ທະນາຄານແຫ່ງ ສປປ ລາວ ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ໃຫ້ກັບບັນດາທະນາຄານທຸລະກິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຸ້ມຄອງເງິນຕາຕ່າງປະເທດ, ທັງເປັນການຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບ 15/ ສພຊ, ລົງວັນທີ 7 ກໍລະກົດ 2022 ໃຫ້ເຂັ້ມງວດ ໂດຍສະເພາະ
ທຸລະກິດ & ເສດຖະກິດ
ຈະກໍ່ສ້າງໂຮງງານໄຟຟ້າພະລັງງານລົມ ຢູ່ເມືອງເຊໂປນ ເພື່ອສົ່ງອອກໄປ ຫວຽດນາມ
ສປປ ລາວ ບັນລຸຂໍ້ຕົກລົງ Project Development Agreement (PDA) ຊຶ່ງແມ່ນໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍພະລັງງານລົມ ໃນເນື້ອທີ່ 2.687 ເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ກັບ ບໍລິສັດຫຸ້ນສ່ວນການລົງທຶນ ເອເອັມໄອ ກວາງບິ່ງ (AMI) ໂດຍໄລຍະໜຶ່ງຈະມີກຳລັງການຜະລິດໄຟຟ້າ 187,2 ເມກາວັດ ຊຶ່ງຄາດວ່າ ຈະສຳເລັດໂຄງການທ້າຍປີ 2023
ກອງປະຊຸມຫາລືຮ່ວມມືທາງດ້ານການບໍລິການຂົນສົ່ງຂ້າມແດນ ສປ ຈີນ-ແຫຼມອິນດູຈີນ
ຄະນະຜູ້ແທນແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຈາກພາກສ່ວນຕ່າງໆຄື: ພະແນກການຕ່າງປະເທດ, ພະແນກອຸດສາຫະກໍາ ແລະການຄ້າ, ຄະນະດ່ານພາສີຂົວມິດຕະພາບ II ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືທາງດ້ານການບໍລິການຂົນສົ່ງຂ້າມຊາຍແດນ ສປ ຈີນ-ແຫຼມອິນດູຈີນ ທີ່ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ພາຍໃຕ້ຫົວຂໍ້: “ສະຫຼາດຢ່າງມີປະສິດທິພາບ, ສະດວກວ່ອງໄວ ເພື່ອຮ່ວມກັນພັດທະນາການຮ່ວມມື ດ້ານການບໍລິການຂົນສົ່ງຂ້າມຊາຍແດນຂອງບັນດາເມືອງໜ້າດ່ານ”
ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3
ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈຳລາວ ໄດ້ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3 ຂຶ້ນໃນວັນທີ 5 ກໍລະກົດນີ້ ທີ່ ມ.ຊ ຊຶ່ງມີ ທ່ານ ໂພສີ ທີບດາວັນ ຮອງອະທິການບໍດີ ມ.ຊ, ມີທ່ານ ເສີນຊິນຫຼູ
ອັດຕາເງິນເຟີ້ ສປປ ລາວ ເດືອນ ມິຖຸນາ ຫຼຸດລົງຢູ່ທີ່ 28,64 %ຫຼຸດຈາກເດືອນ ພຶດສະພາ -10,22%
ສະພາບອັດຕາເງິນເຟີ້ ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນມີຖຸນາ ຢູ່ໃນລະດັບ 185,91 ເຊິ່ງເພີ່ມຂຶ້ນຈາກ 144,52 ໃນ ເດືອນມີຖຸນາ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນມີຖຸນານີ້ ຢູ່ໃນລະດັບ 28,6% (ເດືອນ ພືດສະພາ 2023 ຢູ່ໃນລະດັບ 38,9%). ຫມວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ
ສະໜາມບິນສາກົນບໍ່ແກ້ວຈະສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ.
ມາຮອດປັດຈຸບັນ, ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວມີຄວາມຄືບໜ້າຫລາຍກວ່າ 90%, ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2023ນີ້. ທ່ານ ຈ້າວ ເຫວີຍ, ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 25 ມິຖຸນາ 2023 ນີ້ວ່າ: ການກໍ່ສ້າງສະໜາມບິນດັ່ງກ່າວໃນປັດຈຸບັນແມ່ນເຫລືອພຽງຂັ້ນຕອນຕົບແຕ່ງຕຶກອາຄານຜູ້ໂດຍສານທັງພາຍໃນ ແລະພາຍນອກ, ການຕິດຕັ້ງອຸປະກອນລະບົບສື່ສານການບິນ, ລວມເຖິງລະບົບຄວາມປອດໄພ ແລະສິ່ງອໍານວຍຄວາມສະດວກຕ່າງໆ ໃນອາຄານ. ສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ
ບໍລິຄໍາໄຊ ຜະລິດພືດກະສິກໍາ ແລະ ລ້ຽງສັດເປັນສິນຄ້າຫຼາຍຂຶ້ນ
ນອກຈາກຜະລິດພືດກະສິກໍາ ເພື່ອບໍລິໂພກພາຍໃນແລ້ວ ແຂວງບໍລິຄໍາໄຊ ຍັງສຸມໃສ່ປູກພືດກະສິກໍາເປັນສິນຄ້າສົ່ງອອກ. ນັບແຕ່ ປີ 2021-2023, ແຂວງບໍລິຄໍາໄຊ ຜະລິດເຂົ້າເປັນສິນຄ້າ ໂດຍສະເພາະເນື້ອທີ່ປູກເຂົ້າໄດ້ 12.893 ເຮັກຕາ ເທົ່າກັບ 98,38 % (ແຜນ 13.105 ເຮັກຕາ) ຜົນຜະລິດ ໄດ້ 47.605 ໂຕນ ເທົ່າກັບ 83,47%
ປະກອບອາຊີບຕັດຫຍິບ ກໍມີລາຍຮັບຫລາຍລ້ານກີບຕໍ່ປີ
ໃນປັດຈຸບັນພັກ-ລັດຖະບານ ໄດ້ສ້າງທຸກເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ປະກອບອາຊີບຫາລ້ຽງຕົນເອງ ດ້ວຍຫລາຍຮູບແບບ ໂດຍອີງໃສ່ເງື່ອນໄຂຄວາມສະດວກ ແລະ ທ່າແຮງທີ່ມີຂອງປະຊາຊົນ ເພື່ອສ້າງລາຍຮັບດ້ວຍຮູບການ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງເທື່ອລະກ້າວ. ດັ່ງຄອບ ຄົວຂອງ ນາງ ເກສອນ ຢາງມະຫາຊັບ ອາຍຸ 33 ປີ ປັດຈຸ ບັນຢູ່ບ້ານ ພູຂຽວ, ເມືອງໄຊ, ແຂວງ ອຸດົມໄຊ ເຊິ່ງເປັນຄອບຄົວໜຶ່ງທີ່ເປັນຕົວແບບ ໃນການສ້າງເສດຖະກິດຄອບຄົວ
ລາຍໄດ້ຈາກພາສີໃນສົກປີງົບປະມານ 2022-2023 ຂອງຍີ່ປຸ່ນ ເພີ່ມສູງຂຶ້ນ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງການເງິນຂອງຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ລາຍໄດ້ຈາກພາສີຂອງຍີ່ປຸ່ນໃນສົກປີງົບປະມານ 2022-2023 ຊຶ່ງສິ້ນສຸດເມື່ອເດືອນມີນາຜ່ານມາ ມີທ່າອ່ຽງສູງທີ່ສຸດເປັນປະຫວັດສາດຕິດຕໍ່ກັນເປັນປີທີ 3 ແລະ ອາດຈະສູງເຖິງລະດັບ 70 ລ້ານໆເຢນເປັນຄັ້ງທຳອິດ. ບົດລາຍງານລະບຸວ່າ ລາຍໄດ້ຈາກພາສີຂອງສົກປີງົບປະມານ 2022-2023 (ເດືອນເມສາ 2022 – ມີນາ 2023) ເພີ່ມຂຶ້ນ 8,1% ຈາກສົກປີກ່ອນໜ້າ ຢູ່ທີ່
ອັດຕາເງິນເຟີ້ ຕວັກກີ ຫຼຸດລົງຕ່ຳກວ່າ 40%
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ມິຖຸນາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຂອງ ຕວັກກີ ໄດ້ເປີດເຜີຍບົດລາຍງານອັດຕາເງິນເຟີ້ຂອງປະເທດປະຈຳເດືອນພຶດສະພາຜ່ານມາ ຢູ່ທີ່ລະດັບ 39,6% ເມື່ອທຽບກັບໄລຍະເວລາດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນພຽງ 0,04% ເມື່ອທຽບກັບສະຖິຕິຂອງເດືອນເມສາ ຖືວ່າເປັນລະດັບທີ່ຄົງຕົວ ແລະ ເປັນຄັ້ງທຳອິດໃນຮອບ 16 ເດືອນທີ່ສະຖິຕິເງິນເຟີ້ຂອງຕວັກກີມີລະດັບຕ່ຳກວ່າ 40%. ສະຖິຕິດັ່ງກ່າວໄດ້ຮັບການເປີດເຜີຍ ຫຼັງຈາກທ່ານ ເຣເຊບ










