ຮອງປະທານຫໍການຄ້າ ຂອງ ໜອງຄາຍ ລະບຸວ່າ ຫຼັງຈາກ ລາວ ເປີດເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງໂລຈິສຕິກໃໝ່ ທີ່ດຶງດູດນັກທ່ອງທ່ຽວ-ຂົນສົ່ງສິນຄ້າ, ຄົນລາວຫັນມາຊື້ເຄື່ອງພາຍໃນປະເທດແທນການຂ້າມໄປອຸດອນ-ໜອງຄາຍ ເລັ່ງໃຫ້ລັດ ແລະ ເອກະຊົນໃນພື້ນທີ່ ປັບປຸງດ່ວນ. ໜອງຄາຍ ແລະ ກຸ່ມແຂວງໃນອີສານ ທີ່ມີຊາຍແດນຕິດກັບ ສປປ ລາວ ກຳລັງພົບກັບການປ່ຽນແປງການຄ້າການທ່ອງທ່ຽວທີ່ເຊື່ອມຕໍ່ກັບປະເທດເພື່ອບ້ານ, ຮອງປະທານຫໍການຄ້າແຂວງໜອງຄາຍ ເປີດເຜີຍວ່າ ເສດຖະກິດກ່ອນການແຜ່ລະບາດເຊື້ອພະຍາດໂຄວິດ-19
Author: admin
ມອບ-ຮັບຊົ່ວຄາວ ການກໍ່ສ້າງຂົວເຊສະໝູ ແລະ ຂົວນໍ້າລົ້ນສະແລນ
ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງ ເຊໂປນ ໄດ້ມີການກວດກາ ແລະ ມອບ-ຮັບຊົ່ວຄາວ ການກໍ່ສ້າງຂົວເຊສະໝູ ແລະ ຂົວນໍ້າລົ້ນສະແລນ ໂດຍມີ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງ ເຊໂປນ, ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ
ບໍລິສັດໄຟຟ້ານ້ຳເທີນ 1 ຢືນຢັນ ເຂື່ອນໄຟຟ້ານ້ຳເທີນ 1 ຍັງມີຄວາມປອດໄພ 100%
ພາຍຫລັງມີສື່ສັງຄົມອອນລາຍ ໄດ້ນຳເອົາຂໍ້ມູນຂ່າວສານຂອງ ໂຄງການໄຟ ຟ້ານໍ້າເທີນ 1 ໄປເຜີຍແຜ່ໃນທາງລົບ ເຮັດໃຫ້ສັງຄົມມີຄວາມກັງວົນຕໍ່ຄວາມປອດໄພຂອງເຂື່ອນນໍ້າເທີນ 1 ຢູ່ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອບໍ່ດົນຜ່ານມານີ້. ມາໃນວັນທີ 17 ກໍລະກົດ 2022 ທ່ານ ບຸນຍັັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ຄະນະຮັບຄວາມຜິດຊອບຄວາມປອດໄພຂອງເຂື່ອນ ຂອງບໍລິສັດໄຟຟ້ານໍ້າເທີນ 1
ປກສ ເມືອງປາກງື່ມ ໄລ່ຊອກນໍາຈັບການເຄື່ອນໄຫວຫາປາ ດ້ວຍວິທີການໃຊ້ໝໍ້ໄຟຊ໋ອດຢູ່ນໍ້າງື່ມ
ຕາມການລາຍງານຂອງປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກໍລະກົດ 2022 ກອງບັນຊາການ ປກສ ເມືອງ ປາກງື່ມ ໄດ້ຮັບແຫຼ່ງຂ່າວຈາກປະຊາຊົນຜູ້ຫວັງດີ ວ່າມີກຸ່ມຄົນບໍ່ດີໄດ້ເຄື່ອນໄຫວຫາປາ ດ້ວຍວິທີນຳໃຊ້ໝໍ້ໄຟຊ໋ອດປາຢູ່ຕາມນໍ້າງື່ມເຂດ ບ້ານ ຝັງແດງ. ຫຼັງຈາກໄດ້ມີຂໍ້ມູນ ຈຶ່ງໄດ້ລົງຕິດຕາມເລາະລຽບຕາມລຳນໍ້າງື່ມ ຕົກມາເຖິງເວລາ 3:00 ໂມງເຊົ້າ ຂອງວັນທີ 16
U19 ທີມຊາດ ລາວ ໄດ້ຮັບການຕ້ອນຮັບກັບ ລາວ ຢ່າງອົບອຸ່ນ
ຄະນະນໍາ, ຄູເຝິກ ແລະ ນັກກິລາບານເຕະຮຸ່ນອາຍຸບໍ່ເກີນ 19 ປີ ຫລື U19 ທີມຊາດລາວ ທີ່ສາມາດຍາດໄດ້ຮອງຊະ ນະເລີດໃນການແຂ່ງຂັນບານເຕະຊາຍ U19 ຊີງແຊ້ມ ອາຊຽນ ປະຈໍາປີ 2022 ທີ່ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 2-15 ກໍລະກົດ ນີ້ ໄດ້ເດີນທາງກັບມາເຖີງປະເທດລາວແລ້ວໃນຕອນຄໍ່າວັນທີ 17
