5 ຄຳຕອບດີໆ ເມື່ອຖືກຖາມວ່າ “ເປັນຫຍັງຄືບໍ່ມີແຟນ”

ມື້ນີ້ເຮົາມີເຄັດບໍ່ລັບ ສຳລັບວິທີການຕອບຄໍາຖາມສໍາລັບຄົນໂສດ ເມື່ອເຈົ້າຖືກຕັ້ງຄໍາຖາມວ່າ “ເປັນຫຍັງຄືບໍ່ມີແຟນ” ມາຝາກທຸກຄົນ ດັ່ງນີ້:

  1. ຍັງບໍ່ພ້ອມທີ່ຈະມີຄວາມຮັກ.
    ຍັງບໍ່ພ້ອມທີ່ຈະມີໃຜ ຫຼື ຍັງບໍ່ພ້ອມທີ່ຈະມີຄວາມຮັກຕອນນີ້! ອາດຈະໝາຍເຖິງ ເຮົາຍັງຫວງຄວາມເປັນອິດສະຫຼະຢູ່ ຍັງບໍ່ຢາກໄປຜູກມັດກັບໃຜ ຫຼື ອາດຈະເປັນເພາະວ່າ ເຮົາຍັງບໍ່ສາມາດລືມເລື່ອງລາວຄວາມຮັກ ໃນອາດີດໄດ້ ເຊື່ອໄດ້ເລີຍວ່າສັງຄົມຈະເຫັນໃຈໃນຄວາມໂສດຂອງເຮົາແນ່ນອນ ແລະ ຈະບໍ່ຖືກຖາມກ່ຽວກັບເລື່ອງຄວາມຮັກອີກ.
  2. ເບິ່ງແຍງໂຕເອງໄດ້ບໍ່ຕ້ອງຫ່ວງ.
    ອີກໜຶ່ງເຫດຜົນທີ່ເຮັດໃຫ້ຜູ້ໃຫ່ຍຢາກໃຫ້ລູກໃຫ້ຫຼານທີ່ໃຊ້ຊີວິດເປັນໂສດ ໃຫ້ເປັນຝັ່ງເປັນຝາ ອາດຈະຍ້ອນວ່າພວກເຂົາຢ້ານວ່າເຮົາອາດຈະບໍ່ມີຄົນເບິ່ງແຍງຍາມບໍ່ສະບາຍ ຫຼື ຍາມແກ່ເຖົ້າ ຖ້າເຮົາຖືກຖາມໃນລັກສະນະນີ້ມາພ້ອມກັບຄວາມເປັນຫ່ວງ ເຮົາຕ້ອງພິສູດໃຫ້ເພີ່ນເຫັນວ່າ ເຖິງເຮົາຈະບໍ່ມີເເຟນແຕ່ເຮົາກໍສາມາດເບິ່ງແຍງໂຕເອງໄດ້ ແລະ ວາງແຜນການໃຊ້ຊີວິດໂສດໄວ້ເເລ້ວ.
  3. ຢາກຢູ່ກັບຄອບຄົວໄປດົນໆ.
    ເມື່ອຄອບຄົວຖາມເຮົາວ່າ ມື້ໃດຈະມີແຟນ ເຮົາຕອບອອກໄປເລີຍວ່າ ເຮົາຢາກຢູ່ກັບຄອບຄົວໄປດົນໆ ຢາກມີເວລາໃຫ້ກັບພໍ່ແມ່ ໄດ້ຢ່າງເຕັມທີ່ ເພາະຖ້າເຮົາມີແຟນໃນຕອນນີ້ ກໍຕ້ອງແບ່ງເວລາໃຫ້ເຂົານໍາ ແລະ ເວລາທີ່ຈະຢູ່ກັບຄອບຄົວກໍໜ່ອຍລົງ ເທົ່ານີ້ ກໍເຮັດໃຫ້ຄອບຄົວເຊົາຖາມເລື່ອງການມີແຟນຂອງເຮົາໄປອີກດົນ.
  4. ຢູ່ກັບໝູ່ເພື່ອນສະບາຍໃຈກວ່າ.
    ການທີ່ເຮົາໄດ້ໃຊ້ເວລາຢູ່ກັບໝູ່ ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ບໍ່ວ່າຈະໄປທ່ຽວ ຫຼື ໄດ້ເຮັດກິກຈະກໍາແບບມ່ວນໆນໍາກັນ ກໍເຮັດໃຫ້ເຮົາມີຄວາມສຸກ ແຕ່ເມື່ອໃດກໍຕາມຖ້າເຮົາມີແຟນ ກໍຈະເຮັດໃຫ້ເຮົາອາດຈະບໍ່ມີເວລາໄປທ່ຽວກັບໝູ່ເພື່ອນ ຖ້າມີໝູ່ທີ່ດີ, ເຂົ້າໃຈເຮົາທຸກຢ່າງ ກໍບໍ່ຈໍາເປັນຕ້ອງມີແຟນ.
  5. ຖ້າແຟນບໍ່ດີ ບໍ່ມີດີກວ່າ.
    ສໍາລັບຄົນໂສດທີ່ມັກໄປໄສມາໄສຄົນດຽວ ມັກເຮັດຫຍັງທີ່ຂ້ອນຂ້າງມັກອິດສະຫຼະ ຫາກມີຄົນຖາມວ່າ ມື້ໃດຈະມີແຟນ ກໍຕອບໄປເລີຍວ່າ “ບໍ່ແມ່ນບໍ່ຢາກມີແຟນ ແຕ່ຍັງຫາຄົນທີ່ດີສໍາລັບເຮົາບໍ່ໄດ້ ອີກຢ່າງກໍຍັງບໍ່ຢາກມີແຟນ” ເວົ້າງ່າຍໆກໍຄື ຖ້າການມີແຟນແລ້ວຕ້ອງເຮັດໃຫ້ເຮົາເສຍໃຈ ກໍບໍ່ມີປະໂຫຍດຫຍັງ.
error: Content is protected !!