ປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນ ໃນຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ ແລະ ກະທົບແຮງ ໃນຕໍ່ໜ້າ. ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ
Author: admin
ຈຳປາສັກ ເປີດເທດສະການອາຫານ ແລະ ເຄື່ອງຝາກ ກະຕຸ້ນເສດຖະກິດ ສົ່ງເສີມລາວທ່ຽວລາວ
ແຫລ່ງຂ່າວຈາກ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະແນກຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຈຳປາສັກ ຈັດເທດສະການອາຫານ ແລະ ເຄື່ອງຕ້ອນຂອງຝາກ ເພື່ອກະຕຸ້ນເສດຖະກິດ, ສົ່ງເສີມດານທ່ອງທ່ຽວລາວທ່ຽວລາວ. ທ່ານ ນາງ ວາດສະໜາ ສີລິມາ ປະທານແນວລາວສ້າງຊາດ ແຂວງ ຈຳປາສັກ ໄດ້ກ່າວວ່າ:
ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ມີຜົນສຳເລັດຫຼາຍດ້ານ
ເຖິງວ່າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ຈະດຳເນີນໄປໃນສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປຢ່າງສັບສົນ ລວມທັງການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນວົງກວ້າງ ເຮັດໃຫ້ສະພາບເສດຖະກິດ-ການເງິນພາຍໃນປະເທດ ທີ່ມີຄວາມບອບບາງຢູ່ແລ້ວ ຍິ່ງເພີ່ມມີຄວາມຫຍຸ້ງຍາກຕື່ມອີກ ແຕ່ກໍສາມາດຍາດໄດ້ຜົນສໍາເລັດຈໍານວນໜຶ່ງທີ່ພົ້ນເດັ່ນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ໄດ້ຂຶ້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ
ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ຈະເລັ່ງຂົນສົ່ງນໍ້າມັນໃຫ້ຄົບຕາມຈຳນວນທີ່ແຈ້ງໄປໂດຍດ່ວນ
ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ແຈ້ງ! ສະເພາະຈຸດນະຄອນຫຼວງ ຕາມການສັ່ງຈ່າຍນ້ຳມັນຕົວຈິງ ສູ່ປ້ຳຕົວແທນໃນຂົງເຂດເມືອງຕ່າງ ໃນເວລາຕອນເຊົ້າ ທີ 20/06/2022 ນີ້ມີທັງໝົດຈຳນວນ 35 ປ້ຳ ປາກົດວ່າ: ປ້ຳສວ່ນຫຼາຍແມ່ນໄດ້ຈຳໜ່າຍໝົດກ່ອນເວລາ ເຊິ່ງທາງ ລນລ ຈະໄດ້ເລັ່ງຂົນສົ່ງໃຫ້ຄົບຕາມຈຳນວນທີ່ແຈ້ງໄປໂດຍເລັ່ງດ່ວນ. ສະເພາະ 3 ປ້ຳຕົວແບບ ຂອງ ລນລ: 1. ປ້ຳ
ສະພາແຫ່ງຊາດ ຮັບຮອງ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ເພີ່ມຕື່ມ ຈຳນວນ 2 ທ່ານ
ພົອ ວິໄລ ຫຼ້າຄໍາຟອງ ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ປ້ອງກັນຄວາມສະຫງົບ. ທ່ານ ສະເຫຼີມໄຊ ກົມມະສິດ ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ.
ອອກມາແລ້ວ! ແຜນການຈໍາໜ່າຍນໍ້າມັນ ໃນຂອບເຂດທົ່ວປະເທດ
ແຜນການຈໍາໜ່າຍນ້ຳມັນເຊື້ອໄຟ ຂອງ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ລາວ ໃນຂອບເຂດທົ່ວປະເທດ ປະຈຳວັນທີ 21-22/06/2022
ສະຫລອງຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ອິນເດຍ
ເພື່ອສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ອິນເດຍ, ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ ໄດ້ຖືກຈັດຂຶ້ນໃນວັນທີ 16-17 ມິຖຸນາ 2022 ທີ່ ນິວເດລລີ, ປະເທດ ອິນເດຍ ໂດຍການເປັນປະທານຮ່ວມຂອງລັດ ຖະມົນຕີຕ່າງປະເທດ ສິງກະໂປ ແລະ ລັດຖະມົນຕີຕ່າງປະເທດ ອິນເດຍ, ມີບັນດາລັດຖະມົນຕີຕ່າງປະເທດ
ເປັນຄູອາສາມາ 10 ປີທົນບໍ່ໄຫວ ຈິ່ງຂໍບໍາເນັດ ດ້ວຍເງິນສະຫວັດດີການ ຈຳນວນ 500,000 ກີບ
ຄູເນັ່ງທ່າວ ເພຍຫລວງ ອາຍຸ 35 ປີ ເປັນອີກໜຶ່ງຄົນ ທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວ ແຕ່ຍັງບໍ່ໄດ້ລັດຖະກອນ ສຸດທ້າຍຈຶ່ງຈຳໃຈຂໍລາຈາກໂຮງຮຽນຫມູ່ຄູ່, ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ. ຄູອາສາ ຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີ ແຕ່ບໍjໄດ້ຫຍັງນອກຈາກຄວາມຮັກ
ລັດຖະບານ ໄດ້ວາງມາດຕະການຄວບຄຸມ ການເຂົ້າ-ອອກ ປະເທດ ຢ່າງເຂັ້ມງວດ ພາຍຫລັງເປີດປະເທດ
ນັບແຕ່ໄດ້ປະກາດເປີດປະເທດເຕັມຮູບແບບ ເລີ່ມແຕ່ ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ລັດຖະບານ ໄດ້ອອກແຈ້ງການກ່ຽວກັບມາດຕະການໃນການເຂົ້າ-ອອກ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໄລຍະມີການລະບາດຂອງພະຍາດ ໂຄວິດ-19 ໂດຍໄດ້ມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍ ແລະ
ລັດຖະມົນຕີ ກະຊວງການເງິນ ແຈ້ງໃຫ້ທຸກດ່ານພາສີອຳນວຍຄວາມສະດວກໃນການນຳເຂົ້ານ້ຳມັນເຊື້ອໄຟ
ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ເລກທີ 1768/ກງ, ລົງວັນທີ 17 ມິຖຸນາ 2022 ເລື່ອງການນໍາເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຊຸມຊົນນໍາໃຊ້ໃນຂອບເຂດທົ່ວປະເທດ. ເພື່ອຈັດຕັ້ງປະຕິບັດການນໍາເຂົ້າ ແລະ ການສະໜອງນໍ້າມັນເຊື້ອໄຟ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ຕາມນະໂຍບາຍຂອງລັດຖະບານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ທັນສະພາບການ, ຮັບປະກັນການຕອບສະໜອງຕາມແຜນການນຳເຂົ້າ ຂອງບັນດາບໍລິສັດນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດຈາກລັດທະບານ.










