ສັ່ງໂຈະຊົ່ວຄາວ! ທຸລະກິດຄ້າຂາຍ ຂອງຄົນຕ່າງປະເທດ ຢູ່ລາວເກືອບ 100 ຫົວໜ່ວຍ.

ທຸລະກິດຄ້າຂາຍຍົກຍ່ອຍຢູ່ ສປປ ລາວ ແມ່ນມີຢ່າງຫຼວງຫຼາຍ ນອກຈາກຈະເປັນເຈົ້າຂອງໂດຍຄົນລາວແລ້ວ ກໍມີຈຳນວນບໍ່ໜ້ອຍທີ່ເປັນເຈົ້າຂອງໂດຍຄົນຕ່າງປະເທດ ທາງກະຊວງອຸດສາຫະກຳ ແລະການຄ້າ ໄດ້ໃຫ້ບັນດາຫົວໜ່ວຍ ດັ່ງກ່າວ ມາແຈ້ງອະທິບາຍເຖິງທີ່ມາຂອງແຫຼ່ງທຶນເຂົາເຈົ້າ ແຕ່ປະກົດວ່າຍັງມີເກືອບ 100 ຫົວໜ່ວຍທີ່ຍັງບໍ່ມາແຈ້ງ.

ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ຫົວໜ່ວຍເຫຼົ່ານັ້ນໂຈະການດຳເນີນທຸລະກິດຊົ່ວຄາວ ເນື້ອໃນແຈ້ງການລະບຸໄວ້ດັ່ງນີ້:

1. ໂຈະຊົ່ວຄາວການເຄື່ອນໄຫວທຸລະກິດ ການຄ້າຂາຍຍົກ-ຂາຍຍ່ອຍ ຂອງຫົວໜ່ວຍວິສາຫະກິດ ທີ່ມີລາຍຊື່ຄັດຕິດມາພ້ອມນີ້ (ເລີ່ມແຕ່ 22 ພຶດສະພາ 2023 ຫາ 22 ມິຖຸນາ 2023).

2. ການໂຈະຊົ່ວຄາວໃນໄລຍະທີ່ກ່າວໃນຂໍ້ 01 ຂ້າງເທິງນີ້ ວິສາຫະກິດທີ່ມີລາຍຊື່ບໍລິສັດຂອງຕົນຕ້ອງມາລາຍງານ ການນຳເຂົ້າທຶນ ໂດຍນຳເອົາເອກະສານຢັ້ງຢືນການນຳເຂົ້າທຶນ ແຈ້ງຕໍ່ໜ່ວຍງານທີ່ໄດ້ອອກໃບອະນຸຍາດດຳເນີນທຸລະກິດ ກໍຄືກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ.

3. ເມື່ອຮອດເວລາຕາມທີ່ໄດ້ກຳນົດໄວ້ຂໍ້ 01 ຂ້າງເທິງນີ້ ຫົວໜ່ວຍວິສາຫະກິດໃດ ບໍ່ເຂົ້າມາລາຍງານ, ນຳເອກະສານກ່ຽວຂ້ອງມາຢັ້ງຢືນໄດ້ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຈະລົບລ້າງໃບອະນຸຍາດດຳເນີນທຸລະກິດ ກິດຈະການຄ້າພາຍໃນ ຂອງຫົວໜ່ວຍວິສາຫະກິດດັ່ງກ່າວຢ່າງຖາວອນ.

error: Content is protected !!