ສະພາບອາກາດ ປະຈໍາວັນທີ 25 ມີນາ 2023

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກຳລັງແຮງ ສົມທົບກັບກະແສລົມຕາເວັນຕົກພັດ ປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ລົງຫາ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວ ໄປໃນແຕ່ລະພາກ ແລະ ອາກາດຮ້ອນເອົ້າຫລາຍຢູ່ບາງທ້ອງຖິ່ນ ພ້ອມຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ແຂວງພາກໃຕ້.

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ສ່ວນຕອນບ່າຍອາກາດຮ້ອນ. ອຸນຫະພູມໃນລະຫວ່າງ 15-32 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະເຢັນໃນຕອນເຊົ້າ ສ່ວນ ຕອນບ່າຍອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 15-38 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25-40 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະຮ້ອນຫລາຍຢູ່ບາງທ້ອງຖິ່ນ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 21-40 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 13-30 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 23-37 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 15-29 ອົງສາ.

error: Content is protected !!