ວັນທີ 20 ມິຖຸນາ ປີ 2022 ນີ້, ເຂື່ອນໄຟຟ້ານ້ຳທາ ຂອງປະເທດ ລາວ ໄດ້ສົ່ງໄຟຟ້າໄປແຂວງ ຢຸນນານ, ປະເທດ ຈີນ ຢ່າງສຳເລັດຜົນ ເຊິ່ງໄດ້ປ່ຽນສະພາບເດີມທີ່ຈີນສົ່ງໄຟຟ້າໄປ ລາວ ພຽງຝ່າຍດຽວໃຫ້ກາຍເປັນ ຈີນ-ລາວ ສົ່ງໄຟຟ້າໃຫ້ກັນແລະກັນ. ນີ້ແມ່ນຕາໜ່າງໄຟຟ້າ ລາວ-ຈີນ ສາມາດສົ່ງໄຟຟ້າໃຫ້ກັນ ແລະ ກັນເປັນຄັ້ງທຳອິດ
Author: admin
ຫລາຍປ້ຳນ້ຳມັນ ເລີ່ມບໍລິການປະຊາຊົນ ແຕ່ຄວາມຕ້ອງການຍັງສູງ
ນັບແຕ່ລັດຖະບານໄດ້ປະກາດວ່າ ນັບແຕ່ວັນທີ 20 ມິຖຸນາ 2022 ເປັນຕົ້ນໄປຈະມີນ້ຳ ມັນສະໜອງສະໜອງໃຫ້ຜູ້ຊົມໃຊ້ຢ່າງພຽງພໍ ໃນຂອບເຂດທົ່ວປະເທດ, ມາຮອດວັນທີ 21 ມິຖຸນາ 20 22 ນີ້, ສະເພາະ ຢູ່ນະຄອນຫລວງ ວຽງຈັນ ສັງເກດເຫັນວ່າປ້ຳນ້ຳມັນຫລາຍແຫ່ງ ຢູ່ບັນດາເມືອງຕ່າງ ໆ ໄດ້ເລີ່ມເປີດໃຫ້ບໍລິການ, ແຕ່ຍັງມີປະຊາຊົນຫລັ່ງໄຫລກັນໄປຊື້ນ້ຳມັນ, ລຽນຄິວກັນ ຫລື
ສສຊ ຮຽກຮ້ອງລັດຖະບານຮີບຮ້ອນ ແກ້ໄຂລາຄາສິນຄ້າ, ນໍ້າມັນແພງ, ເງິນເຟີ້ ແລະ ຊຸກຍູ້ການຜະລິດ
ໃນວັນທີ 21 ມິຖຸນາ 2022, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລ່ງຂ່າວກ່ຽວກັບ ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.
ລັດຖະບານ ໄດ້ຍົກສູງປະສິດທິພາບ ການແກ້ໄຂຢາເສບຕິດ ສາມາດມ້າງຄະດີ 4,094 ເລື່ອງ
ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ເຊິ່ງກໍາລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫລັກການ ແລະ ວິທີການວິຊາສະເພາະ, ນັບແຕ່ເດືອນ 7/2021 ຮອດເດືອນ5/20 22 ສາມາດແກ້ໄຂມ້າງຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ 4,094 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5,818
ຮອດປີ 2030 ລາວ ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກຳປູເຈຍ ກວ່າ 6,000 MW
ອີງກອບການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6,000 MW; ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW. ສຳລັບສັນຍາການຮ່ວມມືດ້ານພະລັງງານລະຫວ່າວສອງປະເທດ ປະກອບມີສັນຍາຊື້-ຂາຍໄຟ ຟ້າ
ເປີດນຳໃຊ້ຂົວ ເຊສະໝູ ຢ່າງເປັນທາງການ!
