ເຈົ້າເມືອງ ວຽງໄຊ ຊີ້ແຈງສາເຫດທີ່ຫ້າມກິນປາຕາຍຕາມສາຍນ້ຳຊຳເຈົ້າເມືອງ ວຽງໄຊ ຊີ້ແຈງ

ຈາກການສຳພາດຜ່ານທາງລາຍການຮອບບ້ານຜ່ານເມືອງ ທີ່ຊ່ອງທາງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 23 ພຶດສະພາ ທີ່ຜ່ານມາ, ທ່ານ ຄຳໂຮມ ມີໄຊ ເຈົ້າເມືອງ ເມືອງໄຊ ແຂວງຫົວພັນ ໄດ້ໃຫ້ສຳພາດວ່າ: ຈາກເຫດການໃນວັນທີ 18 ພຶດສະພາ 2023 ໄດ້ມີປະຊາຊົນບ້ານດ່ານເພົ້າ ສົ່ງຂ່າວກ່ຽວກັບປາຕາຍຢູ່ກ້ອງເຂື່ອນນໍ້າສິງພາວເວີ ຫຼື ເຂື່ອນແກ້ງລິດ. ຈາກນັ້ນທາງຂັ້ນເມືອງກໍໄດ້ແຕ່ງຕັ້ງຫ້ອງການຊັບພະຍາກອນທຳມະຊາດລົງໄປສົມທົບກັບບ້ານ ເພື່ອໄປກວດກາຕົວຈິງ ແລະ ພົບວ່າມີປາຕາຍແທ້.

ຈາກສາເຫດການຕາຍຂອງປາ ແມ່ນເກີດຈາກທາງບໍລິສັດເຂື່ອນນໍ້າສິງພາວເວີ ໄດ້ອະນາໄມອຸໂມງຂອງເຂື່ອນ ເຮັດໃຫ້ມີສານປົນເປື້ອນ ແຕ່ບໍ່ໄດ້ເອົານໍ້າເຂົ້າຫຼາຍ ແລະ ເຮັດໃຫ້ສານປົນເປື້ອນໄຫຼອອກສູ່ສາຍນ້ຳ, ເຮັດໃຫ້ປາທີ່ອາໄສຢູ່ກ້ອງເຂື່ອນຫາເຂດບ້ານດ່ານເພົ້າ ນັ້ນຕາຍເປັນຈຳນວນຫຼວງຫຼາຍ.

ມາຮອດວັນທີ 22 ພຶດສະພາ ໄດ້ມີຂ່າວວ່າ: ເກີດມີປາຕາຍຢູ່ຈຸດກໍ່ສ້າງເຂື່ອນນໍ້າຊໍາ 3 ເຮັດໃຫ້ມີປາຕາຍຈໍານວນຫຼາຍໄຫຼລົງໄປຕາມສາຍນໍ້າຊໍາພາຍໃນເມືອງຊໍາໃຕ້, ແຕ່ມີຫົວງານຢູ່ເມືອງວຽງໄຊ ແລະ ປາທີ່ຕາຍກໍມີຈໍານວນຫຼາຍກວ່າປາທີ່ຕາຍຢູ່ພາຍໃນເມືອງວຽງໄຊ, ຈາກນັ້ນພາກສ່ວນກ່ຽວຂ້ອງ ກໍຄື ອົງການປົກຄອງເມືອງຊໍາໃຕ້ ໄດ້ອອກແຈ້ງການຫ້າມປະຊາຊົນບໍລິໂພກປາທີ່ຕາຍ ແລະ ໄດ້ນໍາເອົາປາດັ່ງກ່າວໄປວິໄຈ, ເຊິ່ງປັດຈຸບັນແມ່ນຢູ່ໃນຂັ້ນຕອນການວິໄຈ

ເຈົ້າເມືອງໆວຽງໄຊໃຫ້ຮູ້ຕື່ມວ່າ: ສະເພາະກໍລະນີປາຕາຍຢູ່ເມືອງວຽງໄຊ, ແມ່ນເກີດຢູ່ເຂດວັງຫວງຫ້າມຂອງບ້ານທີ່ຢູ່ເຂດກ້ອງເຂື່ອນ ເຊີ່ງອົງການປົກຄອງເມືອງໄດ້ແນະນໍາໃຫ້ບໍລິສັດທີ່ກ່ຽວຂ້ອງກວດກາຄືນ ແລະ ແກ້ໄຂໃຫ້ລະອຽດເພື່ອບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ.

ນອກຈາກນີ້ ທາງບໍລິສັດໄດ້ນໍາເອົາເງິນຊົດເຊີຍຜົນເສຍຫາຍຂອງປະຊາຊົນ ກໍຄື ຊົດເຊີຍຄ່າປາທີ່ຕາຍໄປແລ້ວຈໍານວນໜຶ່ງ ແລະ ໃນຕໍ່ໜ້າທາງບໍລິສັດຈະຊ່ວຍເຫຼືອພັນປາໃຫ້ປະຊາຊົນ.

ແລະ ໄດ້ຮຽກຮ້ອງມາຍັງບໍລິສັດທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ໃຫ້ຫຼາຍຂຶ້ນໃນການດໍາເນີນໂຄງການ ຕ້ອງຄໍານຶງເຖິງສະພາບແວດລ້ອມເຂດທີ່ໃກ້ໂຄງການເປັນສິ່ງສໍາຄັນ, ເພາະມັນກະທົບໂດຍກົງຕໍ່ປະຊາຊົນທີ່ຢູ່ໃກ້ຄຽງ, ພ້ອມນີ້ ຝາກເຖິງປະຊາຊົນບໍ່ໃຫ້ນໍາເອົາປາທີ່ຕາຍໄປບໍລິໂພກ ຫຼື ນໍາໄປຂາຍຢ່າງເດັດຂາດ. ສຳລັບຜົນການວິໄຈຂອງປາທີ່ໄດ້ຕາຍແມ່ນຫຼັງຈາກຮູ້ຜົນແລ້ວຈະແຈ້ງໃຫ້ຊາບຕື່ມອີກພາຍຫຼັງ.

—–

Cr.Lao National Radio

error: Content is protected !!