ຮອງນາຍົກລັດຖະມົນຕີ ຊີ້ນຳເຂດເສດຖະກິດ ວັງເຕົ່າຮັບປະກັນການບໍລິການ ບໍ່ໃຫ້ມີຫາງສຽງຈາກສັງຄົມ

ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເຂດພັດທະນາ ເສດຖະກິດ ວັງເຕົ່າ-ໂພນທອງ ແຂວງ ຈຳປາສັກ ໃນວັນທີ 18 ເມສາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ທິດຊີ້ນຳ ແຕ່ຄະນະຄຸ້ມຄອງເຂດພັດທະນາດັ່ງກ່າວ ການພັດທະນາທ່າບົກວັງເຕົ່າ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ທັງຮັບປະ ກັນການບໍລິການ ດ້ານການນຳເຂົ້າ-ສົ່ງອອກສິນຄ້າ ຜ່ານທ່າບົກວັງເຕົ່າ ບໍ່ໃຫ້ມີຫາງສຽງຈາກສັງຄົມ ເພື່ອສ້າງໂຄງລ່າງພື້ນຖານທີ່ທັນສະໄໝ ໄດ້ມາດຕະຖານເປັນຈຸດໃຈກາງທາງດ້ານ ໂລຈິດສະຕີກ (LOGISTICS) ໃຫ້ເກີດການເຊື່ອມໂຍງ ເຊື່ອມຈອດ ໃນດ້ານການຂົນສົ່ງ ແລະ ການຄ້າ ຂອງປະເທດເຮົາ ຮ່ວມມືກັບພາກພື້ນ ແລະ ສາກົນ, ກາຍເປັນສ່ວນສຳຄັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມທຸກຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ມີຜົນສຳເລັດ ເປັນຮູບປະທຳຢ່າງແທ້ຈິງ.

ໂອກາດນີ້, ທ່ານ ອຸດອນ ແກ້ວດວງດີ ປະທານ ບໍລິສັດ ດວງດີ ພັດທະນາເສດຖະ ກິດວັງເຕົ່າ ໂພນທອງ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດດວງດີກໍ່ສ້າງຂົວ-ທາງ ຈຳກັດ ໄດ້ ເຊັນສັນຍາຮ່ວມທືນ ສ້າງຕັ້ງບໍລິສັດ ທ່າບົກວັງເຕົ່າ ຈຳກັດ ຮ່ວມກັບ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ເພື່ອພັດທະນາ ໂຄງການທ່າບົກວັງເຕົ່າ (Dry Port) ຢູ່ເຂດພັດທະນາເສດຖະກິດ ວັງເຕົ່າ-ໂພນທອງ ແຂວງ ຈຳປາສັກ, ຕາມສັດສ່ວນການຖືຮຸ້ນ ຄື: ບໍລິສັດດວງດີກໍ່ສ້າງຂົວທາງ ຖືຮຸ້ນ 80% ແລະ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ຖືຮຸ້ນ 20% ໃນນັ້ນ, ທ່າບົກວັງເຕົ່າ ຍັງຈະໄດ້ມອບກຳໄລສຸດທິ 10% ໃຫ້ລັດຖະບານ.

ທ່າບົກວັງເຕົ່າ ແຂວງ ຈໍາປາສັກ ກວມເນື້ອທີ່ 50 ເຮັກຕາ, ມາຮອດປັດຈຸບັນ ການກໍ່ສ້າງ ທ່າບົກວັງເຕົ່າ ໄລຍະທີ I ກວມເນື້ອທີ່ 25 ເຮັກຕາ ແມ່ນມີຜົນສໍາເລັດ 100% ແລະ ໄດ້ເປີດທົດລອງ ການບໍລິການ ໃນເດືອນກັນຍາ 2021 ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການເປີດບໍລິການ ຢ່າງເປັນທາງການ.

ແຫຼ່ງຂໍ້ມູນຂ່າວ: ທັດຊະນະ.

error: Content is protected !!