ສາເຫດຜົມຂາດ-ຫຼົ່ນ

ສາເຫດທີ່ເຮັດໃຫ້ຜົມຂາດ ແລະຫຼົ່ນນັ້ນມີ 5 ຫຼາຍສາເຫດຫຼັກໆ ດັ່ງນີ້: ການເຮັດຜົມດ້ວຍການໃຊ້ໄຟຟ້າ ແລະ ຄວາມຮ້ອນສູງ ເຊັ່ນ ການໄດຜົມ, ມ້ວນຜົມ, ລີດຜົມດ້ວຍຄວາມຮ້ອນ ຫຼື ເຮັດຊົງຜົມແບບຮຸນແຮງເກີນໄປ ກໍອາດຈະເຮັດໃຫ້ຜົມຂາດ ແລະ ຫຼົ່ນໄດ້. ມີຄວາມຕຶງຄຽດຕິດຕໍ່ກັນ ໂດຍສະເພາະຜູ້ທີ່ພັກຜ່ອນໜ້ອຍ ຫຼື ເຮັດວຽກໜັກຕິດຕໍ່ກັນເປັນເວລາດົນ. ການຫຼຸດນໍ້າໜັກທີ່ເຄັ່ງຄັດຫຼາຍເກີນໄປ ກໍເຮັດໃຫ້ຜົມຫຼົ່ນ ແລະ

ອ່ານເພີ່ມ...

ຄຶກຄື້ນເປັນພິເສດ ບຸນບັ້ງໄຟ ທາງພາກໃຕ້

ບຸນບັ້ງໄຟ ແມ່ນປະເພນີທີ່ສຳຄັນ ເຊິ່ງໄດ້ສືບທອດຕໍ່ກັນມາແຕ່ບູຮານນະການ ທີ່ຫຼາຍເຂດບ້ານ ຍັງຮັກສາ ແລະ ປະຕິບັດຈັດບຸນດັ່ງກ່າວໃນແຕ່ລະປີ. ເຊິ່ງມື້ນີ້ິ້ຈະພາທຸກຄົນມາເບິ່ງພາບບັນຍາກາດຂອງບຸນປັ້ງໄຟທາງພາກໃຕ້ ບອກເລີຍວ່າ ເຕັມທີ່ສຸດໆ. ນີ້ຄືບຸນບັ້ງໄຟບ້ານ ຫ້ວຍຍາງ, ເມືອງ ຊະນະສົມບູນ, ແຂວງ ຈຳປາສັກ ບອກໄດ້ເລີຍວ່າ ຄຶກຄື້ນ ອີຫຼີ! ຮູບພາບ: ຜະລິດຕະພັນລາວ LaoProducts

ອ່ານເພີ່ມ...

ຈຸດຂາຍປີ້ ຫຼວງພະບາງ ສາມາດຮັບຈອງປີ້ລົດໄຟລ່ວງໜ້າໄດ້ແລ້ວ

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ ແລະ ຂະຫຍາຍການບໍລິການ ໃນການຊື້ປີ້ລົດໄຟ ໃຫ້ຫຼາກຫຼາຍຂຶ້ນ, ຈຸດຂາຍປີ້ລົດໄຟ ຫຼວງພະບາງ ໄດ້ເປີດໃຫ້ບໍລິການຈອງປີ້ລົດໄຟ ໂດຍເລີ່ມແຕ່ວັນອັງຄານທີ 10 ພຶດສະພາ ເປັນຕົ້ນໄປ. ລາຍລະອຽດຄືດັ່ງນີ້: 1. ລາຍລະອຽດການຈອງປີ້ລົດໄຟ 1).ຈຸດຂາຍປີ້ ຫຼວງພະບາງ ແມ່ນສາມາດຈອງປີ້ພາຍໃນ 4-7 ວັນກ່ອນການອອກເດີນທາງ (ສຳລັບລົດໄຟທີ່ອອກເດີນທາງຈາກ ສະຖານີ ຫຼວງພະບາງ ຂອງລົດໄຟແຕ່ລະຖ້ຽວ).

ອ່ານເພີ່ມ...

ມອບເງິນລາງວັນ! ໃຫ້ແກ່ນັກຮຽນຜູ້ຊະນະ ການແຂ່ງຂັນແຕ້ມຮູບ “ເຮືອນຂອງຂ້ອຍ”

ໃນວັນທີ 6-9 ພຶດສະພາ ທີ່ຜ່ານມາ, ທີມ ອັບເດດລາວ UpdateLaos ໄດ້ເດີນທາງໄປມອບເງິນລາງວັນ ໃຫ້ແກ່ນັກຮຽນ ທີ່ໄດ້ຊະນະການປະກວດ ການແຕ້ມຮູບ ໃນໂຄງການແຕ້ມຮູບ ພາຍໃຕ້ຫົວຂໍ້ “ເຮືອນຂອງຂ້ອຍ” ທີ່ ອັບເດດລາວ ຈັດຂຶ້ນ ໃນລະຫວ່າງ ເດືອນ ກຸມພາ – ເມສາ 2022.  ການແຂ່ງຂັນນີ້

ອ່ານເພີ່ມ...

