ກົມກົງສຸນ ຊີ້ແຈງຕໍ່ການອອກຂ່າວຂອງສື່ອອນລາຍກ່ຽວກັບປາກົດການ ນາຍໜ້າ ໃນການອອກໜັງສືຜ່ານແດນ

ກົມກົງສຸນ ກະຊວງການຕ່າງປະເທດ ອອກຖະແຫຼງຂ່າວເພື່ອຊີ້ແຈງກ່ຽວກັບການອອກຂ່າວຜ່ານສື່ອອນລາຍ ກ່ຽວກັບປະກົດການ ນາຍໜ້າ ໃນການອອກໜັງສືຜ່ານແດນ ພ້ອມໃຫ້ຄວາມສຳຄັນຕໍ່ບັນດາດັ່ງກ່າວ ແລະ ຈະມີການກວດສອບ ຖ້າແມ່ນຄວາມຈິງຈະດຳເນີນມາດຕະການຢ່າງເດັດ ຂາດ ແລະ ປະຕິບັດວິໄນຕໍ່ພະນັກງານ ຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.

ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າພະແນກ ກົມກົງສຸນ ກະຊວງການຕ່າງປະເທດ ຖະແຫຼງຂ່າວ ໃນວັນທີ 13 ກຸມພາ 2023 ເພື່ອຊີ້ແຈງອະທິບາຍເຖິງສະພາບການຕົວຈິງ ໃນການອອກໜັງສືຜານແດນ ໃຫ້ພົນລະເມືອງລາວ ໃນໄລຍະປະຈຸບັນ ລວມທັງປະກົດການຫຍໍ້ທໍ້ຕ່າງໆ ທີ່ອອກຢູ່ຕາມສື່ອອນລາຍ (ໜັງສືພິມພັດທະ ນາລາວ ແລະ ໂທລະພາບລາວສະຕາ) ໃນທ້າຍອາທິດທີ່ຜ່ານມາ ວ່າ: ມາເຖິງປະຈຸບັນນີ້ ຄວາມຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫຼວງຫຼາຍ ເຊິ່ງມີປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະ ບົບການອອກໜັງສືຜ່ານແດນຂອງກົມກົງສຸນທີ່ມີຢູ່ໃນປະຈຸບັນ ສະນັ້ນ ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນຕ້ອງໄດ້ໃຊ້ເວລາດົນ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາທ່ານ ການສຳພາດເກັບກຳຂໍ້ມູນກໍບໍ່ສາມາດເຮັດໄດ້ກັບມື້ ຈຶ່ງໄດ້ເລື່ອນມື້ນັດເຂົ້າມາສຳພາດອອກໄປ ປັດຈຸບັນການນັດເຂົ້າມາສຳພາດແມ່ນຮອດວັນທີ 28 ກຸມພາ 2023 ແລ້ວ.

ໃນສະພາບປົກກະຕິ ຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ 300 ຄົນ/ມື້ ແຕ່ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ປັດຈຸບັນ ຢູ່ກົມກົງສຸນ ກໍໄດ້ລະດົມພະນັກງານ ສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະການ ແຕ່ລະມື້ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນ ໃຫ້ໄດ້ຫຼາຍກວ່າ 500 ຄົນ/ມື້ (ຖ້າລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີ 1.700-1.800 ຄົນ/ມື້) ເຖິງແມ່ນວ່າຈະຮັບສຳພາດໄດ້ເປັນຈຳນວນຫຼວງຫຼາຍ ແຕ່ການດຳເນີນການອອກໜັງສືຜ່ານແດນຂອງພວກເຮົາປົກກະຕິ ແມ່ນໄດ້ພຽງແຕ່ 800-900 ເຫຼັ້ມຕໍ່ມື້.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໜ່ວຍຈັດພິມໜັງສືຜ່ານແດນ ໄດ້ເຮັດວຽກນອກໂມງຈົນຮອດ 21:00 ໂມງໃນແຕ່ລະມື້ ລວມທັງ ວັນເສົາ ແລະ ວັນອາທິດ ແຕ່ກໍສາມາດແກ້ໄຂໄດ້ພຽງແຕ່ 1.200-1.300 ເຫຼັ້ມຕໍ່ມື້ ເທົ່ານັ້ນ.

