ສຳນັກຂ່າວ ຣອຍເຕີ ລາຍງານ, ວັນທີ 9 ພຶດສະພາ ນີ້ວ່າ ທຳນຽບ ລັດຖະບານ ສີລັງກາ ອອກຖະແຫລງ ການວ່າ:ທ່ານ ມາຫິນທາ ຣາຈາປັດຊາ (Mahinda Rajapaksa), ລາອອກຈາກ ຕໍາແໜ່ງ ນາຍົກ ລັດຖະມົນຕີ ສີລັງກາ ເນື່ອງຈາກ ເປັນທາງອອກທີ່ດີສຸດ ໃນການຫລຸດຜ່ອນຄວາມຮຸນແຮງຂອງວິກິດການທີ່ເກີດຂຶ້ນ
Author: admin
ມື້ທໍາອິດ ເປີດດ່ານສາກົນຂົວມິດຕະພາບ 1 ມີຜູ້ເດີນທາງ ເຂົ້າ-ອອກ ນະຄອນຫລວງ ວຽງຈັນ ເກືອບ 400ຄົນ
ກົມຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ ກະຊວງປ້ອງກັນຄວາມສະຫງົບ ມີຄວາມພ້ອມຮ້ອຍສ່ວນຮ້ອຍໃນການຕ້ອນຮັບຜູ້ຄົນທັງພາຍໃນເເລະຕ່າງປະເທດທີ່ຈະເດີນທາງຜ່ານ ເຂົ້າ-ອອກ ຜ່ານດ່ານສາກົນເເຫ່ງຕ່າງໆໃນຂອບເຂດທົ່ວປະເທດ ພາຍຫລັງທີ່ລັດຖະບານອະນຸຍາດໃຫ້ເປີດດ່ານສາກົນທຸກແຫ່ງນັບເເຕ່ ວັນທີ 9 ພຶດສະພາ ເປັນຕົ້ນໄປ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ19.ພັນເອກ ສາຍສະຫມີງ ສີວິໄລ ຫົວຫນ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບໃຫ້ສໍາພາດ ຕອນແລງໃນ ວັນທີ 9 ພຶດສະພາ 2022 ນີ້ວ່າ:
ຮ່ວມສົ່ງແຮງໃຈເຊຍນັກເຕະບານຍິງທີມຊາດ ລາວ ພົບ ມຽນມາ ໃນຊີເກມຄັ້ງທີ 31
ມື້ນີ້ (ວັນທີ 10 ພຶດສະພາ 2022) ເວລາ 16:00 ໂມງ ນັກກິລາເຕະບານເຕະຍິງທີມຊາດລາວ ຈະລົງສະໜາມແຂ່ງຂັນນັດທຳອິດຂອງກຸ່ມ ເບ ພົບກັບ ທີມຊາດມຽນມາ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຢູ່ສະໜາມ Cam Pha Stadium. ໂດຍທ່ານ
ດ່ວນທີ່ສຸດ ລາຄານ້ຳມັນ ມີການປັບໃໝ່ ເລີ່ມເວລາ 14 ໂມງ ວັນທີ 10 ພຶດສະພາ 2022
ລາຄາໃຫມ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ພຶດສະພາ 2022; ເວລາ 14:00 ໂມງ ໃນຂອບເຂດທົ່ວປະເທດ. ການປັບລາຄາຄັ້ງນີ້ແມ່ນໄດ້ຫຼຸດອາກອນຊົມໃຊ້ນ້ໍາມັນກາຊວນຈາກ 21% ມາເປັນ 11%, ຫຼຸດອາກອນໃຊ້ ນ້ໍາມັນແອັດຊັງທໍາມະດາ ຈາກ 31% ມາ ເປັນ 16 %; ປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນແອັດຊັງພິເສດ +1,580
ບັນຍາກາດ! ປະຊາຊົນລາວ ຫລັ່ງໄຫລ ໄປໃສ່ນໍ້າມັນຢ່າງຫລວງຫລາຍ ໃນວັນທີ 10 ພຶດສະພາ ນີ້
ບັນທຶກໄວ້ເປັນປະຫວັດສາດ! ປະຊາຊົນ ລາວ ພາກັນຫຼັ່ງໄຫຼໄປໃສ່ນໍ້າມັນ ແຕ່ 6:00 ຂອງວັນທີ 10/5/2022, ເຮັດໃຫ້ ລົດຕິດໜັກເລີ່ມແຕ່ ໂພນເຄັງ ຮອດສີ່ແຍກ ດົງໂດກ. ເຈົ້າຂອງຮູບພາບຈາກ FB: Teng
ສາເຫດທີ່ເຮັດໃຫ້ນໍ້າມັນ ຂາດຕະຫລາດໃນ ລາວ ຍ້ອນການນຳເຂົ້າຫລຸດລົງ