ເປີດເວທີເດັກ ລາວ ປະຈຳປີ 2022 ສ້າງໂອກາດພັດທະນາທ່າແຮງ ແລະ ຄວາມສາມາດຂອງເດັດ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 10-13 ພຶດສະພາ 2022 ນີ້, ສະຫະພັນແມ່ຍິງ ແຂວງ ຄຳມ່ວນ ໄດ້ເປັນເຈົ້າພາບໃນງານ ເວທີເດັກ ລາວ ປະຈຳປີ 2022 ຄັ້ງທີ 4 ພາຍໃຕ້ຄຳຂວັນ “ຄວາມຄືບໜ້າການສົ່ງເສີມສິດທິເດັກໃນ ສປປ ລາວ” ເພື່ອເປັນການເສີມສ້າງຄວາມອາດສາມາດ ແລະ

ອ່ານເພີ່ມ...

ສະມາຄົມນໍ້າມັນເຊື້ອໄຟ ລາວ ສະເໜີ 3 ບັນຫາຕໍ່ລັດຖະບານ

ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນ້ໍາມັນເຊື້ອໄຟລາວ ແລະ ອາຍແກັສລາວ (ສນກ) ໄດ້ຜ່ານບົດສະຫຼຸບຂອງ ສະມາຄົມປີ 2021 ແລະ ທິດທາງແຜນການປີ 2022 ໃນກອງປະຊຸມ ສນກ ປະຈໍາປີ 2022 ວັນທີ 10 ພຶດສະພາ ມີບາງຕອນ ໄດ້ສະເຫນີຂໍ້ຄິດເຫັນຕໍ່ພາກລັດ 3 ບັນຫາຄື:

ອ່ານເພີ່ມ...

ນາຍົກລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມຣິກາ ທີ່ ວໍຊິງຕັນ

ໃນຕອນຄໍ່າ ວັນທີ 10 ພຶດສະພາ ທີ່ຜ່ານມາ, ທີ່ສະໜາມບິນສາກົນວັດໄຕ, ທ່ານ ນາງ ຈອຍ ຊາກຸໄຣ, ຮອງເອກອັກຄະລັດຖະທູດ ສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງ ວຽງຈັນ ໄດ້ຮ່ວມອວຍພອນພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກ ສປປ ລາວ ໃຫ້ເດີນທາງຢ່າງສະຫວັດດີພາບ

ອ່ານເພີ່ມ...

ລັດຖະບານ ເລັ່ງແກ້ໄຂບັນຫານໍ້າມັນເຊື້ອໄຟເພື່ອໃຫ້ສັງຄົມໄດ້ນຳໃຊ້​ ໃນລາຄາປົກກະຕິ ແລະ ພຽງພໍ

ປັດຈຸບັນ,​ ລັດຖະບານ ພວມເລັ່ງແກ້ໄຂ ບັນຫານໍ້າມັນເຊື້ອໄຟຂາດຕະ ຫລາດ ໃນ ສປປ ລາວ ແລະ ບັນຫາການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນ ເພື່ອເຮັດໃຫ້ສັງຄົມ ກໍຄື ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ໄດ້ນໍາໃຊ້ນໍ້າມັນໃນລາຄາປົກກະຕິ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການ ເຊິ່ງລັດຖະບານຈະເລັ່ງຈັດຕັ້ງປະຕິບັດ ແກ້ໄຂບັນຫາດັ່ງກ່າວເປັນແຕ່ລະໄລຍະ ຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.   

ອ່ານເພີ່ມ...

ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 11 ພຶດສະພາ 2022

11 ພຶດສະພາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 167 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 161 ຄົນ ແລະ ຕິດເຊື້ອ ນຳເຂົ້າ 6 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນລວງວຽງຈັນ 72 2 ຄຳມ່ວນ 2

ອ່ານເພີ່ມ...

ກິນຖົ່ວ ຊ່ວຍໃຫ້ອາຍຸຍືນ

ນັກວິໄຈ ໄດ້ທຳການສຶກສາ ແລະ ຕິດຕາມຜົນເປັນໄລຍະເວລາ 30 ປີ ກັບຊາວອາເມຣິກາ ໃນຜູ້ຊາຍ 76,000 ຄົນ ແລະ ຜູ້ຍິງ 42,000 ຄົນ ທີ່ບໍ່ມີປະຫວັດ ວ່າ ເຄີຍເປັນໂຣກຫົວໃຈ, ໂຣກຫຼອດເລືອດສະໝອງ ຫຼື ໂຣກມະເຮັງ ມາກ່ອນ ຊຶ່ງເມື່ອປຽບທຽບກຸ່ມທີ່ກິນຖົ່ວ ກັບກຸ່ມທີ່ບໍ່ກິນຖົ່ວ ແລ້ວພົບວ່າ

ອ່ານເພີ່ມ...
error: Content is protected !!