ໄຊຍະບູລີ ແຈ້ງປະຊາຊົນທີ່ອາໄສຢູ່ແຄມນ້ຳຂອງເຝົ້າລະວັງການເພີ່ມຂຶ້ນຂອງລະດັບນ້ຳຂອງ

ຫ້ອງວ່າການ ແຂວງ ໄຊຍະບູລີ ໄດ້ອອກແຈ້ງການ ໃນວັນທີ 13 ສິງຫາຜ່ານມາ ວ່າ: ປັດຈຸບັນໂຮງໄຟຟ້າພະລັງງານນ້ຳຂອງ ໄຊຍະບູລີ ໄດ້ມີປະລິມານນ້ຳໄຫລເຂົ້າຫລາຍ ເນື່ອງຈາກຝົນຕົກໜັກຫລາຍມີືຕິດຕໍ່ກັນ ແລະ ການປ່ອຍນ້ຳຈາກເຂື່ອນນ້ຳອູເພີ່ມຂຶ້ນ, ເຊິ່ງອາດຈະກໍ່ໃຫ້ເກີດນ້ຳໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ທີ່ອາໄສຢູ່ເໜືອ ແລະ ທ້າຍເຂື່ອນ ຕໍ່ກັບສະພາບການດັ່ງກ່າວ, ທາງເຂື່ອນໄຟຟ້າພະລັງງານນ້ຳຂອງໄຊຍະບູລີ ໄດ້ເລີ່ມປະຕິບັດການຮັບມືສະຖານະການສຸກເສີນ ຂອງເຂື່ອນໄຟຟ້າໃນລະດັບ2.

ຕໍ່ກັບບັນຫາດັ່ງກ່າວ, ຫົວໜ້າຫ້ອງວ່າການແຂວງ ໄດ້ອອກແຈ້ງການ ເຖິງປະຊາ ຊົນທີ່ອາໄສຢູ່ເໜືອ ແລະ ທ້າຍເຂື່ອນໄຟຟ້າພະລັງງານນໍ້າຂອງໄຊຍະບູລີ ກຽມຮັບມືກັບການປ່ຽນແປງຂອງລະດັບນ້ຳຂອງ ທີ່ອາດມີການປ່ຽນແປງໃນໄລຍະເວລາສັ້ນເຊິ່ງອາດຈະກໍ່ໃຫ້ເກີດນ້ຳຖ້ວມບ້ານເຮືອນຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມແມ່ນ້ຳຂອງ, ໃຫ້ປະຊາຊົນມ້ຽນມັດຜົນຜະລິດ ແລະ ສັດສາວາສິ່ງຕ່າງໆໄວ້ທີ່ສູງເພື່ອໃຫ້ທ່ວງທັນກັບການປ່ຽນແປງຂອງລະດັບນ້ຳ, ໃຫ້ຕິດຕາມຂໍ້ມູນຈາກທາງເຂື່ອນໄຟຟ້າພະລັງ ງານນໍ້າຂອງໄຊຍະບູລີ ຢ່າງເປັນປະຈຳ ຈົນກວ່າຈະມີການປ່ຽນແປງ ຫລື ເຂົ້າສູ່ສະພາບປົກກະຕິ.

error: Content is protected !!