ມີຄົນໄປລັກຮົ້ວ ປ້ອງກັນຄວາມປອດໄພ ທາງລົດໄຟ ອີກ

ໃນວັນທີ 16 ສິງຫາ 2022 ມີຄົນໄປລັກຮົ້ວປ້ອງກັນຄວາມປອດໄພທາງລົດໄຟອີກ ເຊິ່ງກ່ອນໜ້ານີ້ກໍໄດ້ມີເຫດການຄົນໄປລັກຮົ້ວກັ້ນລົດໄຟເປັນຈຳນວນຫຼາຍຄັ້ງ, ຫຼັງຈາກກວດພົບກໍໄດ້ຮີບໃຫ້ ເຈົ້າຫນ້າທີ່ ເຂົ້າໄປກວດສອບຄວາມເສຍຫາຍ ແລະ ສືບຕໍ່ຕິດຕາມສືບສວນເພື່ອຈັບເອົາຄົນຜິດມາລົງໂທດ ເນື່ອງຈາກການລັກ, ມ້າງເພ, ທຳລາຍຮົ້ວກັ້ນຄວາມປອດໄພລົດໄຟ ແລະ ອຸປະກອນທາງລົດໄຟທຸກຊະນິດ ແມ່ນມີຄວາມຜິດຕາມກົດໝາຍການລົດໄຟທີ່ໄດ້ວາງອອກ. ຕາມການລາຍງານໃຫ້ຮູ້ວ່າຮົ້ວກັ້ນຄວາມປອດໄພລົດໄຟໄດ້ຖືກລັກເປັນຄວາມຍາວກວ່າ 26 ແມັດ, ເຊິ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຊີວິດຜູ້ໂດຍສານເທິງລົດໄຟແລະ ຍັງເປັນການທຳລາຍຊັບສິນຂອງບ້ານເມືອງ.

ອ່ານເພີ່ມ...

ຕຳຫລວດ ຂຶ້ນບັນຊີເປົ້າໝາຍອາຊະຍາກຳ 551 ແຫຼ່ງ ມ້າງແກ້ງຢາເສບຕິດ 2,253 ລາຍ

ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ປກສ ໄດ້ຈັດກອງປະຊຸມສະຫລຸບວຽກງານຊາວໜຸ່ມ ປະຈໍາ 6 ເດືອນຕົ້ນປີ 2022 ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ໜ່ວຍຊາວໜຸ່ມ ທີ່ຂຶ້ນກັບຊາວໜຸ່ມກົມໃຫຍ່ຕໍາຫລວດ ເຊິ່ງຈັດຂຶ້ນໃນວັນທີ 16 ສິງຫາ 2022, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພຈົວ ນິລະວົງ ເຈືອງຕະວະລາດ

ອ່ານເພີ່ມ...

ໄຊຍະບູລີ ແຈ້ງປະຊາຊົນທີ່ອາໄສຢູ່ແຄມນ້ຳຂອງເຝົ້າລະວັງການເພີ່ມຂຶ້ນຂອງລະດັບນ້ຳຂອງ

ຫ້ອງວ່າການ ແຂວງ ໄຊຍະບູລີ ໄດ້ອອກແຈ້ງການ ໃນວັນທີ 13 ສິງຫາຜ່ານມາ ວ່າ: ປັດຈຸບັນໂຮງໄຟຟ້າພະລັງງານນ້ຳຂອງ ໄຊຍະບູລີ ໄດ້ມີປະລິມານນ້ຳໄຫລເຂົ້າຫລາຍ ເນື່ອງຈາກຝົນຕົກໜັກຫລາຍມີືຕິດຕໍ່ກັນ ແລະ ການປ່ອຍນ້ຳຈາກເຂື່ອນນ້ຳອູເພີ່ມຂຶ້ນ, ເຊິ່ງອາດຈະກໍ່ໃຫ້ເກີດນ້ຳໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ທີ່ອາໄສຢູ່ເໜືອ ແລະ ທ້າຍເຂື່ອນ ຕໍ່ກັບສະພາບການດັ່ງກ່າວ, ທາງເຂື່ອນໄຟຟ້າພະລັງງານນ້ຳຂອງໄຊຍະບູລີ ໄດ້ເລີ່ມປະຕິບັດການຮັບມືສະຖານະການສຸກເສີນ ຂອງເຂື່ອນໄຟຟ້າໃນລະດັບ2. ຕໍ່ກັບບັນຫາດັ່ງກ່າວ, ຫົວໜ້າຫ້ອງວ່າການແຂວງ

ອ່ານເພີ່ມ...

ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ ເຮັດວຽກຢູ່ 3 ເມືອງ ຊາຍແດນ ແຂວງ ໄຊຍະບູລີ

ໃນລະຫວ່າງວັນທີ 8-10 ສິງຫາ ຜ່ານມາ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເພື່ອກວດກາພື້ນທີ່ຕົວຈິງ ຈຸດຊາຍແດນທີ່ຍັງບໍ່ທັນສໍາເລັດການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນຢູ່ບໍລິເວນ 3 ເມືອງດັ່ງກ່າວ, ພ້ອມທັງຮັບຟັງການລາຍງານສະພາບການຕ່າງໆທີ່ເກີດຂຶ້ນ

ອ່ານເພີ່ມ...

