ສ.ເກົາຫລີ ຈະສ້າງ ສະໜາມບິນ ລອຍນ້ຳ ແຫ່ງທຳອິດຂອງປະເທດ

ອີງຕາມການລຍງານຂ່າວ ​ຈາກ ເຊ​ອຸນ, ວັນ​ທີ 26​ ເມສາ ​ນີ້ ວ່າ, ກະຊວງ​ ສາທາລະນະ​ສຸກ ຂອງ ສ.​ເກົາຫລີ ​ໄດ້​ຊີ້​ແຈງ ​ແຜນ​ການກໍ່ສ້າງ ສະໜາມບິນ ລອຍ​ນ້ຳ​ ແຫ່ງ​ທຳ​ອິດຂອງ​ປະ​ເທດ​ໃນ​ເມືອງ​ ປູຊາ​ນ ​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ທາງ​ພາກ​ໃຕ້​ ຂອງ​ປະ​ເທດ ເຊິ່ງ​ເປັນ​ໂຄງການ​ຂະໜາດ​ໃຫຍ່ ມີ​ມູນ​ຄ່າ​ ປະມານ 13.7 ​ພັນ​ຕື້​ວອນ ​​ຢູ່​​ເທິງເກາະ ​Gadok ທີ່​ເປັນ​ເກາະ​ໃຫຍ່​ທີ່​ສຸດ​ ຂອງ​ເມືອງ ​ປູ​ຊານ ເພື່ອຮອງຮັບຄວາມຕ້ອງການເດີນທາງ ທາງອາກາດທີ່ເພີ່ມຂຶ້ນ ​ແລະ ​ຊຸກຍູ້​ ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ​ຢູ່​ພາກ​ພື້ນຕາ​ເວັນອອກ​ສ່ຽງ​ໃຕ້ ລັດຖະບານພວມຊຸກຍູ້ ​ໃຫ້​ຍົກ​ເວັ້ນການສຶກສາ ຄວາມເປັນໄປໄດ້ ໃນເບື້ອງຕົ້ນ ເພື່ອເລັ່ງຂະບວນການກໍ່ສ້າງ. ​

ໂຄງການ​ດັ່ງກ່າວ,​ ຢູ່​ນອກ​ແຄມ​ຝັ່ງໂດຍ​ສ້າງ​ຢູ່​ເທິງ​ໂຄງ​ສ້າງລອຍ​ນ້ຳ​ກາງ​ທະ​ເລ ​ແລະ ຈະ​​ເລີ່​ມຮ່າງ​ລາຍ​ລະອຽດ ​ແຜນການ​ກໍ່ສ້າງ ພາຍ​ໃນ​ທ້າຍ​ປີ​ນີ້ ຫລັງ​ຈາກສຶກສາ​ເລື່ອງ​ສິ່ງ​ແວດ​ລ້ອມຖ້າ​ຫາກຂະ​ບວນການ​ທັງ​ໝົດ ຜ່ານ​ໄປ​ດ້ວຍ​ດີ ຄາດ​ວ່າຈະ​ເລີ່​ມກໍ່ສ້າງ​ໃນ​ປີ 2025 ແລະ ເປີດໃຫ້ບໍລິການໃນເດືອນ ມິຖຸນາ 2035.

ຜົນການ​ສຶກສາໄດ້ຮັບສະແດງໃຫ້ເຫັນວ່າ:ສະໜາມ​ບິນ​ດັ່ງກ່າວ​ຈະ​ຮອງຮັບ​ຜູ້​ໂດຍສານ ທັງໝົດ 23,36 ລ້ານ​​ເທື່ອຄົນ​​ ແລະ​ ຮັບຮອງສິນຄ້າດ້ວຍ​ນ້ຳໜັກ 286,000 ​ໂຕນ ​ໃນ​ປີ 2065.

ແຫຼ່ງຂໍ້ມູນຈາກ: https://tna.mcot.net/world-930789

error: Content is protected !!