ບໍລິສັດ ເບຍລາວ ແຈ້ງປັບຂຶ້ນລາຄາ ບາງຜະລິດຕະພັນ ເລີ່ມ 18 ກໍລະກົດ ນີ້
ແຈ້ງການຈາກ ບໍລິສັດ ເບຍລາວ: ບໍລິສັດ ເບຍລາວ ຈໍາກັດ ມີຄວາມຈໍາເປັນໃນການປັບປ່ຽນລາຄາບາງຜະລິດຕະພັນ ເນື່ອງຈາກໄດ້ຮັບຜົນກະທົບຈາກການປັບເພີ່ມລາຄາຂຶ້ນຢ່າງຕໍ່ເນື່ອງຂອງບັນດາປັດໄຈການຜະລິດ ເຊິ່ງເປັນຜົນມາຈາກພາວະການອ່ອນຄ່າລົງຂອງເງິນກີບຢ່າງໄວເມື່ອທຽບໃສ່ ບັນດາສະກຸນເງິນອື່ນໆທີ່ຊື້ຂາຍແລກປ່ຽນກັນຢູ່, ດັ່ງເຊັ່ນທຸກໆຄັ້ງ ບໍລິສັດ ເບຍລາວ ຈໍາກັດ ໄດ້ມີຄວາມພະຍາຍາມທີ່ຈະປັບປ່ຽນລາຄາ ສິນຄ້າໃຫ້ຫນ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຈໍາກັດຜົນກະທົບທີ່ຈະມີຕໍ່ບັນດາຜູ້ບໍລິໂພກ ແລະ ຮ້ານຄ້າໃນຊ່ວງເວລາທີ່ກໍາລັງ ຫຍຸ້ງຍາກນີ້. ການປັບປ່ຽນລາຄາໃຫມ່ໃນຄັ້ງນີ້ ຈະເລີ່ມມີຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 18 ກໍລະກົດ
ຂໍ້ແນະນຳ ຄົນນອນຫຼັບຍາກ
ການນອນຫຼັບຍາກ ເປັນອາການທີ່ພົບຫຼາຍທີ່ສຸດອາການໜຶ່ງ ໃນບັນດາອາການບໍ່ສະບາຍຕ່າງໆ ເຊັ່ນ ເຈັບຫົວ, ໂຕຮ້ອນ, ເຈັບທ້ອງ, ທ້ອງບິດ, ຖ່າຍທ້ອງ, ຮາກ, ວິນຫົວ, ນໍ້າມູກໄຫຼ, ໄອ… ຕໍ່ໄປນີ້ ຄືຂໍ້ແນະນໍາສໍາຫຼັບຜູ້ທີ່ນອນຫຼັບຍາກ. ເຂົ້ານອນໃຫ້ເປັນເວລາ ຄື ບໍ່ເດິກເກີນໄປ, ນອນຫຼັບໃຫ້ພຽງພໍ (ຄືນລະ 6-8 ຊົ່ວໂມ) ແລະ ຕື່ນນອນໃຫ້ເປັນເວລາເຊັ່ນກັນ,
ທ່ານ ໄມເຄີ້ນ ໄວສ ຄູຝຶກທີມຊາດ ລາວ ຊາວ ເຢຍລະມັນ ອອກມາເປີດໃຈຫລັງພາທີມເສຍໃຫ້ ມາເລເຊຍ
ໃນວັນທີ 16 ກໍລະກົດ 2022 ຄວາມເຄື່ອນໄຫວຫຼັງການແຂ່ງຂັນບານເຕະຊິງແຊ້ມ ອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຊິງຊະນະເລີດ ທີມຊາດມາເລເຊຍ ເອົາຊະນະ ທີມຊາດ ລາວ ໄປ 2-0 ຄວ້າແຊ້ມລາຍການນີ້ໄປຄອງເປັນສະໄໝທີ 2. ຫຼັງຈົບເກມ, ທ່ານ ໄມເຄີ້ນ ໄວສ໌ ຄູຝຶກທີມຊາດລາວ
ພູນິນ ໄຊຍະສອນ ຄວ້າລາງວັນຜູ້ຮັກສາປະຕູດີເດັ່ນ AFF U19 BOYS CHAMPIONSHIP 2022
ພູນິນ ໄຊຍະສອນ ຜູ້ຮັກສາປະຕູ ທີມຊາດລາວ ລຸ້ນອາຍຸບໍ່ເກີນ 19 ປີ ໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນ ການແຂ່ງຂັນບານເຕະຊາຍ ຊີງແຊ້ມ ອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດ ອິນໂດເນເຊຍ.
ປຶກສາຫາລືເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ລາວ ໃນປີ 2024
ໃນວັນທີ 15 ກໍລະກົດນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມປຶກສາຫາລື ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ວຽງຈັນ,










