ທີມອານຸຊົນ ລາວ ລຸ້ນອາຍຸບໍ່ເກີນ 8 ປີ ຄວ້າແຊ້ມລາຍການແຂ່ງຂັນເຕະບານ LaLiga Youth Tournament 2022 ປະເທດ ມາເລເຊຍ

ວັນນີ້ 24 ກໍລະກົດ 2022 ທີມອານຸຊົນ ລາວ ລຸ້ນອາຍຸບໍ່ເກີນ 8 ປີ ຈາກ Lao Mazda GB FC U8 ສາມາດເອົາຊະນະລວດໃນທຸກໆນັດ (ເຕະຄົບທຸກໆທີມ ແລະ ຜົນຄະແນນ ເປັນອັນດັບ 1) ໄດ້ແຊ້ມລາຍການແຂ່ງຂັນເຕະບານ LaLiga Youth Tournament 2022 ປະເທດ ມາເລເຊຍ”.

ລາຍການແຂ່ງຂັນ LaLiga Youth Tournament 2022 ທີ່ປະເທດ ມາເລເຊຍ ຄັ້ງນີ້ ສະໂມສອນ Mazda GB FC ໄດ້ຕາງຫນ້າໃຫ້ປະເທດ ລາວ ເຂົ້າຮ່ວມການແຂ່ງຂັນລາຍການນີ້ ເຊິ່ງເປັນເທື່ອທຳອິດ ແລະ ຄັ້ງປະຫວັດສາດຂອງ ລາວ ເຮົາ ທີ່ເຂົ້າຮ່ວມການແຂ່ງຂັນໃນລາຍການລະດັບໂລກຢ່າງ LaLiga ນີ້.

ການແຂ່ງຂັນໃນນີ້ ແມ່ນມີຫຼາຍປະເທດໃນຂົງເຂດ ອາຊຽນ ຂອງພວກເຮົາເຂົ້າຮ່ວມ ເຊັ່ນ ປະເທດ ໄທ, ຟີລິບປິນ, ອີນໂດເນເຊຍ, ລາວ ແລະ ເຈົ້າພາບ ມາເລເຊຍ.

Cr. ວຽງຈັນໃຫມ່

error: Content is protected !!