ອັອສເຕຣເລຍ ພົບວິກິດຄວາມຮຸນແຮງຂອງວິກິດສິ່ງແວດລ້ອມພາຍໃນປະເທດ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອັອສເຕຣເລຍໄດ້ເປີດເຜີຍບົດລາຍງານກ່ຽວກັບສິ່ງແວດລ້ອມສະບັບຫຼ້າສຸດໂດຍລະບຸວ່າ ພາຍໃນປະເທດກຳລັງພົບກັບບັນຫາດ້ານສິ່ງແວດລ້ອມໃນຮອບດ້ານ ທັງການສູນເສຍສາຍພັນ ສັດລ້ຽງລູກດ້ວຍນ້ຳນົມ ຫຼາຍກວ່າທະວີບອື່ນໆ ອັດຕາການຫຼຸດລົງຂອງສາຍພັນທີ່ຮ້າຍແຮງທີ່ສຸດໃນກຸ່ມປະເທດທີ່ອຸດົມສົມບູນຫຼາຍທີ່ສຸດໃນໂລກລວມເຖິງໄພທຳມະຊາດຮຸນແຮງທີ່ສ້າງຄວາມເສຍຫາຍມະຫາສານຕໍ່ປະເທດ. ບົດລາຍງານດັ່ງກ່າວ ຊຶ່ງເຮັດຂຶ້ນທຸກ 5 ປີ ໂດຍກະຊວງສິ່ງແວດລ້ອມຂອງ ອັອສເຕຣເລຍລະບຸວ່າ: ອຸນຫະພູມທີ່ເພີ່ມຂຶ້ນທັງນອກ ແລະ ໃນທະເລ, ຮູບແບບໄຟປ່າ ແລະ ຝົນຕົກທີ່ປ່ຽນແປງ, ລະດັບນ້ຳທະເລທີ່ສູງຂຶ້ນ ແລະ ປາກົດການມະຫາສະໝຸດເປັນກົດ ຕ່າງກໍມີຜົນກະທົບສຳຄັນທີ່ເຮັດໃຫ້ເກີດບັນຫາດ້ານສິ່ງແວດລ້ອມ.

ອ່ານເພີ່ມ...

6 ເດືອນຕົ້ນປີ ນວ ເກັບລາຍຮັບບັນລຸ 46.84% ຂອງແຜນການປີ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ໃນວັນທີ 21 ກໍລະກົດ 2022 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ

ອ່ານເພີ່ມ...

ລັດຖະບານຍີ່ປຸ່ນ ມອບທຶນຊ່ວຍຟື້ນຟູ ແລະ ຕອບໂຕ້ ໂຄວິດ-19 ໃນຂະແໜງສຶກສາ ລາວ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ), ລັດຖະບານຍີ່ປຸ່ນ ແລະ ອົງການ Unicef ປະຈໍາ ລາວ ຈັດພິທິປະກາດທຶນຊ່ວຍເຫລືອລ້າ ມູນຄ່າ 621,000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ກິດຈະກໍາຫລຸດຜ່ອນຜົນກະທົບການຮຽນຂອງເດັກນ້ອຍ ຈາກການລະບາດຂອງພະຍາດ ໂຄວິດ-19 ເປັນໄລຍະເວລາ 1 ປີ. ການຊ່ວຍເຫລືອຄັ້ງນີ້, ປະກອບດ້ວຍການພັດທະນາ

ອ່ານເພີ່ມ...

ໂຄງການກໍ່ສ້າງ ຟື້ນຟູຊົນລະປະທານນ້ຳຫາວ ເມືອງ ແບງ ຄືບໜ້າ 36.50%

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ຟື້ນຟູຊົນລະ ປະທານນ້ຳຫາວ ເມືອງແບງ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ຫລື ເອດີບີ (ADB) ໄດ້ດໍາເນີນການກໍ່ສ້າງມາເປັນເວລາ 4 ເດືອນກວ່າ, ມາຮອດປັດຈຸບັນ ໂຄງການມີຄວາມຄືບໜ້າ 36,50% ໂດຍແມ່ນ ບໍລິສັດ ອະພິສິດວິສະວະກຳກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດມີ:

ອ່ານເພີ່ມ...

6 ເດືອນຕົ້ນປີ 2022 ແຂວງ ຄໍາມ່ວນ ມີອຸດໍບັດຕິເຫດເກີດຂຶ້ນທັງໝົດ 27 ລາຍ, ເສຍຊີວິດ 13 ຄົນ

ໃນ 6 ເດືອນຕົ້ນປີ 2022 ແຂວງ ຄຳມ່ວນ ມີສະພາບປະກົດການຫຍໍ້່ທໍ້ຕາມທ້ອງຖະໜົນເປັນຕົ້ນແມ່ນຍັງມີນັກຂັບຂີ່ຈຳນວນໜຶ່ງຖືເບົາຕໍ່ກົດລະບຽບຈະລາຈອນ ຈຶ່ງເຮັດໃຫ້ເກີດມີອຸປະຕິເຫດຕາມທ້ອງຖະໜົນ ຍິ່ງນັບມື້ນັບເພີ່ມຂຶ້ນບັນຫາຫຼັກກໍ່ຍ້ອນເມົາແລ້ວຂັບຂີ່ລົດໄວເກີນກຳນົດ, ບໍ່ໃສ່ໝວກກັນກະທົບ, ຕັ້ງກຸ່ມແກ້ງແຂ່ງລົດກວນເມືອງ, ດັດ ແປງສະພາບເຕັກນິກລົດ, ລ່ວງປ້າຍຫ້າມ, ປ້າຍສັນຍານ, ລ້ຽວບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນໃນການໃຊ້ລົດໃຊ້ຖະໜົນ, ຈອດລົດຊະຊາຍຕາມຂອບທາງ ແລະ ອື່ນໆ ເຊິ່ງບັນຫາທີ່ກ່າວມານັ້ນມັນໄດ້ສ້າງຄວາມບໍ່ສະຫງົບ ແລະ

ອ່ານເພີ່ມ...

