ໂຮງຮຽນອັກສອນສະຫວັນ ຈັດກິດຈະກຳ ສົ່ງເສີມທັກສະການຮຽນຮູ້ໃຫ້ນັກຮຽນ

ເພື່ອເປັນການສົ່ງເສີມທັກສະການຮຽນຮູ້ໃຫ້ກັບນ້ອງໆນັກຮຽນ ອີກທັງເປັນການພົບປະກັນລະຫວ່າງຜູ້ປົກຄອງ ແລະ ເປີດໂອກາດໃຫ້ນ້ອງໆ ໄດ້ສະແດງຄວາມສາມາດ, ຄວາມກ້າສະແດງອອກໃຫ້ຫຼາຍຂຶ້ນ; ສະນັ້ນ, ໂຮງຮຽນອັກສອນສະຫວັນ ຈຶ່ງໄດ້ຈັດກິດຈະກຳຂອງໂຮງຮຽນຂຶ້ນມາ ເຊິ່ງສະແດງອອກຕາມວິໄສທັດຂອງໂຮງຮຽນ ຄືສ້າງຄົນໃຫ້ມີຄວາມສະຫຼາດດ້ານອາລົມຈິດ, ສ້າງໃຫ້ເດັກມີວິໄນ ມີຄວາມຮັບຜິດຊອບສູງຕໍ່ຕົນເອງ ແລະ ສັງຄົມ ແລະ ສ້າງຄົນໃຫ້ມີຄວາມກ້າຫານ ກ້າສະແດງອອກແບບບໍ່ມີຂອບເຂດຈຳກັດ ເພື່ອການພັດທະນາກ້າວສູ່ສາກົນ.

ສຳລັບງານດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2023 ນີ້ ທີ່ໂຮງຮຽນອັກສອນສະຫວັນ ບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງ ນວ, ໂດຍການເປັນປະທານຂອງທ່ານ ອຸດົມ ສຸລິນ ຮອງຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ສີໂຄດຕະບອງ, ທ່ານນາງ ວິໄລວັນ ເພັດລໍາພັນ, ປະທານໂຮງຮຽນອັກສອນສະຫວັນ, ທ່ານ ປອ. ດຣ. ຄໍາພຸດ ພົມມະສອນ ຮອງປະທານ ໂຮງຮຽນ ອັກສອນສະຫວັນ ພ້ອມດ້ວຍບັນດາຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ປອ. ດຣ. ຄໍາພຸດ ພົມມະສອນ, ຮອງປະທານ ໂຮງຮຽນ ອັກສອນສະຫວັນ ໄດ້ໃຫ້ສໍາພາດເຖິງຄວາມເປັນມາຂອງໂຮງຮຽນວ່າ: ໂຮງຮຽນອັກສອນສະຫວັນ ແມ່ນໂຮງຮຽນທີ່ມີການຈັດຕັ້ງຄົບຊຸດ ເຊິ່ງໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 1 ກັນຍາ 2022 ຜ່ານມານີ້, ປັດຈຸບັນ ໂຮງຮຽນ ມີເດັກ ແລະ ນັກຮຽນຢູ່ 103 ຄົນ, ຄູອາຈານ 25 ຄົນ ລວມທັງຄູຕ່າງປະເທດ ແລະ ຄູຄົນລາວ, ສຳລັບຫຼັກສູດການຮຽນ-ການສອນ ແມ່ນນໍາໃຊ້ຫຼັກສູດຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ນໍາມາຈັດຕັ້ງປະຕິບັດໃຫ້ເຕັມເມັດເຕັມໜ່ວຍ.

ພ້ອມນີ້, ຍັງໄດ້ມີການເພີ່ມຫຼັກສູດພາສາອັງກິດ ແລະ ພາສາຈີນ ເຂົ້າໃນ ການຮຽນ-ການສອນຕື່ມອີກ ເຊິ່ງມີຕັ້ງແຕ່ຊັ້ນລ້ຽງເດັກ, ອານຸບານ ໄປຈົນເຖິງຊັ້ນປະຖົມ ປີທີ 4 ແລະ ປັດຈຸບັນ ທາງໂຮງຮຽນມີນະໂຍບາຍຫຼາກຫຼາຍຢ່າງແກ່ຜູ້ມາເຂົ້າຮຽນ ພ້ອມທັງເງື່ອນໄຂກໍງ່າຍທີ່ສຸດ.

ດ້ານ ທ່ານນາງ ສີສົມພອນ ມະນີລາດ, ຜູ້ປົກຄອງນັກຮຽນ ໄດ້ໃຫ້ສໍາພາດຕື່ມວ່າ: ຮູ້ສຶກດີໃຈ ແລະ ເປັນກຽດທີ່ສຸດທີ່ໄດ້ມາຮ່ວມງານດັ່ງກ່າວນີ້ ເຊິ່ງເປັນງາານທີ່ດີ ເຮັດໃຫ້ນ້ອງໆ ມີເວທີສະແດງຄວາມສາມາດ ແລະ ຍັງເປັນການພົບປະແລກປ່ຽນກັນລະຫວ່າງຜູ້ປົກຄອງ ແລະ ເປັນກິດຈະກໍາ ທີ່ສ້າງຄວາມເບີກບານມ່ວນຊື່ນໃຫ້ລູກຫຼານອີກດ້ວຍ.

ສ່ວນພາຍໃນງານແມ່ນມີຫຼາກຫຼາຍກິດຈະກໍາໃຫ້ນ້ອງໆ ໄດ້ສະແດງຄວາມສາມາດ ເຊັ່ນ: ການເຕັ້ນລວມໝູ່, ການຫຼິ້ນເກມຕອບຄໍາຖາມເປັນພາສາອັງກິດ, ການຮ້ອງເພງ, ເຕັ້ນບາສສະລົບ ແລະ ການໂອ້ລົມແລກປ່ຽນກັນລະຫວ່າງຜູ້ປົກຄອງ ແລະ ນ້ອງນັກຮຽນທີ່ມາຮ່ວມໃນງານ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນຕະຫຼອດງານ.

error: Content is protected !!