ເຊກອງ ສູ້ຊົນພັດທະນາເສດຖະກິດໃຫ້ GDP ບັນລຸ 2 ພັນກວ່າຕື້ກີບ

ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ຕໍ່ກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 7 ສະໄໝທີ X ທີ່ເປີດຂຶ້ນເມື່ອບໍ່ດົນມານີ້ວ່າ: ໃນປີ 2022 ແຂວງເຊກອງຕັ້ງເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 4% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2,285 ຕື້ກີບ ແລະ ມູນຄ່າ (GDP)

ອ່ານເພີ່ມ...

ປກສ ແຂວງ ຫົວພັນ ປ່ອຍໂຕອົ້ນຄືນສູ່ທຳມະຊາດ 48 ໂຕ

ໃນອາທິດຜ່ານມານີ້ ເຈົ້າໜ້າທີ່ ພະແນກ ສິ່ງແວດລ້ອມ ຫ້ອງຕຳຫຼວດ ປກສ ແຂວງ ຫົວພັນ ໄດ້ນຳເອົາສັດປ່າຫວງຫ້າມ ປະເພດໂຕອົ້ນ ຈຳນວນ 48 ໂຕ ທີ່ຍືດໄດ້, ຈາກແມ່ຄ້າທີ່ ລັກລອບຊື້-ຂາຍ, ມອບ ໃຫ້ແກ່ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫົວພັນ, ເພື່ອນຳໄປປ່ອຍຄືນສູ່ທຳມະຊາດ

ອ່ານເພີ່ມ...

ເປີດຊຸດຝຶກອົບຮົມພັດທະນາທັກສະ ການສ້າງລາຍໄດ້ຈາກສື່ອອນລາຍ

ໃນລະຫວ່າງ ວັນທີ 24-26 ກໍລະກົດ ນີ້, ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງ ປະເທດໄທ ໄດ້ຮ່ວມກັນຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້: ການນຳພາເຮັດຕົວຈິງ ເພື່ອພັດທະນາທັກສະການສ້າງລາຍຮັບຈາກສື່ອອນລາຍ ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ

ອ່ານເພີ່ມ...

ທີມອານຸຊົນ ລາວ ລຸ້ນອາຍຸບໍ່ເກີນ 8 ປີ ຄວ້າແຊ້ມລາຍການແຂ່ງຂັນເຕະບານ LaLiga Youth Tournament 2022 ປະເທດ ມາເລເຊຍ

ວັນນີ້ 24 ກໍລະກົດ 2022 ທີມອານຸຊົນ ລາວ ລຸ້ນອາຍຸບໍ່ເກີນ 8 ປີ ຈາກ Lao Mazda GB FC U8 ສາມາດເອົາຊະນະລວດໃນທຸກໆນັດ (ເຕະຄົບທຸກໆທີມ ແລະ ຜົນຄະແນນ ເປັນອັນດັບ 1) ໄດ້ແຊ້ມລາຍການແຂ່ງຂັນເຕະບານ LaLiga Youth

ອ່ານເພີ່ມ...

ນໍ້າເຂົ້າມວກ ຂອງດີມີປະໂຫຍດ

ແຕ່ລະຄັ້ງທີ່ເຮົາຈະຫຸງເຂົ້າ ຫຼື ໝ່າເຂົ້າ “ນໍ້າເຂົ້າມວກ” ທີ່ເຫຼືອກໍຈະຖືກເທຖິ້ມຢ່າງໄຮ້ຄ່າ, ແຕ່ຮູ້ບໍ່ວ່າ ການເຮັດແບບນັ້ນ ຖືເປັນການຖິ້ມຄຸນປະໂຫຍດໄປລ້າໆ ເພາະວ່າ ນໍ້າເຂົ້າມວກ ນັ້ນມີປະໂຫຍດຫຼາຍໆຢ່າງ. ນໍ້າເຂົ້າມວກ ເປັນນໍ້າທີ່ໄດ້ຈາກການລ້າງເຂົ້າຈ້າວກ່ອນນຳໄປຫຸ່ງ ຫຼື ເວລາເຮົາໝ່າເຂົ້າໜຽວ ຊຶ່ງປົກກະຕິແລ້ວ ຈະລ້າງເຂົ້າປະມານ 1-2 ນໍ້າ ຊຶ່ງການລ້າງເຂົ້າຈະເຮັດໃຫ້ສານອາຫານບາງຢ່າງຫຼຸດອອກມາຢູ່ໃນນໍ້າ ເຊັ່ນ: ວິຕາມິນ B3 ມີສ່ວນຊ່ວຍໃນການທຳລາຍພິດ

ອ່ານເພີ່ມ...

