ລາວ ສະເໜີໃຫ້ ອາຊຽນ ແລະ ອາເມຣິກາ  ຮ່ວມມືໃນການຄົ້ນຄວ້າ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ ໂດຍໄດ້ພົບປະປຶກສາຫາລືກັບທ່ານ ໂຈ ໄບເດັນ, ປະທານາທິບໍດີ ແລະ ທ່ານ ນາງ ຄາມາລາ ແຮຣິດສ໌, ຮອງປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ແລະ ບັນດາລັດຖະມົນຕີຂະແໜງການທີ່ກ່ຽວຂ້ອງຂອງອາເມລິກາ. ໃນການພົບປະກັບຮອງປະທານາທິບໍດີ ທ່ານ ນາງ ຄາມາລາ ແຮຣິດສ໌ ແລະ ບັນດາລັດຖະມົນຕີຂອງອາເມລິກາ, ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນການຮ່ວມມື ອາຊຽນ-ອາເມຣິກາ ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນທັດສະນະກ່ຽວກັບຂົງເຂດສາທາລະນະສຸກ, ການປ່ຽນແປງສະພາບດິນຟ້າອາກາດ, ການຫັນໄປສູ່ພະລັງງານສະອາດ ແລະ ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ.

ໃນຂົງເຂດສາທາລະນະສຸກ, ສອງຝ່າຍ ເຫັນດີຮັດແໜ້ນການຮ່ວມມື ເພື່ອຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືພະຍາດລະບາດທີ່ອາດເກີດຂຶ້ນໃໝ່ໃນອະນາຄົດ. ບັນດາຜູ້ນຳ ອາຊຽນ ສະແດງຄວາມຊົມເຊີຍຕໍ່ການຊ່ວຍເຫຼືອຂອງ ອາເມຣິກາ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຜ່ານການປະກອບສ່ວນເຂົ້າໃນກອງທຶນ ອາຊຽນ ເພື່ອຕອບໂຕ້ພະຍາດ ໂຄວິດ-19 ແລະ ການຊ່ວຍເຫຼືອດ້ານທຶນຮອນ, ວັກຊີນ ແລະ ອຸປະກອນການແພດໃຫ້ແກ່ບັນດາປະເທດ ອາຊຽນ ໂດຍຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອາເມລິກາ ຢຶນຢັນຈະສືບຕໍ່ຊ່ວຍເຫຼືອ ອາຊຽນ ເພື່ອສ້າງຂີດຄວາມເຂັ້ມແຂງດ້ານສາທາລະນະສຸກ ເພື່ອຟື້ນຕົວທາງດ້ານເສດຖະກິດຈາກການແຜ່ລະບາດ ແລະ ສົ່ງເສີມຄວາມໝັ້ນຄົງດ້ານສຸຂະພາບ. ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມຣິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອທັງວັກຊີນ ແລະ ອຸປະກອນການແພດໃຫ້ແກ່ບັນດາປະເທດ ອາຊຽນ ລວມທັງ ສປປ ລາວ ພ້ອມທັງສະເໜີໃຫ້ ອາຊຽນ ແລະ ອາເມຣິກາ ເພີ່ມທະວີການຮ່ວມມື ໃນການຄົ້ນຄວ້າ ແລະ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດ ໂຄວິດ-19 ແລະ ຢາປົວພະຍາດ ເພື່ອຮັບປະກັນການສະໜອງວັກຊີນຕ້ານ ໂຄວິດ-19 ຢູ່ພາກພື້ນອາຊຽນ ໃຫ້ທົ່ວເຖິງ, ພຽງພໍ ແລະ ສະເໝີພາບ. ນອກນັ້ນ, ກໍຊຸກຍູ້ໃຫ້ ອາເມຣິກາ ສະໜັບສະໜູນແຜນວຽກຟື້ນຟູຮອບດ້ານ ອາຊຽນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃນການເຊື່ອມຈອດເສດຖະກິດພາກພື້ນ ໃຫ້ມີຄວາມຍືນຍົງ, ຮັບປະກັນຕ່ອງໂສ້ການຜະລິດໃຫ້ມີຄວາມໂລ່ງລ່ຽນ, ສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຊຸກຍູ້ການຫັນເປັນດີຈິຕອນ, ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃຫ້ມີປະສິດທິພາບ.

ໃນດ້ານການປ່ຽນແປງສະພາບດິນຟ້າອາກາດ, ອາຊຽນ ແລະ ອາເມຣິກາ ຢາໍ້ຄືນຄວາມໝາຍໝັ້ນຕໍ່ການປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ. ອາເມຣິກາ ຢືນຢັນຈະສະໜັບສະໜູນອາຊຽນ ເພື່ອສ້າງຄວາມເຂັ້ມໃນການຮັບມື ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນແມ່ນບັນດາລະດັບນ້ຳທະເລເພີ່ມຂຶ້ນ, ໄພນາໍຸຖ້ວມ, ໄພແຫ້ງແລ້ງ ແລະ ໄພພິບັດອື່ນໆ. ກ່ຽວກັບການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ຄວາມເຂັ້ມແຂງດ້ານພະລັງງານ, ສອງຝ່າຍເຫັນດີຮ່ວມມືເພື່ອສົ່ງເສີມການນຳໃຊ້ພະລັງງານທົດແທນ ໂດຍການມີສ່ວນຮ່ວມຂອງພາກລັດ-ພາກເອກະຊົນ, ການນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ການສົ່ງເສີມຕາໜ່າງໄຟຟ້າ ອາຊຽນ. ສຳລັບການຮ່ວມມືດ້ານພື້ນຖານໂຄງລ່າງ, ສອງຝ່າຍເຫັນດີເພີ່ມທະວີການເຊື່ອມຈອດໃນທຸກດ້ານທະເລ, ທາງບົກ ແລະ ທາງອາກາດ.

ບັນດາຜູ້ນຳ ອາຊຽນ ໄດ້ພົບປະກັບພະນະທ່ານ ໂຈ ໄບເດັນ, ປະທານາທິບໍດີແຫ່ງ ສະຫະລັດ ອາເມລິກາ ໂດຍໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ໃນກອງປະຊຸມສຸດຍອດຄັ້ງນີ້, ຜູ້ນຳອາຊຽນ ແລະ ອາເມຣິກາ ໄດ້ເຫັນດີໃນດ້ານຫຼັກການຍົກລະດັບການພົວພັນ ອາຊຽນ-ອາເມຣິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ຊຶ່ງຈະຮັບຮອງເອົາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ອາເມຣິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນ ເດືອນ ພະຈິກ 2022. ໃນໂອກາດນີ້, ຜູ້ນຳ ອາຊຽນ ແລະ ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມ ອາຊຽນ-ອາເມຣິກາ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.

ຂໍ້ມູນຂ່າວ ແລະ ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!