ຕະຫຼອດໄລຍະໃນຕົ້ນປີ 2025 ຜ່ານມາ, ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປັນເຈົ້າການໃນການນຳສະເໜີ “ລາບ” ເພື່ອຂຶ້ນທະບຽນເປັນມໍລະດົກໂລກຂອງ ສປປ ລາວ ໂດຍໄດ້ຍືນໜັງສືຜ່ານກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ເຖິງ UNESCO ເພື່ອໃຫ້ພິຈາລະນາ ເຊິ່ງໄລຍະຜ່ານມາໃຊ້ເວລາຫຼາຍພໍສົມຄວນ.
ກ່ອນໜ້ານີ້, ວັນທີ 15 ກຸມພາ 2026 ຜ່ານມາ ທາງພາກສ່ວນທີ່ກ່ຽວຂ້ອງກໍປະສົບຜົນສຳເລັດໄປອີກບາດໜຶ່ງ “ລາບ” ໄດ້ຂຶ້ນເວັບໄຊ້ UNESCO ເຊິ່ງໄດ້ເຫັນຄຳວ່າ ສປປ ລາວ ນຳຫຼັງ ຄຳວ່າ “ລາບ – Larb “ (Lao People’s Democratic Republic) ຢ່າງເປັນທາງການແລ້ວ.
ຫຼ້າສຸດ, ໃນວັນທີ 4 ພະຈິກ 2026 ນີ້, ເວັບໄຊ້ UNESCO ໄດ້ສະແດງເນື້ອໃນເຖິງ ລາບ ຈາກ ສປປ ລາວ ວ່າໄດ້ຖືກຮັບຮອງໃຫ້ເປັນມໍລະດົກວັດທະນະທຳ ນາມມະທຳ ຂອງມວນມະນຸດ (Intangible Cultural Heritage of Humanity). ເຊິ່ງໃນລະຫວ່າງເດືອນທັນວາປີນີ້, UNESCO ໄດ້ຈະຈັດກອງປະຊຸມ ແລະ ພິທີມອບຮັບຢ່າງເປັນທາງການ ທີ່ ເຊ້ຍເໝິນ (Xiamen) ສປ ຈີນ.
ທ່ານ ນາງ ດາລາພອນ ພົນເສນາ, ຜູ້ບໍລິຫານ-ຜູ້ກໍ່ຕັ້ງຮ້ານອາຫານຄົວລາວ ແລະ ສະມາຊິກ ສະມາຄົມນັກທຸລະກິດແມ່ຍິງ ໄດ້ກ່າວວ່າ:
“ບໍ່ມີຄຳເວົ້າໃດທີ່ຈະພັນລະນາໄດ້ວ່າມັນມີຄວາມໝາຍພຽງໃດ ທີ່ໄດ້ເຫັນອາຫານປະຈຳວັນຂອງພວກເຮົາ ໄດ້ຮັບການຍອມຮັບໃນເວທີໂລກ ໂດຍ UNESCO. ການໄດ້ທຸ່ມເທເຮັດວຽກຮ່ວມກັບ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ລວມທັງ ສະມາຄົມນັກທຸລະກິດຍິງລາວ ຕະຫຼອດໄລຍະເວລາ 2 ປີຜ່ານມານີ້ ຖືເປັນກຽດອັນສູງສົ່ງຍິ່ງ. ຜົນສຳເລັດໃນຄັ້ງນີ້ເປັນຂອງປະຊາຊົນລາວທຸກຄົນ; ບໍ່ວ່າພວກເຮົາຈະໄປຢູ່ບ່ອນໃດ, “ລາບ” ກໍຈະຕິດໂຕພວກເຮົາໄປນຳສະເໝີ”.
ນອກຈາກນີ້, ທາງພາກສ່ວນກ່ຽວຂ້ອງ ກໍຂໍໃຫ້ຄົນລາວທຸກຄົນທີ່ກິນ “ລາບ” ຮ່ວມກັນຊ່ວຍໂພສຮູບລົງສື່ສັງຄົມອອນລາຍໃນຫຼາຍໆຊ່ອງທາງ ເພື່ອຊຸກຍູ້ ແລະ ເປັນກະບອກສຽງ ເພື່ອຈະເຮັດໃຫ້ “ລາບ” ເປັນທີ່ຮູ້ຈັກໃນວົງກວ້າງ ແລະ ນາໆຊາດ ໃຫ້ຮູ້ວ່າອາຫານດັ່ງກ່າວອີກດ້ວຍ.
ຫາກໄດ້ຮັບການອະນຸມັດຢ່າງສົມບູນ, ລາບຈະກາຍເປັນມໍລະດົກວັດທະນະທຳນາມມະທຳ ລາຍການທີ 4 ຂອງລາວ ທີ່ UNESCO ຮັບຮອງ ຕໍ່ຈາກ:
1. ສຽງແຄນລາວ (ໄດ້ຮັບການຂຶ້ນທະບຽນໃນປີ 2017)
2. ຫັດຖະກຳຕໍ່າຫູກລາຍນາກ (ໄດ້ຮັບການຂຶ້ນທະບຽນໃນປີ 2023)
3. ຟ້ອນລຳວົງລາວ (ໄດ້ຮັບການຂຶ້ນທະບຽນໃນປີ 2024)
ແຫຼ່ງທີ່ມາ:
Business Woman’s Association, Touty Pholsena Kittikhoun
