ອາຊຽນ-ອິນເດຍ ຮັດແໜ້ນສາຍພົວພັນການຮ່ວມມື

ອີງຕາມການລາຍງານຂ່າວຈາກ ສໍານັກຂ່າວສານຕ່າງປະເທດ (https://www.trtworld.com) ລາຍງານວ່າ, ​ໃນ​ກອງ​ປະຊຸມ​ວາລະ​ພິ​ເສດ ຄົບຮອບ 30 ​ປີ ຄວາມ​ສຳພັນສະມາຄົມປະຊາ​ຊາດ ເອເຊຍ ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ຫຼື ອາ​ຊຽນ (Special ASEAN-India Foreign Ministers’ Meeting) ທີ່ຈັດຂຶ້ນຢູ່ທີ່ ນິວເດລລີ, ປະເທດ ອິນເດຍ ໃນລະຫວ່າງ​ ວັນ​ທີ 15-17 ມິຖຸນາ 2022 ນີ້, ໂດຍ ສິງກະ​ໂປ ​ແລະ ອິນ​ເດຍ ຮຽກຮ້ອງ​ໃຫ້ ​ອາ​ຊຽນ ​ແລະ ອິນ​ເດຍ ​ຮັດ​ແໜ້ນ​ຄວາມ​ສຳພັນ​ການ​ຮ່ວມ​ມືໃຫ້​ຫລາຍ​ຂຶ້ນທ່າມກາງສະຖານະ​ການ ຣັດ​ເຊຍ ​ແລະ ຢູເຄຣນ ຍັງ​ຄັ່ງ​ຮ້ອນລວມທັງ ສ.ອາ​ເມ​ຣິ​ກາ ​ແລະ ຈີນ ມີ​ການ​ແຂ່ງຂັນ​ກັນ​ຫລາຍ​ຂຶ້ນຈົນ​ເປັນ​ໄພ​ຕໍ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບໃນ​ພາກ​ພື້ນ.

 ໃນກອງປະຊຸມ​ວາລະ​ພິ​ເສດ ດັ່ງກ່າວ, ລັດຖະມົນຕີ​ຕ່າງປະ​ເທດ ອິນ​ເດຍ ໄດ້ກ່າວ​ວ່າ: ອາ​ຊຽນ ​ແລະ ອິນ​ເດຍ ພວມ​ຜະ​ເຊີນ​ຜົນ​ກະທົບ​ຈາກ​ສະພາບ​ການຂອງ​ໂລກ​ເຄັ່ງຮ້ອນຂຶ້ນ ກ່ຽວ​ກັບຄວາມ​ໝັ້ນຄົງ ​ດ້ານ​ອາຫານ ​ແລະ ພະລັງງານ ຊຶ່ງ ​ອິນ​ເດຍ ສະໜັບສະໜູນ ອາ​ຊຽນ ທີ່​ເຂັ້ມ​ແຂງເປັນ​ໜຶ່ງ​ດຽວ ​ແລະ ຄວາມຈະ​ເລີ​ນ​ຮຸ່ງ​ເຮືອງຢ່າງ​ເຕັມ​ສ່ວນ​ເພາະ ​ອາ​ຊຽນ ​ໄດ້​ຮັບ​ການ​ຍອມຮັບກ່ຽວ​ກັບຄວາມ​ເປັນກາງ​ໃນ​ພາກ​ພື້ນ​ ອິນ​ໂດ-ປາຊີ​ຟິກ ພ້ອມ​ໃຊ້ໂອກາດ​ນີ້ ​ເນັ້ນ​ໃສ່​ເລື່ອງ ​ອາ​ຊຽນ ​ແລະ ອິນ​ເດຍ ຈຳ​ເປັນ​ຕ້ອງ​ເສີມ​ສ້າງ​ຄວາມ​ເຊື່ອມ​ໂຍງ​ ທາງບົກ ​ແລະ​ ທາງທະ​ເລລະຫວ່າງ​ກັນໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ.

error: Content is protected !!