ໄວຣັສຊີກາ ສ່ຽງກາຍພັນຈົນກັບມາລະບາດໄດ້ອີກຄັ້ງ

ທີມນັກວິທະຍາສາດ ໃນ ສະຫະລັດ ອາເມຣິກາ ເຕືອນວ່າ ມີຄວາມເປັນໄປໄດ້ສູງ ທີ່ເຊື້ອໄວຣັສຊີກາ (Zika virus) ອາດຈະກັບມາລະບາດອີກຄັ້ງ ໂດຍຫາກເກີດການກາຍພັນ ແມ່ນແຕ່ຄັ້ງດຽວ ກໍອາດນໍາໄປສູ່ການລະບາດຄັ້ງໃຫຍ່ໄດ້.

ໄຂ້ຊີກາ ເຄີຍກໍ່ໃຫ້ເກີດພາວະສຸກເສີນດ້ານສາທາລະນະສຸກໂລກ ມາແລ້ວເມື່ອປີ 2016 ສົ່ງຜົນໃຫ້ເດັກຫຼາຍພັນຄົນເກີດມາໂດຍມີພາວະສະໝອງພິການ ເນື່ອງຈາກແມ່ຕິດເຊື້ອໄວຣັສ ກໍ່ໂຣກຊະນິດນີ້ໃນລະຫວ່າງຖືພາ. ຫຼ້າສຸດ ທີມນັກວິທະຍາສາດຈາກ La Jolla Institute for Immunology ອົງການວິໄຈດ້ານພູມຄຸ້ມກັນວິທະຍາ ໃນ ສະຫະລັດອາເມຣິກາ ອອກມາເຕືອນວ່າ ໂລກຄວນເຝົ້າລະວັງການກາຍພັນຂອງໄວຣັສ ຊະນິດນີ້.

ຜົນການສຶກສາໃນຫ້ອງປະຕິດການທາງວິທະຍາສາດ ທີ່ຕີພິມໃນ ວາລະສານ Cell Reports ພົບຫຼັກຖານບົ່ງຊີ້ວ່າ ເຊື້ອໄວຣັສຊີກາ ມີທ່າອ່ຽງທີ່ຈະເກີດການປ່ຽນແປງໄດ້ງ່າຍ ຊຶ່ງຈະນໍາໄປສູ່ການອຸບັດຂອງເຊື້ອສາຍພັນໃໝ່ໆ. ງານວິໄຈຄັ້ງນີ້ ພົບວ່າ ການກາຍພັນທີ່ເກີດຂຶ້ນ ຈະເຮັດໃຫ້ເຊື້ອໄວຣັສ ສາມາດແພ່ລະບາດໄດ້ງ່າຍ ແມ່ນແຕ່ໃນປະເທດທີ່ປະຊາກອນມີພູມຄຸ້ມກັນຈາກ ການລະບາດຄັ້ງກ່ອນແລ້ວກໍຕາມ.

ການປ່ຽນແປງຂອງ ໄວຣັສ:

ໄວຣັສຊີກາ ແພ່ລະບາດຈາກການຖືກຍຸງລາຍທີ່ຕິດເຊື້ອກັດ ເຖິງແມ່ນຄົນສ່ວນໃຫຍ່ທີ່ຕິດເຊື້ອອາດເກີດອາການປ່ວຍພຽງເລັກໜ້ອຍ ແລະ ບໍ່ມີຜົນກະທົບໃນໄລຍະຍາວ, ແຕ່ຖ້າຫາກແມ່ຍິງທີ່ໄດ້ຮັບເຊື້ອໃນຂະນະຖືພາ ກໍຈະເຮັດໃຫ້ລູກໃນທ້ອງອອກມາມີອາການຜິດປົກກະຕິທາງລະບົບປະສາດ ລວມເຖິງມີພາວະຫົວນ້ອຍ ທີ່ຮຽກວ່າ ໄມໂຄຣເຊບຟາລີ (microcephaly) ຊຶ່ງເຮັດໃຫ້ເດັກມີພັດທະນາການຜິດປົກກະຕິ.

ໃນການສຶກສາຄັ້ງນີ້ ທີມນັກວິໄຈມຸ່ງຄົ້ນຫາ ວ່າ ຈະເກີດຫຍັງຂຶ້ນ ຖ້າຫາກໄວຣັສຊີກາແພ່ເຊື້ອໄປມາ ລະຫວ່າງຍຸງກັບມະນຸດ ໂດຍໃຊ້ຈຸລັງ ແລະ ໜູ ໃນການທົດລອງໃນຫ້ອງແລ໊ບ. ຜົນການສຶກສາ ພົບວ່າ ເມື່ອໄວຣັສຊີກາ ແພ່ໄປມາລະຫວ່າງຈຸລັງຂອງຍຸງ ແລະ ໜູ ຈະເຮັດໃຫ້ໄວຣັສ ເກີດການປ່ຽນແປງເລັກໜ້ອຍທາງພັນທຸກໍາ.

ນີ້ໝາຍຄວາມວ່າ ໄວຣັສຊີກາ ມີໂອກາດທີ່ຈະເກີດການກາຍພັນໄດ້ໂດຍງ່າຍ ຊຶ່ງຈະເຮັດໃຫ້ເຊື້ອສາມາດເຕີບໂຕ ແລະ ແພ່ລະບາດຕໍ່ໄປໄດ້ ເຖິງແມ່ນໃນຄົນທີ່ເຄີຍມີພູມຄຸ້ມກັນບາງສ່ວນມາຈາກ ການຕິດເຊື້ອໂຣກທີ່ມີຍຸງລາຍເປັນພາຫະ ເຊັ່ນ ໄຂ້ເລືອດອອກ.

ບັນດາຜູ້ຊ່ຽວຊານ ລະບຸວ່າ ເຖິງແມ່ນສິ່ງນີ້ຈະເປັນການຕັ້ງສົມມຸດຖານຈາກຂໍ້ມູນທີ່ໄດ້ຈາກ ການທົດລອງໃນຫ້ອງແລ໊ບ ແຕ່ກໍມີຄວາມໜ້າສົນໃຈ ແລະ ເປັນເຄື່ອງເຕືອນໃຈວ່າ ນອກຈາກ ໂຄວິດ ແລ້ວຍັງມີເຊື້ອໄວຣັສຊະນິດອື່ນໆ ທີ່ອາດເປັນໄພຕໍ່ໂລກໄດ້.

ສິ່ງທີ່ໜ້າສົນໃຈກ່ຽວກັບ ໄວຣັສຊີກາ:

  • ເຖິງແມ່ນການລະບາດສ່ວນຫຼາຍຂອງໄວຣັສນີ້ ເກີດຈາກຍຸງທີ່ເປັນພາຫະ ແຕ່ກໍສາມາດຕິດຕໍ່ຜ່ານການມີເພດສໍາພັນໄດ້.
  • ເທົ່າທີ່ຜ່ານມາ ມີຜູ້ເສຍຊີວິດຈາກ ໄວຣັສຊີກາຈໍານວນບໍ່ຫຼາຍ ແລະ ມີພຽງ 1 ໃນ 5 ຂອງຜູ້ຕິດເຊື້ອທີ່ສະແດງອາການ ເຊັ່ນ ມີໄຂ້, ຜື່ນຄັນ ແລະ ປວດຂໍ້.
  • ພົບໄວຣັສຊີກາຄັ້ງທໍາອິດໃນລີງທີ່ປະເທດອຸກັນດາ (Uganda) ເມື່ອປີ 1947, ສ່ວນກໍລະນີຜູ້ຕິດເຊື້ອໃນມະນຸດຄົນທໍາອິດ ພົບທີ່ປະເທດ ໄນຈີເຣຍ (Nigeria) ເມື່ອປີ 1954. ຈາກນັ້ນ ເຄີຍມີການແພ່ລະບາດມາແລ້ວໃນ ອັຝຣິກາ, ເອເຊຍຕາເວັນອອກສຽງໃຕ້ ແລະ ໝູ່ເກາະປາຊີຟິກ.
  • ເລີ່ມມີລາຍງານພົບຜູ້ຕິດເຊື້ອທີ່ ປະເທດບຣາຊິລ ໃນເດືອນ ພຶດສະພາ 2015 ແລະ ແພ່ລະບາດຢ່າງວ່ອງໄປຫຼັງຈາກນັ້ນ.
  • ເນື່ອງຈາກບໍ່ມີວິທີປິ່ນປົວ ຈຶ່ງມີທາງເລືອກດຽວຄືການຫຼຸດຄວາມສ່ຽງຖືກຍຸງກັດ.
  • ນັກວິທະຍາສາດໄດ້ເລີ່ມການຄົ້ນຄວ້າພັດທະນາວັກຊິນ ເພື່ອປົກປ້ອງແມ່ມານ ຈາກການຕິດເຊື້ອຊະນິດນີ້.

ຂໍ້ມູນຈາກ: https://www.bbc.com/thai/international-61095336

error: Content is protected !!