ພິທີມອບທຶນການສຶກສາ ໂຄງການ “SCG Sharing the Dream 2026” ຈໍານວນ 126 ທຶນ ໃຫ້ແກ່ເຍົາວະຊົນ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພະຈິກ 2026 ຢູ່ນະຄອນຫຼວງ ວຽງຈັນ (ນວ) ໂດຍມີທ່ານນາງ ດາລາວອນ ກິດຕະພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ສຳເລັດ ເຣືອງລິດ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ຄໍາມ່ວນ ຊີເມັນ ຈຳກັດ ພ້ອມດ້ວຍແຂກຖືກເຊີນ ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ສຳເລັດ ເຣືອງລິດ ກ່າວວ່າ: SCG ເຊື່ອໝັ້ນວ່າທຸກຄົນມີສັກກະຍະພາບທີ່ຈະເຕີບໂຕ ແລະ ສ້າງສິ່ງດີໆໃຫ້ແກ່ສົງຄົມໄດ້ ໂຄງການທຶນການສຶກສາ SCG Sharing the Dream ຈຶ່ງບໍ່ໄດ້ເປັນພຽງແຕ່ການມອບທຶນເພື່ອຊ່ວຍແບ່ງເບົາພາລະຂອງຄອບຄົວເທົ່ານັ້ນ ແຕ່ຕັ້ງໃຈໃຫ້ທຶນນີ້ ເປັນຂົວເຊື່ອມໂອ ກາດ ແລະ ເປັນແຮງຊຸກດັນ ໃຫ້ເຍົາວະຊົນ ກ້າທີ່ຈະຝັນໃຫ້ໄກ ແລະ ມີພະລັງທີ່ຈະເດີນໄປໃຫ້ເຖິງຄວາມຝັນນັ້ນ ຈຶ່ງມຸ່ງມັນສານຕໍ່ໂຄງ ການ SCG Sharing the Dream ໃນ ສປປ ລາວ ມາຢ່າງຕໍ່ເນື່ອງເປັນປີທີ 15 ພາຍໃຕ້ແນວຄິດ “Green Active Generation” ໂດຍມຸ່ງສົ່ງເສີມໃຫ້ເຍົາວະຊົນຕໍ່ຍອດຄວາມຮູ້ສູ່ການນຳສັກກະຍະພາບຂອງຕົນເອງ ໄປສ້າງປະໂຫຍດ ແລະ ຂັບເຄື່ອນການພັດທະນາຊຸມຊົນ ເສດຖະ ກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ຢ່າງຍືນຍົງ ເຊິ່ງສອດຄ່ອງກັບແນວທາງ “Inclusive Green Growth” ຂອງ SCG ທີ່ມຸ່ງສ້າງການເຕີບໂຕຢ່າງຍືນຍົງໄປນໍາກັນ ໃນປີນີ້ SCG ມອບທຶນການສຶກສາແກ່ນັກຮຽນ ແລະ ນັກສຶກສາ ທົ່ວປະເທດຈໍານວນ 126 ທຶນ ແບ່ງເປັນ ສຳລັບນັກຮຽນລະດັບມັດທະຍົມສຶກສາ ຕອນປາຍໃນ ນະຄອນຫຼວງວຽງຈັນ 80 ທຶນ ແລະ ນັກ ຮຽນໃນ ແຂວງຄຳມ່ວນ 30 ທຶນ ສຳລັບນັກສຶກສາລະດັບມະຫາວິ ທະຍາໄລ ທົ່ວປະເທດ 16 ທຶນ.
ນອກຈາກນັ້ນ ຍັງເປັນປີທຳອິດທີ່ໄດ້ຈັດກິດຈະກຳ ງານເປີດບ້ານ KCL ເພື່ອແບ່ງປັນຄວາມຝັນຂອງນັກຮຽນໃນ ສປປລາວ ເພື່ອໃຫ້ນັກຮຽນທຶນໄດ້ມີໂອກາດມາຮູ້ຈັກກັນ ເຊື່ອມໂຍງຄວາມຝັນ ແລກປ່ຽນແຮງບັນດານໃຈ ສ້າງເຄືອຂ່າຍເຍົາວະຊົນທີ່ຊົງພະລັງ ທີ່ພ້ອມຈະຊ່ວຍເຫຼືອເກື້ອກູນກັນໃນທຸກໆກ້າວເດີນຕໍ່ຈາກນີ້ ຜ່ານກິດຈະກໍາການແລກປ່ຽນຮຽນຮູ້ປະສົບການຈິງຈາກເອື້ອຍໆ ພະນັກງານ KCL ທີ່ເປັນຕົວຢ່າງຂອງຄວາມມຸ່ງໝັ້ນ ທີ່ພິ ສູດໃຫ້ເຫັນວ່າເຍົາວະຊົນໃນທ້ອງຖິ່ນຂອງເຮົາ ສາມາດຮຽນຮູ້ ແລະ ເຕີບໂຕຂຶ້ນມາເປັນຜູ້ຊ່ຽວຊານ ມີສ່ວນພັດທະນາບ້ານ ເກີດຂອງຕົນເອງໄດ້ ແລະ ກິດຈະກຳຈິດອາສາ (CSR) ປູກຕົ້ນ ໄມ້ ເພື່ອປູກຝັງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ສົ່ງເສີມໃຫ້ເຍົາວະຊົນເຫັນເຖິງບົດບາດຂອງຕົນເອງ ໃນການສ້າງອະນາຄົດທີ່ດີຂຶ້ນ ເຊິ່ງໂຄງການ SCG Sharing the Dream ນີ້ໄດ້ ຮັບຄວາມຮ່ວມມືຢ່າງດີຈາກຫຼາຍພາກສ່ວນ ຂ້າພະເຈົ້າ ຂໍຂອບໃຈທຸກໆ ທ່ານທີ່ເປັນກຳລັງສຳຄັນໃນການດຳເນີນໂຄງການນີ້ ຈົນປະສົບຜົນສໍາເລັດອີກຄັ້ງ.
ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ເອັສຊີຈີ ເດີນໜ້າສານຕໍ່ໂຄງການ “SCG Sharing the Dream 2026” ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2.601 ທຶນແລະ ປີນີ້ ມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ “Green Active Generation” ສົ່ງເສີມຄວາມສໍາຄັນຂອງການເບິ່ງແຍງຊຸມ ຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
Good availability and great rates for holiday rentals in Japan. Also, the location is my favorite thing about the hostel other than the staff the location is perfect, away from the tourist but close enough, thanks the the tube. Specifically, tolvaptan is approved by the FDA for the treatment of euvolemic hyponatremia and hypervolemic hyponatremia. He started being active in watercolours in around and rural scenes and nature have remained the main theme in his watercolours. Unless you really want to go in and plead guilty, you really should seek some sort of legal advice. When you open them they expand to more like 5 cubic feet and 45 cubic feet of compost. The best practices so many leaders rely on can actually obstruct useful conversation. Noori used the slogan "I am 1 in " for the promotion of these three shows. In comparison to other universities in Germany, Ruperto Carola ranks first. Smith of Kent, Ohio is issued the first patent for barbed wire fencing, an invention which revolutionizes cattle ranching on the open prairies of the West. Shocked by the Germans' aggressiveness and stung by the What was left of his army made one last, futile attempt to break out, and then surrendered.