ໂບວິລັກ ຍາດໄດ້ຫຼຽນເງິນ ທຳອິດໃຫ້ ນັກກິລາ ລາວ

ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ຫຼື ນ້ອງກີກ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ລົງແຂ່ງຂັນໃນຮອບຊີງຊະນະເລີດ ຫຼື​ ຮອບຊີງຫຼຽນຄໍາ ສາມາດອອກຕົວໄດ້ດີໃນຕົ້ນເກມຕີຖືກເປົ້່າໝາຍໄດ້ແຕັມຂຶ້ນນໍາຫ່າງເຖິງ 10 ແຕັມ ແຕ່ໜ້າເສຍດາຍມາພາດເຖິງ 7 ລ່ອງ ຖືກ ນັກກິລາ ມຽນມາ ໂຊຄວາມແມ້ນເກັບແຕ້ມແຊງເອົາຊະນະ ຂາດຮອຍ 44-27 ຄະແນນ ຄວ້າຫຼຽນຄໍາ ໄປຄອງ ສ່ວນ ໂບວິລັກ ໄດ້ພຽງຫຼຽນເງິນ ແລະ ເປັນຫຼຽນເງິນທໍາອິດໃຫ້ແກ່ທັບນັກກິລາລາວ ໃນຮ່າໂນ້ຍ ເກມ 2021.

ການແຂ່ງຂັນກິລາເປຕັງ ຮ່າໂນ້ຍ ເກມ ທີ່ ສສ ຫວຽດນາມ ຄັ້ງນີ້ ມີການຊີງໄຊກັນທັງໝົດ 8 ລາຍການ ປະກອບມີ ຊຸດຕິ້ງຍິງ, ຊຸດຕິ້ງຊາຍ, ທີມຄູ່ຍິງ, ທີມຄູ່ຊາຍ, ທີມຄູ່ປະສົມ, ທີມຊຸດຍິງ 2 ຊາຍ 1, ທີມຊຸດຍິງ ແລະ ທີມຊຸດຊາຍ, ໃນນັ້ນມີພຽງ 6 ຊາດ ໃນຂົງເຂດ ອາຊຽນ ເຂົ້າຮ່ວມຊີງໄຊ ຄື :ໄທ, ມາເລເຊຍ, ມຽນມາ, ກຳປູເຈຍ, ລາວ ແລະ ເຈົ້າພາບ ຫວຽດນາມ ກິລາດັ່ງກ່າວ ດຳເນີນແຂ່ງຂັນລະຫວ່າງ ວັນທີ 13-19 ພຶດສະພາ 2022 ສຳລັບລາວ ກໍສົ່ງ ນັກກິລາຮ່ວມຊີງໄຊຄົບ 8 ລາຍການ.

ການແຂ່ງຂັນກິລາດັ່ງກ່າວ ທີ່ແຂ່ງຂັນມື້ທຳອິດ ຈັດຂຶ້ນໃນວັນທີ 13 ພຶດສະພານີ້ ທີ່ສະໜາມກິລາ ຮ່າໂນ້ຍ ເນເຊິນນອລ ສະປອດ ເທນນິ້ງ ເຊັນເຕີ ຂ້າງສະໜາມແຫ່ງຊາດ ມີດິງ ຊຶ່ງນຳໃຊ້ ພິທີເປີດ-ປິດ ຮ່າໂນ້ຍ ເກມ ແລະ ມີການຊີງໄຊ 2 ລາຍການ ຈາກປະເພດຊຸດຕິ້ງຍິງ ແລະ ຊຸດຕິ້ງຊາຍ ໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າຄະນະທັບຮັກກິລາລາວ ຮ່ວມໃຫ້ກຳລັງໃຈ ຜ່ານການແຂ່ງຂັນຜົນປະກົດວ່າ: ນັກກິລາທັງສອງຮຸ່ນຂອງລາວ ກໍຄື ທ້າວ ສີສົມພອນ ສັນນະຈອນ ຕົກຮອບທຳອິດ ຍັງເຫຼືອແຕ່ ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ຜ່ານເຂົ້າຮອບຮອງຊະນະເລີດ ກ່ອນຈະເສຍໃຫ້ ນັກກິລາ ມຽນມາ ນາງ ກິນ ເຈີຣີ ເທັສ ດ້ວຍຄະແນນ 44-27 ຄະແນນ ຄວ້າຫຼຽນຄຳ ໄປຄອງ ສ່ວນ ໂບວິລັກ ໄດ້ພຽງຫຼຽນເງິນ ແລະ ເປັນຫຼຽນເງິນທຳອິດໃຫ້ແກ່ທັບນັກກະລາລາວ ສ່ວນຫຼຽນທອງ ຮ່ວມ ແມ່ນຕົກເປັນຂອງ ນັກກິລາ ກຳປູເຈຍ ແລະ ຫວຽດນາມ ສ່ວນຫຼຽນຄຳ ຊຸດຕີ້ງຊາຍ ຕົກເປັນຂອງໄທ, ຫຼຽນເງິນ ຫວຽດນາມ ແລະ ຫຼຽນທອງຮ່ວມ ແມ່ນ ມຽນມາ ແລະ ກຳປູເຈຍ.

ຂໍ້ມູນຂ່າວ: ສົງການ ພັນແພງດີ

error: Content is protected !!