ບໍລິສັດ ເບຍລາວ ແຈ້ງປັບຂຶ້ນລາຄາ ບາງຜະລິດຕະພັນ ເລີ່ມ 18 ກໍລະກົດ ນີ້

ແຈ້ງການຈາກ ບໍລິສັດ ເບຍລາວ:

ບໍລິສັດ ເບຍລາວ ຈໍາກັດ ມີຄວາມຈໍາເປັນໃນການປັບປ່ຽນລາຄາບາງຜະລິດຕະພັນ ເນື່ອງຈາກໄດ້ຮັບຜົນກະທົບຈາກການປັບເພີ່ມລາຄາຂຶ້ນຢ່າງຕໍ່ເນື່ອງຂອງບັນດາປັດໄຈການຜະລິດ ເຊິ່ງເປັນຜົນມາຈາກພາວະການອ່ອນຄ່າລົງຂອງເງິນກີບຢ່າງໄວເມື່ອທຽບໃສ່ ບັນດາສະກຸນເງິນອື່ນໆທີ່ຊື້ຂາຍແລກປ່ຽນກັນຢູ່, ດັ່ງເຊັ່ນທຸກໆຄັ້ງ ບໍລິສັດ ເບຍລາວ ຈໍາກັດ ໄດ້ມີຄວາມພະຍາຍາມທີ່ຈະປັບປ່ຽນລາຄາ ສິນຄ້າໃຫ້ຫນ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຈໍາກັດຜົນກະທົບທີ່ຈະມີຕໍ່ບັນດາຜູ້ບໍລິໂພກ ແລະ ຮ້ານຄ້າໃນຊ່ວງເວລາທີ່ກໍາລັງ ຫຍຸ້ງຍາກນີ້.

ການປັບປ່ຽນລາຄາໃຫມ່ໃນຄັ້ງນີ້ ຈະເລີ່ມມີຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 18 ກໍລະກົດ 2022 ເປັນຕົ້ນໄປ

error: Content is protected !!