ຊີ້ແຈງແລ້ວ! ເຫດຜົນປິດຕະຫຼາດກາງຄືນສີຫອມ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຊີ້ແຈ້ງການ ປິດຕະຫຼາດນັດກາງຄືນສີຫອມ ໃນວັນທີ 24 ມີນາ 2023 ເຂົ້າຮ່ວມຖະແຫຼງຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ວຽງຈັນ, ທ່ານ ແສງສາທິດ ພິມເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ ຈັນທະບູລີ, ທ່ານ ຄໍາໝອນ ຈອມມະນີວົງ, ຫົວໜ້າຂະແໜງເຄຫະ ແລະ ຜັງເມືອງ, ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ກ່າວວ່າ: ການຄ້າຂາຍ ຢູ່ຖະໜົນແຫ່ງບຸນ ແມ່ນກວມເອົາ 3 ບ້ານຄື: ບ້ານ ຫາຍໂສກ, ມີໄຊ ແລະ ບ້ານ ອານຸ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຖະໜົນດັ່ງກ່າວ ມີການຄ້າຂາຍມາດົນແລ້ວ ແຕ່ໄລຍະກ່ອນບໍ່ທັນຫຼາຍ ອີງຕາມການລົງສຳຫຼວດໃນເດືອນ ມິຖຸນາ ແລະ ກໍລະກົດ ປີຜ່ານມາ ແມ່ນມີປະມານ 30-40 ຮ້ານ ແຕ່ປັດຈຸບັນມີເຖິງ 204 ຮ້ານ ຈຶ່ງເຮັດໃຫ້ຖະໜົນດັ່ງກ່າວມີຄວາມແອອັດຂຶ້ນ.

ສຳລັບເຫດຜົນຫຼັກໆ ທີ່ໃຫ້ຍົກຍ້າຍແມ່ນ

  1. ອີງຕາມມະຕິຂອງອົງການປົກຄອງ ນະຄອນຫຼວງ ວຽງຈັນ ໃນເດືອນມັງກອນ 2023;
  2. ກົດໝາຍວ່າດ້ວຍທາງຫຼວງ;
  3. ປະຕິບັດຕາມນະໂຍບາຍ 6 ສໍ ຂອງ ນະຄອນຫຼວງ ວຽງຈັນ ວາງອອກ;
  4. ການກະກຽມການເປັນເຈົ້າ ພາບ ພາບກອງປະຊຸມອາຊຽນປີ 2024 ທີ່ ສປປ ລາວ ແລະ
  5. ປະຕິບັດຕາມຂໍ້ຕົກລົງເຈົ້າຄອງ ນະຄອນຫຼວງ ວຽງຈັນ ສະບັບເລກທີ1184/ຈນວ ລົງວັນທີ 20 ທັນວາ 2017.
    ດ້ວຍເຫດຜົນ 5 ປະການດັ່ງກ່າວ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ຈຶ່ງໄດ້ອອກແຈ້ງການ 2 ສະບັບ ເພື່ອໃຫ້ຢຸດເຊົາຄ້າຂາຍ. ໂດຍກ່ອນຈະມີການແຈ້ງການອອກແຕ່ລະເທື່ອ ກໍໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບທີ່ມາຈາກຫຼາຍພາກສ່ວນຂອງ ນະຄອນຫຼວງ ວຽງຈັນ, ທັງເມືອງ, ອຳນາດການປົກຄອງບ້ານ, ຜູ້ປະກອບການ ເຊິ່ງມີການປຶກສາຫາລືກັນຫຼາຍຄັ້ງ ເພື່ອແຈ້ງໃຫ້ປະຊາຊົນທີ່ມາຄ້າຂາຍເຂດນັ້ນ ໃຫ້ຢຸດຕິ ເນື່ອງຈາກເປັນເຂດຊຸມຊົນ ແລະ ມີຄວາມແອອັດ.
error: Content is protected !!