ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດສັນທີ່ດິນຂັ້ນເມືອງຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງພຽງ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງ ໂດຍມີທ່ານ ອິດທິພົນ ຈັນທະມາລິນ ຮອງຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງບົດສະເໜີການຈັດສັນທີ່ດິນຂັ້ນເມືອງຢູ່ເມືອງພຽງ ຊຶ່ງຕະຫຼອດໄລຍະຜ່ານມາຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໄດ້ເອົາໃຈໃສ່ປົກປັກຮັກສາທີ່ດິນ, ປ່າໄມ້, ແຫຼ່ງນໍ້າ, ຊີວະນາໆພັນ
ບ້ານເມືອງ
ຢາສູບກໍາລັງເປັນສິ່ງເບື່ອເມົາຜູ້ທີ່ຈະເປັນອະນາຄົດຂອງຊາດ
ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວບາງບັນຫາກ່ຽວກັບຢາສູບ ຕໍ່ກອງປະຊຸມສຳມະນາກ່ຽວກັບວຽກງານຄວບຄຸມຢາສູບ ໃຫ້ແກ່ມວນຊົນ ໃນວັນທີ 19 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ, ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ, ພິການ ແລະ ເສຍຊີວິດ ກ່ອນໄວອັນຄວນ. ວຽກງານຄວບຄຸມຢາສູບແມ່ນວຽກງານໜຶ່ງ ທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການ
ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບປະທານາທິບໍດີ ອາເມຣິກາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ໃນຂອບເຂດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫາກຳພັດທະນາແຖວໜ້າໂລກ (G7) ເປີດກວ້າງ ທີ່ໄດ້ດຳເນີນຢູ່ຮີໂຣຊິມາ (ຍີ່ປຸ່ນ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ມີການພົບປະກັບ ທ່ານ ໂຈໄບເດັນ ປະທານາທິບໍດີ ອາເມຣິກາ. ຂ່າວລະບຸວ່າ: ໃນການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ແລກປ່ຽນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍພ້ອມກັບບັນດາບັນຫາໃນສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ
ປະທານປະເທດ ຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດອາຊີ ຄັ້ງທີ 28 ທີ່ປະເທດຍີ່ປຸ່ນ.
ໃນວັນທີ 24 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ຊຶ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 25-26 ພຶດສະພາ 2023 ທີ່ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ຊາວກະຊິກອນເມືອງຜາອຸດົມ ສໍາເລັດການເກັບກ່ຽວເຂົ້ານາແຊງແລ້ວ
ທ່ານ ນາງ ສີິຄໍາ ຫຼ້າລະເດດ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ-ປ່າໄມ້ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດເຜີຍຕໍ່ສື່ມວຊົນທ້ອງຖິ່ນໃນວັນທີ 17 ພຶດສະພາ ນີ້ ກ່ຽວກັບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດ ການເກັບກ່ຽວເຂົ້ານາແຊງ ແລະ ຜົນຜະລິດພຶດລະດູແລ້ງ ປະຈໍາປີ 2023 ຂອງເມືອງຜາອຸດົມ ໃຫ້ຮູ້ວ່າ. ພາຍໃນເມືອງຜາອຸດົມ ມີເນື້ອທີ່ນາແຊງທັງໝົດ
ປກສ ເມືອງໄຊບົວທອງ! ຈັບໄດ້ຜູ້ຖືກຫາພ້ອມເງິນ 271 ລ້ານກວ່າກີບ ແລະ ຢາ 1.994 ເມັດ.
ໃນເວລາ 15 ໂມງ 15 ນາທີ ຂອງວັນທີ 05/05/2023 ມີພົນລະເມືອງດີໂທລະຊັບລາຍງານວ່າ: ມີກຸ້ມແກ່ງມົ້ວສຸມ ຄ້າຂາຍ ຈຳໜ່າຍ ແລະ ເສບຢາເສບຕິດ(ຢາບ້າ) ທີບ້ານແກ້ງມື້ນ, ເມືອງໄຊບົວທອງ ແຂວງຄຳມ່ວນ ເມືອເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄຊບົວທອງ ໄດ້ຮັບແຫຼ່ງຂ່າວແນວນັ້ນຈື່ງໄດ້ປະສານສົມທົບ ກັບ
ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ຕ້ານສະກັດກັ້ນລົດບໍ່ຖືກຕ້ອງ-ຢຶດໄດ້ລົດ KIA 2 ຄັນ
ໃນວັນທີ 16 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ, ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາ ມາດຢຶດໄດ້ລົດເກັງ: ຍີ່ຫໍ້ KIA K5 ຈໍານວນ 2 ຄັນ, ທີ່ສວມປ້າຍທະບຽນປອມ. ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດເກັງເກຍຍີ່ຫໍ້:
ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ
ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນລະຫວ່າງວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ, ຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະການ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາຊີຟິກ ເພື່ອການພັດທະນາແບບຍືນຍົງ,ມີຄະນະຜູ້ແທນຂັ້ນສູງຈາກ
ຊຳເໜືອ ສະເຫລີມສະຫລອງ ໜ່ວຍແກ້ວຫລັກເມືອງຄົບຮອບ 15 ປີ
ເມືອງຊຳເໜືອ ສະເຫລີມສະຫລອງໜ່ວຍແກ້ວຫລັກເມືອງ ຄົບຮອບ 15 ປີ (17/5/2008-17/5/2023) ໃນວັນທີ 16 ພຶດສະພາ 2023 ທີ່ສວນແກ້ວຫລັກເມືອງ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍການນຳ 10 ເມືອງ ແລະ ມວນຊົນຊາວເມືອງຊຳເໜືອ ກໍຄືແຂວງຫົວພັນ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ໃນພິທີ ທ່ານ
ເປີດນຳໃຊ້ ສະໜາມບິນໜອງຄ້າງ ແຂວງຫົວພັນ
ພິທີມອບ-ຮັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຈັດຂຶ້ນໃນວັນທີ 15 ພຶດສະພາ 2023 ເພື່ອຮອງຮັບຜູ້ໂດຍສານທີ່ມີຈຸດປະສົງເດີນທາງ ແຕ່ວຽງຈັນ-ຊຳເໜືອ ເຊິ່ງສະໜາມບິນແຫ່ງນີ້ ໄດ້ຈັດຢູ່ໃນປະເພດ 3C ສາມາດຮອງຮັບເຮືອບິນປະ ເພດ 70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫລື ທຽບເທົ່າ, ມີທາງແລ່ນຂຶ້ນ-ລົງ