ປະຊາຊົນ ແຂວງ ເຊກອງ ໄດ້ຊົມໃຊ້ໄຟຟ້າຖາວອນກວມ 82%

ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ ເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ອົງການປົກຄອງແຂວງເຊກອງ ກໍຄື ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ເອົາໃຈໃສ່ພັດ ທະນາວຽກງານ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າທັງໃນຕົວເມືອງ ແລະ ອອກສູ່ຊົນ ນະບົດຫ່າງໄກສອກຫລີກ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ ໂດຍປັດຈຸບັນ ທົ່ວແຂວງມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານແລ້ວ

ອ່ານເພີ່ມ...

ລາຄາສິນຄ້າອຸປະໂພກ-ບໍລິໂພກໃນ ລາວ ສືບຕໍ່ເພີ່ມຂຶ້ນກະທົບຕໍ່ຜູ້ທີ່ມີລາຍໄດ້ຕ່ຳ

ໃນເດືອນມິຖຸນາ ປີ 2022, ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກທີ່​ນຳ​ເຂົ້າ​ໄດ້​ເພີ່ມ​ຂຶ້ນ 14.5% ​ເມື່ອ​ທຽບ​ໃສ່​ເດືອນ​ຕໍ່​ເດືອນ ​ແລະ ເພີ່ມ 41.2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ຂະນະ​ດຽວ​ກັນ​ ລາຄາ​ສິນຄ້າ​ທີ່​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ 15.9% ​ເມື່ອ​ທຽບ​ໃສ່​ໄລຍະ​ຜ່ານ​ມາປີ. ອັດຕາ​ເງິນ​ເຟີ້​ໄດ້​ບັນລຸ​ເຖິງ 23.6% ​ເຊິ່ງ​ເປັນ​ຕົວ​ເລກ​ທີ່​ສູງ​ທີ່​ສຸດ ​ນັບ​ແຕ່​ເດືອນ​ພຶດສະພາ​ ປີ 2000. ການເພີ່ມຂຶ້ນຂອງລາຄາສິນຄ້ານໍາເຂົ້າແມ່ນຕິດພັນກັບ ການອ່ອນຄ່າຂອງເງິນກີບ, ຍ້ອນສ່ວນໃຫຍ່ທຸລະກິດແມ່ນຂາຍສິນຄ້າເປັນສະກຸນເງິນຕາຕ່າງປະເທດ ເຊັ່ນ

ອ່ານເພີ່ມ...

ເຈົ້າໜ້າທີ່ເຮັດແທ້! ສຶກສາອົບຮົມ ຜູ້ສະແດງຄວາມຄິດເຫັນໃນເຟສບຸກ ໄປໃນທາງທີ່ຜິດ

 ໃນວັນທີ 21 ກໍລະກົດ 2022 ຜ່ານມາທີ່ ຫ້ອງການ ປກສ ກຸ່ມເຂດນາຊວງ ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໄດ້ມີການສຶກສາອົບຮົມ ຜູ້ທີ່ສະແດງຄວາມຄິດເຫັນ ທາງເຟສບຸກ ໄປໃນທາງທີ່ຂັດຕໍ່ແນວທາງເຊິ່ງແມ່ນ: ວັນທີ 20 ກໍລະກົດ 2022 ທີ່ຜ່ານມາ ໄດ້ມີຜູ້ໃຊ້ເຟສບຸກຊື່ວ່າ ( ມິວ

ອ່ານເພີ່ມ...

ເກີດແຜ່ນດິນໄຫວ ມຽນມາ  50 ກວ່າຄັ້ງ ສັ່ນສະເທືອນເຖິງ ແຂວງ ຫລວງນໍ້າທາ ແລະ ບໍ່ແກ້ວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຄັ້ງວັນທີ 21 ກໍລະກົດ 2022 ຈາກສູນຂໍ້ມູນຂ່າວສານ ແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ພົບສັນຍານ ການເກີດແຜ່ນດິນໄຫວທີ່ປະເທດເພື່ອນບ້ານ ເຊັ່ນ: ມຽນມາ ຈໍານວນ 50 ກວ່າຄັ້ງ ມີຄວາມຮູ້ສຶກໄດ້ເປັນບໍລິເວນກວ້າງລາຍລະອຽດຂອງການເກີດ ແຜ່ນດິນໄຫວທີ່ຮູ້ສຶກໄດ້ ຄືດັ່ງນີ້: 1. ແຜ່ນດິນໄຫວ

ອ່ານເພີ່ມ...
error: Content is protected !!