1 ປີຜ່ານມາ ອັດຕະປື ສາມາດມ້າງຄະດີໄດ້ 136 ເລື່ອງ.

ອີງຕາມການລາຍງານຂອງ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງອັດຕະປື ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງຊຸດທີ II ທີ່ຫາກໍ່ສໍາເລັດຫວ່າງບໍດົນແລ້ວນີ້ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງອັດຕະປື ກໍຄືກໍາລັງປ້ອງກັນຄວາມສະຫງົບ ແຂວງ ແລະ ເມືອງ ໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະ ເປັນຕົ້ນແມ່ນຕິດຕາມເປົ້າໝາຍທີ່ເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດ, ເຊິ່ງໃນປີ 2022 ແລ້ວນີ້, ທົ່ວແຂວງອັດຕະປື ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 136 ເລື່ອງ, ຈັບຜູ້ຖືກຫາໄດ້ 210 ຄົນ, ຍິງ 37 ຄົນ, ຄົນຕ່າງປະເທດ 5 ຄົນ, ສະຫຼຸບສົ່ງອົງການໄອຍະການ 56 ລາຍ, ຊັດມ້ຽນ 3 ລາຍ, ໂຈະການດໍາເນີນ 5 ລາຍ, ຍັງສືບຕໍ່ດຳເນີນ 72 ລາຍ, ຢຶດຂອງກາງຢາບ້າໄດ້ 122,330 ເມັດ, ເງິນກີບ 88 ລ້ານກີບ, ໂທລະສັບ 144 ໜ່ວຍ, ລົດຈັກ 32 ຄັນ, ລົດໃຫຍ່ 5 ຄັນ, ປືນແກັບ 6 ກະບອກ, ປືນສັ້ນ 1 ກະບອກ, ໂມງ 2 ໜ່ວຍ, ແຫວນຄ້າຍຄືຄໍາ 4 ວົງ ແລະ ຂອງກາງອື່ນໆອີກຈໍານວນໜຶ່ງ, ນອກນັ້ນ, ຍັງໄດ້ຂື້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດ ລາຍຍ່ອຍ, ລາຍກາງ ໃນທົ່ວແຂວງ ໄດ້ຫຼາຍເປົ້າໝາຍ, ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວ ຢູ່ສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແຂວງອັດຕະປື ທັງໝົດ 47 ຄົນ, ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານຈໍານວນ 37 ຄົນ,ສືບຕໍ່ປິ່ນປົວ 10 ຄົນ .
ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ປີ 2023 ນີ້ ອົງການປົກຄອງແຂວງ ຈະສຸມໃສ່ປຸກລະດົມ ຂົນຂວາຍທຸກກໍາລັງແຮງສັງລວມ ເຂົ້າໃນການແກ້ໄຂບັນຫາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນ,ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດ,ສ້າງໃຫ້ສັງຄົມມີຄວາມສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍ,ປອດໄພ,ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມ,ກ້າວໄປສູ່ສັງຄົມລາວ ປອດຢາເສບຕິດ,ເພີ່ມທະວີການໂຄສະນາ-ສຶກສາອົບຮົມ,ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດ ດ້ວຍຫຼາຍຮູບຫຼາຍສີ,ຫຼາຍວິທີການ ຢ່າງກວ້າງຂວາງ ແລະ ກວມເອົາ 80% ຂຶ້ນໄປ ຂອງຈໍານວນບ້ານເປົ້າໝາຍ ຢູ່ແຕ່ລະເມືອງ,ສ້າງຫຼັກສູດການຮຽນ,ການສອນກ່ຽວກັບການປ້ອງກັນ,ສະກັດກັ້ນບັນຫາຢາເສບຕິດ,ສ້າງບ້ານ,ສະຖາບັນການສຶກສາທຸກຊັ້ນ,ທຸກສາຍທັງພາກລັດ ແລະ ເອກະຊົນ,ສໍານັກງານ-ອົງການປອດຢາເສບຕິດໃຫ້ໄດ້ຫຼາຍຂຶ້ນ,ຍົກສູງປະສິດທິພາບອົງການສືບສວນ-ສອບສວນ,ອົງການໄອຍະການປະຊາຊົນ,ສານປະຊາຊົນ,ໜ່ວຍງານປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານວິຊາສະເພາະກວດກາ,ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງເປັນລະບົບ ແລະ ເຂັ້ມແຂງ,ຂຶ້ນສະຖິຕິຜູ້ຕິດຢາເສບຕິດຢູ່ໃນສັງຄົມ ໃຫ້ມີຄວາມຊັດເຈນ ແລະ ສຸມໃສ່ບໍາບັດປິ່ນປົວຢູ່ສູນ,ຢູ່ຊຸມຊົນ,ປັບປຸງສູນບໍາບັດ-ປິ່ນປົວຜູ້ຕິດຢາເສບຕິດໃຫ້ມີປະສິດທິຜົນ,ມີການຝຶກວິຊາຊີບ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ,ເສີມຂະຫຍາຍວຽກງານຮ່ວມມືສາກົນໃນການແລກປ່ຽນບົດຮຽນເພື່ອທັບມ້າງຄະດີ .
ຂ່າວ: ສິດຕິພອນ

error: Content is protected !!