັນ ໃຫ້ວ່າ: ງານບຸນປີນີ້ ນັບແຕ່ວັນທີ 4-8 ພະຈິກ ເຫັນວ່າ ມວນຊົນໄປທ່ຽວຊົມໃນແຕ່ລະວັນມີຈໍານວນຫຼວງຫຼາຍ ເຮັດໃຫ້ສະຖານທີ່ທ່ຽວຊົມພາຍໃນງານຄັບຄາໜາແໜ້ນ ເຊິ່ງມີທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫຼເຂົ້າມາທ່ຽວຊົມ ແລະ ກາບໄຫວ້ອົງພຣະທາດຫຼວງ, ເມື່ອຜູ້ຄົນມີຈໍານວນຫຼວງຫຼາຍ ເຈົ້າໜ້າທີ່ປ້ອງກັນງານບຸນດັ່ງກ່າວຈຶ່ງເຂັ້ມງວດກວດກາ ແລະ ປ້ອງກັນຢ່າງເຕັມທີ່ ແຕ່ກໍປະສະຈາກບໍ່ໄດ້ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນງານດັ່ງກ່າວຈໍານວນ 5 ວັນມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ໃນນີ້, ແຫກກະເປົາ 2 ເລື່ອງ, ລ່ວງກະເປົາ 1 ເລື່ອງ.

ເລື່ອງທີ 1 ເກີດຂຶ້ນໃນມີທີ 4 ຂອງວັນທີ 7 ພະຈິກ ເວລາ 20:50 ໂມງ ຜູ້ເສຍເປັນເພດຍິງ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມາທ່ຽວຊົມງານບຸນໂດຍຍ່າງທ່ຽວຊົມຢູ່ບໍລິເວນຈຸດຂາຍລົດໃຫຍ່ ຖືກຄົນຮ້າຍແຫກຖົງພາຍ, ລວມມູນຄ່າເສຍຫາຍເປັນເງິນ 435,000 ກີບ, ທະບຽນລົດຮຸ່ນໄດ ກສ 6389 ແລະ ເອກະສານຈໍານວນໜຶ່ງ; ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຈັບຄົນຮ້າຍໄດ້ 1 ຄົນສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງນຳຕົວໄປດຳເນີນຄະດີ.

ເລື່ອງທີ 2 ເກີດຂຶ້ນໃນເວລາ 8:00 ໂມງຂອງວັນທີ 8 ພະຈິກ ເກີດເຫດຄົນຮ້າຍລ່ວງກະເປົາ ຂອງຜູ້ເສຍຫາຍ ເປັນເພດຍິງ ອາຊີບຄ້າຂາຍຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຍ່າງມາໃສ່ບາດຢູ່ເດີ່ນພຣະທາດຫຼວງ ພໍຮອດບໍລິເວນເຮືອນຊົງລາວຈຶ່ງຮູ້ໂຕວ່າຖືກລ່ວງກະເປົາ ລວມມູນຄ່າເສຍຫາຍເປັນເງິນ 2,500,000 ກີບ, 2,000 ບາດ, ບັດເອທີເອັມ 1 ບັດ ແລະ ເອກະສານອື່ນໆ.

ເລື່ອງທີ 3 ເກີດຂຶ້ນໃນເວລາ 20:32 ໂມງ ຂອງວັນທີ 8 ພະຈິກ ຜູ້ເສຍຫາຍເປັນເພດຊາຍ ຢູ່ບ້ານໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຖືກຄົນຮ້າຍແຫກກະເປົາຢູ່ພາຍໃນງານບຸນ ເຮັດໃຫ້ປື້ມບັນຊີເງິນຝາກທະນາຄານ ຈໍານວນ 2 ຫົວ, ບັດເອທີເອັມ 1 ບັດ, ບັດປະຈໍາຕົວ 1 ບັດ ແລະ ເງິນກີບຈໍານວນ 300,000 ກີບ ເສຍຫາຍ.

___

Cr. ຄວາມສະຫງົບ

And the cans fall out the bottom after being crushed instead of someone needing to pick up and handle the sharp aluminum. You need to earn, qualifying Southwest points or fly one-way flights in a calendar year to obtain a Companion Pass. The Z 6 has 24 megapixels, while the more expensive Z 7 has 46 megapixels. The method works in Hebrew, but the power of God is such that it also works in Greek. The hotel is in a quiet neighborhood but still close to the bus, metro, shops, and restaurants. Night Shyamalan flick here a man infamous for subverting our expectations through twists. But none flew as high as the anti-war pop song "99 Luftballons", redone in English as "99 Red Balloons" a year later. OkCupid has an extensive personality questionnaire, designed to increase compatibility. To the north, a three-sided stone monastery was constructed for monks and others associated with the Cathedral.
error: Content is protected !!