ຫຼາຍທ່ານອາດຈະສົງໄສວ່າເຮົາຕິດເຊື້ອ ໂຄວິດ-19 ຫຼື ເປັນພຽງໄຂ້ຫວັດທຳມະດາ. ດັ່ງນັ້ນ, ໃນວັນທີ 19 ເມສານີ້ ທີ່ກະຊວງສາທາລະນະສຸກ, ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈຶ່ງໄດ້ມາອະທິບາຍໃຫ້ບັນດາທ່ານຮູ້ວ່າ: ໂອມິຄຣອນ ແຕກຕ່າງຈາກໄຂ້ຫວັດຄືແນວໃດ? ຊຶ່ງອາການທີ່ຄ້າຍຄືກັນລະຫວ່າງໄຂ້ຫວັດທຳມະດາ ແລະ ໂອມິຄຣອນ ແມ່ນປະກອບມີ: ອາ ການຕັນດັງ, ນ້ຳມູກໄຫຼ,
Author: admin
ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບຄະນະລັດຖະບານ ຫາລືຫລາຍບັນຫາສໍາຄັນຮີບດ່ວນ
ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລື ບັນຫາສຳຄັນຮີບດ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ຄະນະລັດຖະບານ
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 21 ເມສາ 2022
21 ເມສາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 1,003 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 988 ຄົນ ແລະ ຕິດເຊື້ອ ນຳເຂົ້າ 15 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນລວງວຽງຈັນ 602 6 ສະຫວັນນະເຂດ 79
ຮອງນາຍົກລັດຖະມົນຕີ ຊີ້ນຳເຂດເສດຖະກິດ ວັງເຕົ່າຮັບປະກັນການບໍລິການ ບໍ່ໃຫ້ມີຫາງສຽງຈາກສັງຄົມ
ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເຂດພັດທະນາ ເສດຖະກິດ ວັງເຕົ່າ-ໂພນທອງ ແຂວງ ຈຳປາສັກ ໃນວັນທີ 18 ເມສາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ທິດຊີ້ນຳ ແຕ່ຄະນະຄຸ້ມຄອງເຂດພັດທະນາດັ່ງກ່າວ ການພັດທະນາທ່າບົກວັງເຕົ່າ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ທັງຮັບປະ ກັນການບໍລິການ ດ້ານການນຳເຂົ້າ-ສົ່ງອອກສິນຄ້າ ຜ່ານທ່າບົກວັງເຕົ່າ ບໍ່ໃຫ້ມີຫາງສຽງຈາກສັງຄົມ ເພື່ອສ້າງໂຄງລ່າງພື້ນຖານທີ່ທັນສະໄໝ
ສາຍພັນ ໂອມິຄຣອນ ເພີ່ມຄວາມສ່ຽງ ໃນການຕິດເຊື້ອຊໍ້າຄືນອີກ ໄດ້ເຖິງ 2-3 ເທົ່າ
ຖ້າທ່ານຕິດ ໂຄວິດ ແລ້ວ ໂອກາດທີ່ທ່ານຈະຕິດເຊື້ອຊໍ້າຄືນອີກ ໂດຍສະເພາະ ໃນໄລຍະເດືອນທຳອິດ ແມ່ນມີໂອກາດຢູ່ ແຕ່ໜ້ອຍຫຼາຍ ເຊິ່ງເກີດນຳແຕ່ບາງກໍລະນີເທົ່ານັ້ນ, ຍົກເວັ້ນ ຖ້າຫາກທ່ານຕິດເຊື້ອສາຍພັນໃໝ່. ຂໍຍົກຕົວຢ່າງເຊັ່ນ: ຖ້າທ່ານຕິດເຊື້ອໂອມິຄຣອນ BA.1 ແລ້ວຫາຍດີ ທ່ານສາມາດຕິດເຊື້ອໂອມິຄຣອນ BA.2 ໄດ້ທັນທີ ເນື່ອງຈາກ 2 ສາຍພັນນີ້ແມ່ນຄົນລະສາຍພັນກັນ ຈຶ່ງເຮັດໃຫ້ທ່ານສາມາດຕິດເຊື້ອຊໍ້າໄດ້ຄືນອີກ. ເຖິງຢ່າງໃດກໍຕາມ ຖ້າເຮົາອາໄສຢູ່ໃນເຮືອນດຽວກັນ
