ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດ ອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.
Author: admin
ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ບໍລິການ ແລກປ່ຽນເງິນຕາ ອອນລາຍ ພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ
ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດ ອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.
ຊີ້ແຈງຄວາມຄືບໜ້າ ການກວດກາຄືນ ບັນດາໂຄງການເຊົ່າ-ສໍາປະທານທີ່ດິນ
ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ໄດ້ກວດກາຄືນ 438 ໂຄງການເຊົ່າ, ສໍາປະທານທີ່ດິນ ທີ່ດໍາເນີນໄປບໍ່ມີປະສິດທິພາບ, ການອະນຸຍາດບໍ່ຖືກຕ້ອງຕາມກົດໝາຍ ໃນນີ້ໄດ້ລຶບລ້າງໂຄງການທີ່ບໍ່ມີຕົວຕົນ 74 ໂຄງການ; ຂະນະທີ່ການຈັດສັນດິນໃນສາມປະເພດປ່າ ທີ່ມີປະຊາຊົນດຳລົງຊີວິດຢູ່ກ່ອນການກຳນົດເປັນປ່າສະຫງວນ, ລັດ ຍັງບໍ່ທັນໄດ້ອອກໃບຢັ້ງຢືນການນໍາໃຊ້ທີ່ດິນໃຫ້ ພຽງແຕ່ອອກແຜນທີ່ດິນ ເພື່ອເປັນຂໍ້ມູນໃຫ້ແກ່ປະຊາຊົນນໍາໃຊ້ ແລະ ເສຍຄ່າທໍານຽມການນໍາໃຊ້ທີ່ດິນ ຫຼື ພາສີທີ່ດິນປະຈໍາປີ. ກອງປະຊຸມສະໄໝສາມັນ ເທື່ອທີ 3
ປກສ ເມືອງ ຫາດຊາຍຟອງ ກວາດລ້າງກຸ່ມຂາຍຢາເສບຕິດຂາຍໜ້ອຍຂາຍຫຼາຍຈັບໝົດ
ພັຕ ຄຳຈັນ ວິໄລ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນເດືອນພຶດສະພາ 2022, ມີພົນລະເມືອງແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງວ່າ ມີກຸ່ມຄົນຈຳນວນໜຶ່ງຄ້າຂາຍຢາເສບຕິດຢູ່ບ້ານໂພນປ່າເປົ້າ ເມືອງ ສີສັດຕະນາກ, ເຈົ້າໜ້າທີ່ຈຶ່ງໄດ້ລົງເກັບກຳຂໍ້ມູນເຫັນວ່າແມ່ນຄວາມຈິງ. ວັນທີ 14 ມິຖຸນາ 2022 ເວລາ
ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ທັນຖືກແກ້ໄຂຂາດຕົວ ເນື່ອງຈາກຫລາຍສາເຫດ
ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນຫລາຍບັນຫາ ໂດຍສະເພາະ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ
ອາຊຽນ-ອິນເດຍ ຮັດແໜ້ນສາຍພົວພັນການຮ່ວມມື
ອີງຕາມການລາຍງານຂ່າວຈາກ ສໍານັກຂ່າວສານຕ່າງປະເທດ (https://www.trtworld.com) ລາຍງານວ່າ, ໃນກອງປະຊຸມວາລະພິເສດ ຄົບຮອບ 30 ປີ ຄວາມສຳພັນສະມາຄົມປະຊາຊາດ ເອເຊຍ ຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ (Special ASEAN-India Foreign Ministers’ Meeting) ທີ່ຈັດຂຶ້ນຢູ່ທີ່ ນິວເດລລີ, ປະເທດ ອິນເດຍ ໃນລະຫວ່າງ ວັນທີ
ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ
ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ
ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດ ຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິ ຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫລາຍປີ.ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ
ຄາດວ່າ ແຮງງານລາວຢູ່ຕ່າງປະເທດ ຈະສົ່ງເງິນກັບ 4.5 ລ້ານກວ່າໂດລາຕໍ່ເດືອນ
ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດ
ລັດຖະບານວາງຍຸດທະສາດ ຮອດປີ 202ໃຫ້ມີການນຳໃຊ້ລົດໄຟຟ້າ ຢ່າງໜ້ອຍ 1%
ປັດຈຸບັນ, ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງຍຸດທະສາດ ແລະ ຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2025 ໃຫ້ມີການນຳໃຊ້ລົດໄຟຟ້າຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ ຕາມຕົວເລກປະມານ 20,000 ຄັນ ໃນຂອບເຂດທົ່ວປະເທດ. ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
ການຂຸດຄົ້ນ ຊື້-ຂາຍເງິນຄຣິບໂຕ ຍັງເປັນເລື່ອງໃໝ່ ສຳລັບ ລາວ
ການຂຸດຄົ້ນເງິນຄຣິບໂຕຢູ່ ສປປ ລາວ ຖືວ່າ ເປັນເລື່ອງໃໝ່, ປັດຈຸບັນຍັງຢູ່ໃນໄລຍະທົດລອງ ແຕ່ລັດຖະບານກໍມີລາຍຮັບຈາກບໍລິສັດທີ່ຂຸດຄົ້ນເງິນດັ່ງກ່າວ 3 ແຫຼ່ງ ປະກອບມີ: ຄ່າລິຂະສິດການອອກໃບອະນຸຍາດດໍາເນີນທຸລະກິດ, ອາກອນມອບເໝົາ ແລະ ຄ່ານຳໃຊ້ໄຟຟ້າຕົວຈິງ. ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ










