ຜົນງານສິລະປິນລາວ ທີ່ຖ່າຍທອດວັດທະນະທຳ ຜ່ານຮູບແຕ້ມເທິງຝາກຳແພງ

ງານສະແດງສິລະປະ ຮູບແຕ້ມເທິງຝາກໍາແພງ ທີ່ແຕ້ມໂດຍຄົນລາວເຮົາ ຢູ່ດ້ານນອກສູນ American Center ໃກ້ກັບ ບໍລິເວນ ທາດດໍາ ນະຄອນຫຼວງວຽງຈັນ ໂດຍຮູບພາບເທິງຝາພະໜັງເປັນຜົນງານການແຕ້ມຮູບ ຈາກນັກສິລະປິນທີ່ມີຊື່ສຽງ ຂອງ ສປປ ລາວ ທີ່ໄດ້ຮັບທຶນ ເອກອັກຄະລັດຖະທູດ ສ.ອາເມລິກາ (ທຶນ AFCP) ໃນການບູລະນະຮັກສາ ສະຖານທີ່ທາງວັດທະນາທໍາ ຕະຫຼອດໄລຍະ 20 ປີ ຢູ່ຫຼາຍແຂວງ ຂອງ ສປປ ລາວ ເຊັ່ນ: ແຂວງ ຫົວພັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຫຼວງພະບາງ.

ທ່ານ ປີເຕີ້ ເຮ່ມ້ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ໂຄງການແຕ້ມຮູບເທິງຝາກໍາແພງ ສູນ American Center ແມ່ນມີຄວາມໜ້າສົນໃຈຫຼາຍ ເພາະແຕ່ລະເຂດ ທີ່ໄດ້ຮັບທຶນ AFCP ຢູ່ລາວ ລ້ວນແລ້ວແຕ່ ມີປະຫວັດສາດ ແລະ ມີຄວາມງົດງາມທາງດ້ານວັດທະນາທໍາ ຂອງລາວປະກອບຢູ່.

ທ່ານ ທູດ ກ່າວຕື່ມວ່າ: ຢາກໃຫ້ຄົນຕ່າງປະເທດ ທີ່ມາທ່ຽວລາວ ຫຼື ຄົນລາວ ທີ່ບໍ່ມີໂອກາດໄດ້ໄປຕ່າງແຂວງ ຮູ້ວ່າ ຢູ່ ສປປ ລາວ ຍັງມີສະຖານທີ່ທີ່ສວຍງາມທີ່ຫຼາກຫຼາຍ ເພື່ອຊັກຊວນໃຫ້ເຂົາເຈົ້າ ໄດ້ໄປເຫັນຄວາມງາມເຫຼົ່ານັ້ນຕົວຈິງ ດ້ວຍຕົວຂອງເຂົາເຈົ້າເອງ ແລະ ໃນອະນາຄົດ ຄາດວ່າຈະມີໂຄງການໃໝ່ ໃນບ່ອນໃໝ່ອີກຫຼາຍໆບ່ອນ.

ສຳລັບບັນດາທ່ານ ທີ່ໄດ້ຢ່າງກາຍໄປກາຍມາ ທາງທາດດໍາ ກໍສາມາດເຂົ້າໄປມາທ່ຽວຊົມ, ຖ່າຍຮູບ, ເບິ່ງຄວາມງາມ ແລະ ລາຍລະອຽດຂອງຮູບແຕ້ມໄດ້ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.

error: Content is protected !!