ປີ 2021 ຜ່ານມາ ລາວ ສົ່ງອອກສິນຄ້າ ບັນລຸຫລາຍກວ່າ 7,600 ລ້ານໂດລາ
ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ປີ 2021 ຜ່ານມາ ສປປ ລາວ ໄດ້ສົ່ງອອກສິນຄ້າໄປຫລາຍກວ່າ 90 ປະເທດ/ຂົງເຂດ ໃນທົ່ວໂລກ ເຊິ່ງສາມາດບັນລຸໄດ້ຫລາຍກວ່າ 7,600 ລ້ານໂດລາສະຫະລັດ. ໃນນັ້ນ, ມີ 12 ປະເທດທີ່ມີມູນຄ່າການສົ່ງອອກສູງກວ່າ 50 ລ້ານໂດລາ ເຊັ່ນ:
ອາຊຽນ ຕີລາຄາ ການຟື້ນຟູ ຜົນກະທົບຈາກການລະບາດພະຍາດ ໂຄວິດ-19
ຕອນເຊົ້າຂອງວັນທີ 20 ເມສາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານຂອງສະພາປະສານງານ ອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນ ດ້ານສາທາລະນະສຸກ ຄັ້ງທີ 8 ແບບທາງໄກ ພາຍໃຕ້ການເປັນປະທານຂອງ
ລາວ ຖືກສະເໜີ ໃຫ້ເປັນເຈົ້າພາບ ຈັດງານກິລາຊີເກມ ຄັ້ງທີ 35 ປີ 2029
ກອງປະຊຸມລະດັບຫົວໜ້າຄະນະ ກິລາ ຊີເກມ ຄັ້ງທີ 32 ໄດ້ສະເໜີ ໃຫ້ ລາວ ເປັນເຈົ້າພາບຈັດງານມະຫະກຳກິລາ ຊີເກມ ຄັ້ງທີ 35 ປີ 2029 ຖັດຈາກ ໄທ ຈັດງານກິລາຊີເກມຄັ້ງທີ 33 ປີ 2025 ແລະ ປະເທດ ອິນໂດເນເຊຍ ເປັນເຈົ້າພາບ
ລາວ ກຽມເປີດການທ່ອງທ່ຽວຄືນໃໝ່ ຢ່າງເຕັມຮູບແບບ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ວ່າ: ປັດຈຸບັນປະເທດເຮົາ ກໍາລັງກະກຽມການເປີດບໍລິການຄືນໃໝ່ ຢ່າງເຕັມຮູບແບບ. ອີງຕາມກົດລະບຽບການເຂົ້າປະເທດສະບັບໃໝ່, ເຊິ່ງຈະຖືກປະກາດຢ່າງເປັນທາງການໃນກອງປະຊຸມຖະແຫຼງຂ່າວໃນອະນາຄົດ, ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ລາວ ຈະຕ້ອງຜ່ານການກວດພະຍາດ ໂຄວິດ-19 ສອງຄັ້ງ. ທ່ານ ດຣ. ສີສະຫວາດ ກ່າວວ່າ
ຄອບຄົວຜູ້ປະສົບໄພ ພາຍຸພັດເຮືອນ ເມືອງ ຈຳພອນ ໄດ້ຮັບເຄື່ອງຊ່ວຍເຫລືອ
ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 19 ເມສາ 2022 ນີ້, ຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ລົງຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ບ້ານ ໂຄກແລ້ງ,ເມືອງ ຈຳພອນ ທີ່ຖືກພາຍຸພັດເຮືອນຈຳນວນ 4 ຫລັງ ໃນວັນທີ 11 ເມສາຜ່ານມາ, ລວມມູນຄ່າເສຍຫາຍທັງໝົດ










