ຊຽງຂວາງ ກຽມຄວາມພ້ອມຈັດງານກິລາແຫ່ງຊາດຄັ້ງທີ 11 ສໍາເລັດແລ້ວ 70%

ມາຮອດປັດຈຸບັນ ແຂວງ ຊຽງຂວາງ ໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ ເຊິ່ງລັດຖະບານ ກໍຄື ແຂວງຊຽງຂວາງ ໄດ້ກໍານົດເອົາ ວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ເປັນມື້ເປີດ-ປິດ. ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ລາຍງານໃຫ້ຮູ້

ອ່ານເພີ່ມ...

ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ລົງຊີ້ນຳວຽກງານຢູ່ ດ່ານສາກົນ ຂົວມິດຕະພາບ 2

ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ດ່ານສາກົນຂົວມິດຕະພາບ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໃນທ້າຍອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮຽກຮ້ອງມາຍັງ ຄະນະຄຸ້ມຄອງດ່ານດັ່ງກ່າວ ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບ ຜິດຊອບສູງ ແລະ ເຂັ້ມງວດຂຶ້ນກວ່າເກົ່າ, ພ້ອມທັງຫັນການບໍລິການສູ່ລະບົບທັນສະໄໝເທື່ອລະກ້າວ. ສ່ວນການເຂົ້າ-ອອກເມືອງ

ອ່ານເພີ່ມ...

7 ປະໂຫຍດດີໆ ຈາກເປືອກໝາກກ້ວຍ

ໃຊ້ກຳຈັດຂີ້ກະຕອດ: ໃຊ້ເປືອກໝາກກ້ວຍທີ່ມີຂະໜາດໃຫຍ່ວາງລົງເທິງບາດແຜຂີ້ກະຕອດ, ຈາກນັ້ນ ໃຊ້ຜ້າພັນບາດແຜບໍລິເວນນັ້ນໄວ້. ເຮັດຊໍ້າກັນຫຼາຍໆຄືນ ຂີ້ກະຕອດຈະຫາຍໄປ. ກຳຈັດຮ່ອງຮອຍ ແລະ ສິວ: ວິທີນີ້ສາມາດເຮັດໄດ້ງ່າຍໆ ໂດຍໃຊ້ເວລາບໍ່ດົນ ແຖມມີປະສິດທິພາບສູງ ພຽງແຕ່ຜັດຖູຜິວຂອງທ່ານດ້ວຍເປືອກກ້ວຍ ປະໄວ້ 30 ນາທີ ແລ້ວລ້າງໜ້າດ້ວຍນໍ້າສະອາດ. ໃຊ້ທຳຄວາມສະອາດ: ທ່ານສາມາດໃຊ້ເປືອກກ້ວຍ ໃນການທໍາຄວາມສະອາດເຄື່ອງ ເຟີນີເຈີ ແລະ ເກີບຂອງທ່ານໄດ້ອີກ ໂດຍທີ່ເປືອກໝາກກ້ວຍຈະຊ່ວຍໃຫ້ເຄື່ອງໃຊ້ຂອງທ່ານກັບຄືນມາໃໝ່ກວ່າເກົ່າ.

ອ່ານເພີ່ມ...

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບ “ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ” ທີ່ທະນາຄານແຫ່ງ ສປປ ລາວ , ​ໃນ​ວັນ​ທີ 16 ພຶດສະພາ ນີ້ວ່າ: ພາຍຫຼັງປະເທດເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເລີ່ມ ແຕ່ທ້າຍປີ 2019 ເປັນຕົ້ນມາ, ສະພາບການເໜັງຕີງແຮງຂອງຄ່າເງິນຂອງຫຼາຍປະເທດຢູ່ຕະຫຼາດສາກົນ ແລະ

ອ່ານເພີ່ມ...