ງານມະຫາກຳ ກິລາ ເອເຊຍ ຄັ້ງທີ19 ຈະຈັດຂຶ້ນຢູ່ ຈີນ ໃນປີໜ້າ

ຕາມ​ຂ່າວ​ຈາກ VOVWORLD,​ ເມື່ອ​ບໍ່​ດົນ​ມາ​ນີ້, ງານມະຫາກຳ ກິລາ ເອເຊຍ (ASIAD) ຄັ້ງທີ 19 ຈະຖືກຈັດຂຶ້ນ ໃນລະຫວ່າງ ວັນທີ 23 ກັນຍາ ຈົນຮອດ ວັນທີ 8 ຕຸລາປີ 2023 ຢູ່ນະຄອນ ຫາງໂຈ ຂອງ ຈີນ.  ຂໍ້ຕົກລົງດັ່ງກ່າວ

ອ່ານເພີ່ມ...

ກິລາແຫ່ງຊາດ ຄັ້ງທີ XI “ຊຽງຂວາງເກມ” ຈະເປີດຂຶ້ນຢ່າງເປັນທາງການ ວັນທີ 13 ທັນວາ 2022

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ V ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ເຫັນດີເປັນເອກະພາບ ກໍານົດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ເປັນເຈົ້າພາບ ໃຫ້ເປີດພິທີຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ແລະ ປິດວັນທີ 22 ທັນວາ 2022. ພ້ອມດຽວກັນກໍເຫັນດີຕັດປະເພດກິລາເຮືອຊ່ວງ,

ອ່ານເພີ່ມ...

6 ເດືອນຕົ້ນປີ 2022 ແຂວງ ສາລະວັນ ເສຍຫາຍຈາກໄພພິບັດ ມູນຄ່າ 3.6 ຕື້ກີບ

ຕາມການລາຍງານຈາກ ທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ໃຫ້ຮູ້ ໃນວັນທີ 20 ກໍລະກົດ ນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ແຂວງສາລະວັນ ມີເຫດການໄພພິບັດ ເກີດຂຶ້ນທັງໝົດ 18 ຄັ້ງ ສ້າງຜົນເສຍຫາຍ ຕາມການປະເມີນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ

ອ່ານເພີ່ມ...

5 ສິ່ງຂອງອັນຕະລາຍ ທີ່ບໍ່ຄວນປະໄວ້ໃນລົດ

ການປະສິ່ງຂອງບາງຢ່າງທີ່ໄວໄຟ ໄວ້ໃນລົດ ບໍ່ແມ່ນເລື່ອງດີເດີ ເປັນຕົ້ນແມ່ນ 5 ຢ່າງຕໍ່ໄປນີ້. – ກັບໄຟ: ຖ້າຫາກຖືກແສງແດດກະທົບ ເປັນເວລາດົນ ຈະເຮັດໃຫ້ເກີດການລະເບີດ ທີ່ອາດສົ່ງຜົນໃຫ້ແວ່ນລົດແຕກໄດ້, ຖ້າຫາກວາງໄວ້ເທິງຄອນໂຊນລົດ ກໍຈະສ່ຽງຕໍ່ການເກີດໄຟໄໝ້. – ກະປ໋ອງສະເປ: ເມື່ອຖືກຄວາມຮ້ອນ ຈະເຮັດໃຫ້ວັດຖຸສານເຄມີ ແລະ ແກ໊ດໃນກະປ໋ອງ ຂະຫຍາຍຕົວ ຈຶ່ງອາດເກີດປະກາຍໄຟ ຫຼື ລະເບີດໄດ້.

ອ່ານເພີ່ມ...

ເມືອງ ທຸລະຄົມ ສູ້ຊົນຜະລິດເຂົ້ານາປີ 9,000 ເຮັກຕາ ຕິດພັນການປູກ-ການລ້ຽງ

ຕາມການລາຍງານຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທຸລະຄົມ, ແຂວງ ວຽງຈັນ ໃຫ້ຮູ້ວ່າ: ການຜະລິດເຂົ້ານາປີ ໃນປີ 2022 ຢູ່ເມືອງ ທຸລະຄົມ ມີເນື້ອທີ່ທັງໝົດ 9,155 ເຮັກຕາ, ຄາດຄະເນຜົນຜະລິດ 41,197 ໂຕນ, ປັດຈຸບັນຕົກກ້າໄດ້ 100%, ປັກດໍາໄດ້ແລ້ວ 2,929 ເຮັກຕາ,

ອ່ານເພີ່ມ...
error: Content is protected !!