ວັນທີ 30 ມີນາ 2022 ເຈົ້າໜ້າທີ່ ປກສ ເມືອງ ອະນຸວົງ, ຮ່ວມກັບ ປກສ ແຂວງ ໄຊສົມບູນ ໄດ້ລົງກວດຄົ້ນເຮືອນຂອງເປົ້າໝາຍ ສົງໄສເຄື່ອນໄຫວຄ້າ-ຂາຍຢາເສບຕິດ ປະເພດຢາບ້າຈຳນວນ 2 ຫຼັງ ສາມາດຈັບຜູ້ຖືກຫາ 8 ຄົນ ພ້ອມຢາບ້າ 48,000 ກວ່າເມັດ ແລະ
Author: admin
ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຜິດ! ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ
ການໃຫ້ບໍລິການແລກປ່ຽນເງິນຕາ ແມ່ນວຽກໜຶ່ງທີ່ສຳຄັນ ແລະ ຈຳເປັນໃນການເຄື່ອນໄຫວວຽກງານເສດຖະກິດ-ເງິນຕາ ຊຶ່ງໄດ້ມີກົດໝາຍ, ນິຕິກຳຂັ້ນຕ່າງໆ ເປັນເຄື່ອງມືຄຸ້ມຄອງຂອງລັດ. ກົງກັນຂ້າມ ຖ້າມີການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຈະເປັນປະກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນກະທົບຕໍ່ເສດຖະກິດ, ສະຖຽນລະພາບທາງດ້ານເງິນຕາ ແລະ ເປັນບໍ່ເກີດຂອງການປັນປ່ວນອັດຕາແລກປ່ຽນ ທີ່ເປັນສາເຫດໜຶ່ງເຮັດໃຫ້ສະພາບອັດຕາແລກປ່ຽນບໍ່ມີຄວາມສະຫງົບ. ສະນັ້ນ ເພື່ອຕີຖອຍປະກົດການຫຍໍ້ທໍ້ດັ່ງກ່າວ, ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄປຄຽງຄູ່ກັບການຄົ້ນຄວ້າປັບປຸງວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາຕ່າງໆ, ໃນນັ້ນຕິດພັນກັບການຄຸ້ມຄອງການບໍລິການແລກປ່ຽນເງິນຕາ ໂດຍໄດ້ຮັບການຕົກລົງເຫັນດີຈາກລັດຖະບານ, ທະນາຄານແຫ່ງ
ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ຈີນ ຜ່ານລົດໄຟ ລາວ-ຈີນ
ໃນວັນທີ 22 ເມສາ 2022 ຜ່ານມານີ້, ໄດ້ມີການຂົນສົ່ງໝາກຖົ່ວລຽນ ຈຳນວນ 642 ໂຕນ ອັນເປັນໝາກໄມ້ລືຊື່ຂອງ ໄທ ຜ່ານການຂົນສົ່ງສິນຄ້າຂອງ ລົດໄຟ ລາວ-ຈີນ (ຜ່ານສະຖານີຂົນສົ່ງສິນຄ້າວຽງຈັນໃຕ້) ໂດຍຜ່ານການຈັດການດຳເນີນທຸລະກຳຂົນສົ່ງ ທີ່ມີປະສິດທິພາບຂອງລົດໄຟ ລາວ-ຈີນ. ຜ່ານການຂົນສົ່ງທາງລົດ ໄປຍັງສະຖານີລົດໄຟ ວຽງຈັນໃຕ້ ແລະ ຂົນສົ່ງຕໍ່ດ້ວຍ ລົດໄຟ
ຖືກໄຟຟ້າຊ໋ອດເສຍຊີວິດ 1 ຄົນ ຍ້ອນຫລີ້ນໂທລະສັບ ໃນຂະນະທີ່ສາກແບັກ
ໃນວັນທີ 26 ເມສາ 2022 ເວລາ 10:48 ນາທີ ໜ່ວຍກູ້ຊີບອົງການກາແດງ ແຂວງ ບໍ່ແກ້ວ ໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຖືກໄຟຟ້າຊ໋ອດ ຢູ່ທີ່ບ້ານ ພິບຸນທອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງ ແຂວງ ບໍ່ແກ້ວ ໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ
ໄວຣັສຊີກາ ສ່ຽງກາຍພັນຈົນກັບມາລະບາດໄດ້ອີກຄັ້ງ
ທີມນັກວິທະຍາສາດ ໃນ ສະຫະລັດ ອາເມຣິກາ ເຕືອນວ່າ ມີຄວາມເປັນໄປໄດ້ສູງ ທີ່ເຊື້ອໄວຣັສຊີກາ (Zika virus) ອາດຈະກັບມາລະບາດອີກຄັ້ງ ໂດຍຫາກເກີດການກາຍພັນ ແມ່ນແຕ່ຄັ້ງດຽວ ກໍອາດນໍາໄປສູ່ການລະບາດຄັ້ງໃຫຍ່ໄດ້. ໄຂ້ຊີກາ ເຄີຍກໍ່ໃຫ້ເກີດພາວະສຸກເສີນດ້ານສາທາລະນະສຸກໂລກ ມາແລ້ວເມື່ອປີ 2016 ສົ່ງຜົນໃຫ້ເດັກຫຼາຍພັນຄົນເກີດມາໂດຍມີພາວະສະໝອງພິການ ເນື່ອງຈາກແມ່ຕິດເຊື້ອໄວຣັສ ກໍ່ໂຣກຊະນິດນີ້ໃນລະຫວ່າງຖືພາ. ຫຼ້າສຸດ ທີມນັກວິທະຍາສາດຈາກ La Jolla
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 27 ເມສາ 2022
27 ເມສາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 470 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 457 ຄົນ ແລະ ຕິດເຊື້ອ ນຳເຂົ້າ 13 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນຫຼວງວຽງຈັນ 266 9 ສະຫວັນນະເຂດ 35
ລາວ ກຽມເປີດປະເທດ ແບບເຕັມຮູບແບບ ໃນຕົ້ນເດືອນ ພຶດສະພາ ນີ້ ເພື່ອກະຕຸ້ນການທ່ອງທ່ຽວ!
ອີງຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ໃນວັນທີ 26 ເມສາ 2022 ນີ້ ກະຊວງ ຖວທ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງທັງ ພາກລັດ ແລະ ພາກທຸລະກິດ ຈັດກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບບັນດາເງຶ່ອນໄຂ ແລະ ມາດຕະການຕ່າງໆ ໃນການກະກຽມເປີດປະເທດ ແບບເຕັມຮູບແບບ ໃນຕົ້ນເດືອນ ພຶດສະພາ 2022 ນີ້. ການເປີດປະເທດແບບເຕັມຮູບແບບນີ້ແມ່ນຈະເປັນສ່ວນໜຶ່ງໃນການກະຕຸ້ນການທ່ອງທ່ຽວ
ແຜ່ນດິນໄຫວຂະໜາດ 9.5 ຮຸນແຮງທີ່ສຸດ ເກີດຂຶ້ນເມື່ອ 3,800 ປີກ່ອນ
ທີມນັກວິທະຍາສາດ ແລະ ນັກບູຮານຄະດີນານາຊາດ ທັງຈາກປະເທດຊິລີ ແລະ ອີກຫຼາຍປະເທດໃນ ຢູໂຣບ ຮ່ວມກັນເຜີຍຫຼັກຖານທີ່ຊີ້ວ່າ ແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງມວນມະນຸດ ເທົ່າທີ່ເຄີຍມີການຄົ້ນພົບມາ ໄດ້ແກ່ແຜ່ນດິນໄຫວບໍລິເວນຊາຍຝັ່ງທາງຕອນເໜືອຂອງ ຊິລີ ເມື່ອປະມານ 3,800 ປີກ່ອນ. ແຜ່ນດິນໄຫວທີ່ມີຂະໜາດ ຫຼື ແມ໊ກນິຈຸດເຖິງ 9.5 ເຮັດໃຫ້ເກີດຄື້ນຍັກສຶນາມິ ເຖິງ 20 ແມັດ ຊັດເຂົ້າຊາຍຝັ່ງຂອງບໍລິເວນດັງກ່າວ,
ຕາດເຍືອງ ພ້ອມຕ້ອນຮັບນັກທ່ອງທ່ຽວ
ເມື່ອໄປຮອດແຫລ່ງທ່ອງທ່ຽວຕາດເຍືອງ ທຸກຄົນຈະໄດ້ສຳຜັດກັບທຳມະຊາດປ່າໄມ້ທີ່ດົກໜາ, ນ້ຳຕົກຕາດສູງ ແລະ ອາກາດຊຸ່ມເຢັນ. ພ້ອມນັ້ນ ຍັງມີການຈຳໜ່າຍຜະລິດຕະພັນຫັດຖະກຳຊົນເຜົ່າ ແລະ ບໍລິການອາຫານທີ່ເປັນເອກກະລັກ ຫລາກຫລາຍລາຍການ, ແຕ່ປັດຈຸບັນແຫລ່ງທ່ອງທ່ຽວຕາດເຍືອງຂ້ອນຂ້າງງຽບເຫງົາ ພາຍຫລັງທີ່ປະເຊີນກັບການລະບາດຂອງພະຍາດ ໂຄວິດ-19. ແນວໃດກໍຕາມ ຜູ້ປະກອບການແຫລ່ງທ່ອງທ່ຽວແຫ່ງນີ້ ຍັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ຕາມມາດຕະການທ່ອງທ່ຽວແບບໃໝ່ທີ່ປອດໄພ ແລະ ເຊື່ອວ່າວິກິດການອາດຈະຄ່ອຍສະຫງົບລົງໃນບໍ່ຊ້າ. ສິ່ງສຳຄັນ ຫາກລັດຖະບານມີນະໂຍບາຍເປີດປະເທດໃນໄວໆນີ້ ຈະເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ
ສ.ເກົາຫລີ ຈະສ້າງ ສະໜາມບິນ ລອຍນ້ຳ ແຫ່ງທຳອິດຂອງປະເທດ
ອີງຕາມການລຍງານຂ່າວ ຈາກ ເຊອຸນ, ວັນທີ 26 ເມສາ ນີ້ ວ່າ, ກະຊວງ ສາທາລະນະສຸກ ຂອງ ສ.ເກົາຫລີ ໄດ້ຊີ້ແຈງ ແຜນການກໍ່ສ້າງ ສະໜາມບິນ ລອຍນ້ຳ ແຫ່ງທຳອິດຂອງປະເທດໃນເມືອງ ປູຊານ ເປັນເມືອງໃຫຍ່ທີ່ສຸດທາງພາກໃຕ້ ຂອງປະເທດ ເຊິ່ງເປັນໂຄງການຂະໜາດໃຫຍ່ ມີມູນຄ່າ ປະມານ 13.7