ປະທານສະພາ ຫວຽດນາມ ຢ້ຽມຢາມ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ

ວັນທີ 15 ພຶດສະພາ 2022 ນີ້, ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດຫວຽດນາມພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບບັນດາຕົວແທນທຸລະກິດຂອງ ທະນາຄານຫຸ້ນສ່ວນການຄ້າການລົງທຶນ ແລະ ການພັດທະນາຫວຽດນາມ ຢູ່ທີ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ

ອ່ານເພີ່ມ...

ສປຊ ເຕືອນໄພແຫ້ງແລ້ງ ມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ

ສຳນັກ​ຂ່າວ BBC ລາຍງານໃນວັນ​ທີ16​ ພຶດສະພາ ​ນີ້ວ່າ, ສະຫະ​ປະຊາ​ຊາດ (ສປຊ)​​ເຕືອນ​ວ່າ: ​ໄພ​ແຫ້ງ​ແລ້ງ ມີ​ທ່າ​ອ່ຽງເພີ່ມຄວາມຮຸນ​ແຮງ​ຂຶ້ນ ​ແລະ​ ​ແກ່ຍາວ​ອອກ​ໄປ​ອີກ ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ​ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຊັບ​ສິນ ​ແລະ ຊີວິດຢ່າງ​ໜັກໜ່ວງ ພ້ອມ​ທັງ​ສະ​ໜີ​ແນວທາງ​ແກ້​ໄຂ​ບັນຫາ​ຢ່າງ​ມີ​ປະສິດທິ​ຜົນພາຍຫລັງໄດ້​ເຜີຍ​ແຜ່​ ບົດ​ລາຍ​ງານກ່ຽວ​ກັບຕົວ​ເລກ​ໄພ​ແຫ້ງ​ແລ້ງ​ ປີ 2022 ໃນ​ໄລຍະ​ກອງ​ປະ​ຊຸມ​​ໃຫຍ່ສະຫະ​ປະຊາ​ຊາດ (COP) ປະ​ຈຳ​ປີ ​ຄັ້ງ​ທີ

ອ່ານເພີ່ມ...

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ

ອ່ານເພີ່ມ...

ເປີດງານແຂ່ງຂັນເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລຸ້ນອາຍຸບໍ່ເກີນ 17 ປີ

ງານແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ ໃນລາຍການ COPA Coca-Cola Laos 2021 ຮອບສຸດທ້າຍ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ ຜ່ານມາ ທີ່ສະໜາມກິລາ ລ້ານຊ້າງສະເຕດ້ຽມ, ໂດຍມີ ທ່ານ ວິລະວັນ ບຸນສຸກໄທ

ອ່ານເພີ່ມ...

ລາວ ສະເໜີໃຫ້ ອາຊຽນ ແລະ ອາເມຣິກາ  ຮ່ວມມືໃນການຄົ້ນຄວ້າ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ ໂດຍໄດ້ພົບປະປຶກສາຫາລືກັບທ່ານ ໂຈ ໄບເດັນ, ປະທານາທິບໍດີ ແລະ ທ່ານ ນາງ ຄາມາລາ ແຮຣິດສ໌,

ອ່ານເພີ່ມ...

ໂບວິລັກ ຍາດໄດ້ຫຼຽນເງິນ ທຳອິດໃຫ້ ນັກກິລາ ລາວ

ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ຫຼື ນ້ອງກີກ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ລົງແຂ່ງຂັນໃນຮອບຊີງຊະນະເລີດ ຫຼື​ ຮອບຊີງຫຼຽນຄໍາ ສາມາດອອກຕົວໄດ້ດີໃນຕົ້ນເກມຕີຖືກເປົ້່າໝາຍໄດ້ແຕັມຂຶ້ນນໍາຫ່າງເຖິງ 10 ແຕັມ ແຕ່ໜ້າເສຍດາຍມາພາດເຖິງ 7 ລ່ອງ ຖືກ ນັກກິລາ ມຽນມາ ໂຊຄວາມແມ້ນເກັບແຕ້ມແຊງເອົາຊະນະ ຂາດຮອຍ 44-27 ຄະແນນ

ອ່ານເພີ່ມ...
error: Content is protected !!