ພິທີເປີດນຳໃຊ້ຂົວເຊສະໝູ ຢ່າງເປັນທາງການໄດ້ຈັດຂຶ້ນ ໃນວັນທີ 16 ມິຖຸນາ 2022 ໂດຍການເປັນກຽດ ເຂົ້າຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າ ແຂວງ ສະຫວັນນະເຂດ, ທ່ານ ບົວຄາດ ຮິນ ຫົວໜ້າພະແນກ ພັດທະນາຕົວເມືອງ ແລະການ ຂົນສົ່ງໃນຂົງເຂດ ເອເຊຍ ຕາເວັນອອກ
ນັກຮຽນຄົນ ລາວ 66 ຄົນ ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟ ລາວ-ຈີນ
ນັກຮຽນຄົນລາວ ຈໍານວນ 66 ຄົນ ໄດ້ຜ່ານການສອບ ເສັງເປັນຜູ້ຊ່ວຍຂັບລົດໄຟ ລາວ-ຈີນ ໃນວັນທີ 18 ມິຖຸນາປີ 2022 ນີ້ ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວກາຍເປັນຄົນລາວງວດທໍາອິດທີ່ເປັນຜູ້ຂັບລົດໄຟ ລາວ-ຈີນ ຢ່າງເປັນທາງການ. ອີງຕາມຂໍ້ມູນຈາກ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການຂົນສົ່ງລົດໄຟລາວ-ຈີນ ເບື້ອງຝ່າຍລາວ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ
ເຈົ້າໜ້າທີ່ ປກສ ຕ້ານທຸກປາກົດການຫຍໍ້ທໍ້ ທີ່ອາດແອບແຝງມານໍາການທ່ອງທ່ຽວ
ພາຍຫລັງ ລັດຖະບານໄດ້ເປີດປະເທດຢ່າງເຕັມຮູບແບບ ມານີ້, ໄດ້ເຮັດໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າ-ອອກ ໄປທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະນັ້ນ ເຈົ້າໜ້າທີ່ຕໍາຫລວດທ່ອງທ່ຽວເອົາໃຈໃສ່ ປະຕິບັດວຽກງານຕາມວິຊາສະເພາະ ແລະ ເພີ່ມທະວີຂອດປະສານງານກັບພາກສ່ວນກ່ຽວຂ້ອງອື່ນໆໃຫ້ກົມກຽວ-ຄ່ອງຕົວ ທັງເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ທີ່ນອນໃນຂົງເຂດຫົວໜ່ວຍທຸລະກິດການທ່ອງທ່ຽວ ໃຫ້ມີປະສິດທິຜົນສູງ ແນໃສ່ປ້ອງກັນ-ສະກັດກັ້ນ, ຊອກຮູ້ກຸ່ມຄົນບໍ່ດີ ທີ່ສວຍໂອກາດນໍາໃຊ້ເສັ້ນທາງຢ້ຽມຢາມ, ທ່ອງທ່ຽວ ເປັນສາກອໍາພາງ. ທ່ານ
ມື້ທຳອິດຂອງແຜນແກ້ໄຂນໍ້າມັນ ມີຢ່າງໜ້ອຍ 600 ປ້ຳທີ່ເປີດຂາຍ
ມາຮອດວັນທີ 20 ມິຖຸນາ 2022 ບັນດາບໍລິສັດນຳເຂົ້າ ມີແຜນການນໍາເຂົ້າສະເລ່ຍ 5.92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າ ທີ່ສູງຂຶ້ນສົມຄວນ ທຽບໃສ່ຫຼາຍວັນຜ່ານມາ. ຂະນະທີ່ທົ່ວປະເທດມີປໍ້ານໍ້າມັນເຊື້ອໄຟ ທີ່ເປີດບໍລິການເປັນປົກກະຕິ ທັງໝົດ 706 ປໍ້າ ກວມ 35.47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມິຖຸນາ 2022 ກະຊວງອຸດສາຫະກຳ
ເປີດເສັ້ນທາງບິນໃໝ່! ຈາກ ຫຼວງພະບາງ ຫາ ບາງກອກ ປະເທດ ໄທ 3 ຖ້ຽວຕໍ່ອາທິດ
ນັບເປັນເວລາດົນນານພໍສົມຄວນ ທີ່ໄດ້ຍົກເລີກເສັ້ນທາງສາຍການບິນຂອງບັນປະເທດເພື່ອນບ້ານສູ່ແຂວງ ຫຼວງພະບາງ, ເມືອງ ມໍລະດົກໂລກ ຍ້ອນສະພາບການລະບາດຂອງພະຍາດ ໂຄວິດ-19, ໜຶ່ງໃນນັ້ນກໍແມ່ນສາຍການບິນ ຫຼວງພະບາງ ສູ່ບາງກອກ ແອເວ ມາຮອດ ວັນທີ 17 ມິຖຸນາ 2022 ລັດວິສາຫະກິດ ການບິນລາວ ສາຂາແຂວງຫຼວງພະບາງ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ. ທ່ານ ມີຈຸດປະສົງຢາກເດີນທາງ ໄປປະເທດ



