ກິນປາ ພາໃຫ້ສະໝອງດີ

ປົກກະຕິແລ້ວ ຮ່າງກາຍຕ້ອງການສານອາຫານທີ່ຄົບຖ້ວນ ເພື່ອນຳໄປເສີມສ້າງ ແລະ ສ້ອມແຊມສ່ວນຕ່າງໆ. ສະນັ້ນ ອາຫານທຸກຄາບຈຶ່ງມີຄວາມສຳຄັນ ແລະ ຈຳເປັນ ເຊັ່ນ ອາຫານທີ່ມີໂປຣຕິນ ທີ່ມີຫຼາຍຢູ່ໃນຊີ້ນສັດທຸກໆຊະນິດ. ສຳລັບຊີ້ນປາທຸກໆຊະນິດ ແມ່ນມີຄຸນຄ່າທາງອາຫານສູງຫຼາຍກວ່າຊີ້ນສັດຊະນິດອື່ນໆ.

ໃນຊີ້ນປາ ມີສ່ວນປະກອບຂອງ ກົດອະມິໂນ ທີ່ຈຳເປັນຕໍ່ຮ່າງກາຍສູງ ໂດຍສະເພາະ ໄລຊີນ ແລະ ທຣີໂອນີນ ຊຶ່ງຈຳເປັນຕໍ່ການຈະເລີນເຕີບໂຕໃນໄວເດັກ. ສານອາຫານດັ່ງກ່າວ ພົບຫຼາຍໃນປາທູ ຊຶ່ງຖ້າຄິດເປັນໜ່ວຍຈະມີສູງເຖິງ 92 ໜ່ວຍ ເມື່ອທຽບໃສ່ກັບນົມງົວ ຊຶ່ງມີ 91 ໜ່ວຍ, ຊີ້ນງົວ 80 ໜ່ວຍ ແລະ ຖົ່ວເຫຼືອງ 63 ໜ່ວຍ.

ນອກຈາກນີ້ ຊີ້ນປາຍັງມີກົດໄລໂນເລອິດ ຊຶ່ງເປັນໂຕຄວບຄຸມລະດັບ ຄໍເລດສະເຕີຣອນ ແລະ ໄຕຣົກລີເຊີໄຣ ໃນກະແສເລືອດ ແລະ ທີ່ສຳຄັນ ກໍຄື ກົດໂດໂຄຊາເຮັກຊີໂນ (DHA) ຊຶ່ງເປັນສ່ວນປະກອບຂອງຈຸລັງສະໝອງ. ນັກວິໄຈພົບວ່າ ເຄິ່ງໜຶ່ງຂອງ DHA ໃນສະໝອງຂອງເດັກ ແມ່ນໄດ້ຮັບມາຕັ້ງແຕ່ມື້ເກີດ, ສ່ວນອີກເຄິ່ງໜຶ່ງ ຈະໄດ້ຮັບມາເມື່ອອາຍຸໄດ້ 1 ປີ.

ຊີ້ນປາທີ່ມີ DHA ຫຼາຍໄດ້ແກ່ ປາຄໍ່, ປາສະຫວາຍ, ປາທູ, ປາມຶກກ້ວຍ ແລະ ໄສ້ຕັນ. ຜູ້ທີ່ກິນໄຂ່ໄກ່ ກໍຈະໄດ້ຮັບ DHA ຄືກັນ ແຕ່ໄດ້ຮັບຈຳນວນໜ້ອຍກວ່າ, ແຕ່ກົງກັນຂ້າມກັບນົມງົວ ທີ່ພົບວ່າ ບໍ່ມີ DHA ເລີຍ.

ນອກນີ້ ຜູ້ທີ່ກິນຊີ້ນປາ ຍັງໄດ້ຮັບວິຕາມິນ B1, B2, ໃນອະຊີນ ແລະ ເກືອແຮ່ ຊຶ່ງໄດ້ແກ່ ແຄວຊຽມ, ຟໍສະຟັດ ລວມທັງທາດເຫຼັກ ແລະ ໄອໂອດີນ ອີກດ້ວຍ. ນອກນັ້ນ ຊີ້ນປາຍັງມີເສັ້ນໃຍ (ໄຟເບຼີ) ໜ້ອຍ, ເຮັດໃຫ້ຍ່ອຍໄດ້ງ່າຍ ເໝາະສໍາລັບເດັກນ້ອຍເກີດໃໝ່, ເດັກນ້ອຍ ຫຼື ຜູ້ໃຫຍ່.

error: Content is protected !!