ເຂື່ອນໄຟຟ້າ ທີ່ມີອ່າງເກັບນໍ້າໃນ ລາວ ຍັງຢູ່ໃນເກນປົກກະຕິ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໂດຍການປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານສະພາບນໍ້າໃນແຕ່ລະສາຍນໍ້າ ໂດຍສະເພາະເຂື່ອນທີ່ມີອ່າງເກັບນໍ້າຫລາຍແຫ່ງ ຢູ່ທົ່ວປະເທດ ກໍຍັງຢູ່ໃນເກນປົກກະຕິ ເຖິງແມ່ນວ່າຈະມີບາງເຂື່ອນໄດ້ມີການປ່ອຍນໍ້າຜ່ານທາງລະບາຍ ນໍ້າລົ້ນ ເຊັ່ນ: ເຂື່ອນນໍ້າກົງ 1 (ແຂວງ ອັດຕະປື) ແລະ ເຂື່ອນນໍ້າເທີນ 1

ອ່ານເພີ່ມ...

ບັນຫາປາກົດການຫຍໍ້ທໍ້ຢູ່ ບ້ານ ໂນນສູງ, ເມືອງ ເລົ່າງາມ ໄດ້ຮັບການແກ້ໄຂດີຂຶ້ນ

ແຫລລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານໂນນສູງ ເມືອງເລົ່າງາມ ແຂວງສາລະວັນ ເລີ່ມລົງມືປະຕິບັດແຕ່ວັນທີ 4-11 ສິງຫາ 2022 ເຊິ່ງກາຍເປັນຂີດໝາຍສໍາຄັນໃນການແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ໄປພ້ອມໆກັນ ໂດຍສະເພາະ ບັນຫາຢາເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ, ຄອບຄົວ ແລະ ຜູ້ເສບ, ທັງສາມາດແກ້ໄຂບັນຫາຂີ້ລັກງັດແງະ, ຫລິ້ນການພະນັນ, ນໍາໃຊ້ພາຫະນະບໍ່ຖືກຕ້ອງ

ອ່ານເພີ່ມ...

7 ປັດໄຈ ເພື່ອໃຫ້ຄອບຄົວມີຄວາມສຸກ

ການຈະມີຄອບຄົວທີ່ ໝັ້ນຄົງ ແລະ ເປັນສຸກ ບໍ່ແມ່ນເລື່ອງງ່າຍ ຍ້ອນສະພາບເສດຖະກິດ, ສັງຄົມ ທີ່ແຂ່ງຂັນກັນທັງດ້ານວັດຖຸນິຍົມ ຈົນຂາດການໃສ່ໃຈທາງດ້ານຈິດໃຈ. ນອກຈາກຄວາມຮັກ ຄວາມຜູກພັນ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ດີມີຄວາມສຸກນັ້ນ ຍັງມີອີກຫຼາຍປັດໄຈ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ລອດໄດ້ ໃນສັງຄົມແຫ່ງການແຂ່ງຂັນກັນ ຊຶ່ງມັກຈະມີ 7 ປັດໄຈ ດັ່ງຕໍ່ນີ້: ຄົນໃນຄອບຄົວຕ້ອງສາມາດຮັບມື ແລະ ຈັດການກັບບັນຫາຕ່າງໆ ທີ່ຜ່ານເຂົ້າມາໃນຊີວິດ, ຕ້ອງຕັ້ງສະຕິໃຫ້ໝັ້ນຄົງກ່ອນ

ອ່ານເພີ່ມ...

6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ປະຕິບັດລາຍຮັບໄດ້ 290 ຕື້ກວ່າກີບ

ດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຢ່າງຕັ້ງໜ້າ ດ້ວຍຄວາມຮັບຜູດຊອບສູງ 6 ເດືອນຕົ້ນປີ 2022 ​ບໍລິ​ມາດ​ການ​ສົ່ງ​ອອກສິນຄ້າຜ່ານດ່ານພາສີສາ ກົນບໍ່ເຕ່ນ ມີນໍ້າ ໜັກລວມ 748 ລ້ານກວ່າໂຕນ ມູນ​ຄ່າ 224 ລ້ານກວ່າ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325 ລ້ານກວ່າໂຕນ ມູນ​ຄ່າ 567 ລ້ານກວ່າໂດ​ລາສະຫະ ລັດ.

ອ່ານເພີ່ມ...

ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຈະຈັດຂຶ້ນ ໃນທ້າຍເດືອນ ສິງຫາ ນີ້

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ສູນການຄ້າລາວ-ໄອເຕັກ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ໃນລະຫວ່າງວັນທີ 25-29 ສິງຫານີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ເພື່ອສະເຫລີມສະຫລອງປີສາມັກຄີມິດ ຕະພາບ

ອ່ານເພີ່ມ...
error: Content is protected !!