ປັດຈຸບັນ ນໍ້າມັນເຊື້ອໄຟຢູ່ ລາວ ຂາດຕະຫລາດ ເຮັດໃຫ້ມວນຊົນຫລັ່ງໄຫລກັນໄປຊື້ນໍ້າມັນເປັນຈຳນວນຫລາຍ ເຮັດໃຫ້ການສັນຈອນແອອັດ ໃນຂະນະທີ່ປໍ້ານໍ້າມັນບາງແຫ່ງ ກໍໄດ້ປິດການໃຫ້ບໍລິການ ເນື່ອງຈາກວ່ານໍ້າມັນໝົດ ເຊິ່ງສາເຫດທີ່ເຮັດໃຫ້ນໍ້າມັນຂາດຕະຫລາດ ຍ້ອນການນໍາເຂົ້າຫລຸດລົງ ເນື່ອງຈາກໄດ້ຮັບຜົນກະທົບ ຈາກລາຄານໍ້າມັນໃນຕະຫລາດໂລກສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ (ເງິນກີບອອນຄ່າ) ເຮັດໃຫ້ຂາດເງິນໂດລາ ເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງຜູ້ນຳເຂົ້ານໍ້າມັນໃນປະເທດລາວ ຕ້ອງຈ່າຍເປັນເງິນໂດລາ ເພື່ອຊື້ນໍ້າມັນເຊື້ອໄຟຈາກແຫລ່ງພາຍນອກ. ທ່ານ ສີສັງຄົມ ໂຄດໂຍທາ
ລາວ ເປີດປະເທດ ເພື່ອຟື້ນຟູເສດຖະກິດ ສ້າງເງື່ອນໄຂສະດວກແກ່ ນັກທ່ອງທ່ຽວ ແລະ ນັກລົງທຶນ
ລັດຖະບານ ໄດ້ກຳນົດມາດຕະການ ເຂົ້າ-ອອກ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19 ໂດຍໄດ້ອອກແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022 ເຊິ່ງມີຜົນສັກສິດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນ ຕົ້ນໄປ; ມາດຕະການໃໝ່ ໃນການເຂົ້າ-ອອກປະເທດນີ້ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າມາຂອງນັກທ່ອງທ່ຽວ
ບັນຍາກາດ! ຄົນກຳລັງລໍຖ້າເຕີມນໍ້າມັນ ຢູ່ບາງເຂດໃນນະຄອນຫຼວງ ວຽງຈັນ ມື້ນີ້
ບັນຍາກາດ! ຄົນກຳລັງລໍຖ້າເຕີມນໍ້າມັນ ຢູ່ບາງເຂດໃນນະຄອນຫຼວງ ວຽງຈັນ ວັນທີ 9 ພຶດສະພາ 2022. ເຊິ່ງປັດຈຸບັນນີ້ ປໍ້ານໍ້າມັນຫຼາຍປໍ້າໃນເຂດ ນະຄອນຫຼວງ ວຽງຈັນ ໄດ້ປິດຊົ່ວຄາວ! ເນື່ອງມາຈາກສາເຫດຫຍັງ ອັບເດດລາວ ຈະລາຍງານລາຍລະອຽດເພີ່ມຕື່ມພາຍຫຼັງ.
ປໍ້ານໍ້າມັນ ປຕທ ນາໄຊ ຈະກັບມາສະໜອງນໍ້າມັນໄດ້ປົກກະຕິໃນຕອນບ່າຍວັນທີ 10 ພຶດສະພາ ນີ້ ເປັນຕົ້ນໄປ!
ອີງຕາມແຈ້ງການຈາກປໍ້ານໍ້າມັນ PTT ສາຂາ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ຂໍເປັນກຳລັງໃຈໃຫ້ທຸກທ່ານ ຜ່ານວິກິດຄັ້ງນີ້ໄປນໍາກັນໃຫ້ໄດ້.
ປໍ້ານໍ້າມັນຢູ່ເຂດ ນະຄອນຫຼວງ ວຽງຈັນ ຫຼາຍບ່ອນປິດ! ຢູ່ແຖວໃດຍັງເປີດແດ່?
2-3 ມື້ຜ່ານມາ ຈົນຮອດປັດຈຸບັນ, ປໍ້ານໍ້າມັນ ໃນນະຄອນຫຼວງ ວຽງຈັນ ຫລາຍປໍ້າ ເລີ່ມຂາດນໍ້າມັນແອັດຊັງ, ບາງບ່ອນ ກາຊວນ ກໍຂາດເຊັ່ນດຽວກັນ ແລະ ຫຼາຍປໍ້າກໍປິດ. ເຂດບ້ານທ່ານເດເປັນແນວໃດ ປໍ້າໃດຍັງເປີດຢູ່ ແຈ້ງໃຫ້ຮູ້ແດ່?