ນອກນີ້ ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນທີ່ມີຢູ່ຈຳນວນໜຶ່ງ ກໍເປ່ເພ ປັດຈຸບັນ ກຳລັງສ້ອມແປງ ແລະ ຕິດຕັ້ງໃໝ່ ເພື່ອໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການອອກໜັງສືຜ່ານແດນໃຫ້ແກ່ປະຊາຊົນ ສາເຫດທີ່ມີຈຳນວນຫຼາຍ ແມ່ນຍ້ອນແຮງງານທີ່ຕ້ອງການກັບໄປອອກແຮງງານຢູ່ຕ່າງປະເທດ ທີ່ກັບມາໃນໄລຍະການແຜ່ລະບາດຂອງພະຍາດ ໂຄ ວິດ-19 ນັ້ນຍັງມີຈຳນວນຫຼາຍທີ່ມາຂໍເຮັດໜັງສືຜ່ານແດນໃນແຕ່ລະມື້ ເຊິ່ງຄາດວ່າຍັງຈະໃຊ້ເວລາອີກໄລຍະໜຶ່ງ ສະພາບການຂໍນຳໃຊ້ໜັງສືຜ່ານແດນຈຶ່ງຈະກັບສູ່ສະພາບປົກກະຕິ.

ຕໍ່ກັບຂ່າວທີ່ສື່ສັງຄົມອອນລາຍ ອອກຂ່າວໃນວັນທີ 10 ແລະ 12 ກຸມພາ 2023 ທີ່ຜ່ານມານັ້ນ ກົມກົງສຸນ ຂໍຢືນຢັນວ່າ ຂໍ້ມູນຕາມຂ່າວດັ່ງກ່າວແມ່ນຂັດກັບນະໂຍບາຍ ແລະ ລະບຽບຫຼັກການຂອງກົມກົງສຸນ ໃນການດຳເນີນການອອກໜັງສືຜ່ານແດນໃຫ້ແກ່ປະຊາຊົນ ເຖິງຢ່າງໃດກໍຕາມ ພວກເຮົາໃຫ້ຄວາມສຳຄັນຕໍ່ກັບຂໍ້ມູນດັ່ງກ່າວ ແລະ ຈະມີການກວດກາຢ່າງລະອຽດຮອບດ້ານ ຖ້າພົບເຫັນວ່າ ພະນັກງານກົມກົງສຸນ ມີສ່ວນພົວພັນກັບນາຍໜ້າໃນການຮຽກເກັບເງິນນຳ ປະຊາຊົນທີ່ເຂົ້າມາໃຊ້ບໍລິການຂໍນຳໃຊ້ໜັງສືຜ່ານແດນ ເກີນອັດຕາທີ່ລັດຖະບານກຳນົດ ແມ່ນຈະດຳເນີນມາດຕະການຢ່າງເດັດຂາດ ແລະ ປະຕິບັດວິໄນຕໍ່ພະນັກງານ ຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.

ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຫາກພົບເຫັນການເຄື່ອນໄຫວ ຫຼື ມີຂໍ້ມູນທີ່ພົວພັນກັບການກະທຳທີ່ຜິດລະບຽບກົດໝາຍຄືດັ່ງທີ່ສື່ຕ່າງໆໄດ້ເຜີຍແຜ່ອອກໄປນັ້ນ ຂໍໃຫ້ສະໜອງຂໍ້ມູນລະອຽດໃຫ້ແກ່ ກົມກົງສຸນ ກະຊວງການຕ່າງປະເທດດວ້ຍ ເພື່ອຈະໄດ້ດຳເນີນມາດຕະການປ້ອງກັນ ແລະ ແກ້ໄຂຕາມລະບຽບກົດໝາຍໂດຍດ່ວນ.

ພາບ-ຂາວ:VientianeMai

error: Content is protected !!