ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ໃນວັນທີ 29 ສິງຫາ 2023 ໄດ້ວາງມາດມາດຕະການໃນການແກ້ໄຂໄພເງິນເຟີ້ ໃນນັ້ນ ໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດຄືດັ່ງນີ້: 1) ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະ ຈໍາກັດການເພີ່ມຂຶ້ນ ຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງ
ທຸລະກິດ & ເສດຖະກິດ
ສູນສະຖິຕິແຫ່ງຊາດ ເຜີຍ! ອັດຕາເງິນເຟີ້ ໃນລາວ ເດືອນສິງຫາ ຢູ່ທີ່ 25,9%.
ສູນສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ໃນເດືອນສິງຫາ 2023 ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນສິງຫາ 2023 ຢູ່ໃນລະດັບ 195,10 ຊຶ່ງເພີ່ມຂຶ້ນຈາກ 154,99 ໃນເດືອນສິງຫາ 2022 ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນສິງຫານີ້ ຢູ່ໃນລະດັບ 25,9% (ເດືອນກໍລະກົດ ຢູ່ໃນລະດັບ 27,8%). ເມື່ອທຽບລາຄາສິນຄ້າ ແລະ
ສາຂາທະນາຄານທຸລະກິດຕ່າງປະເທດສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ
ທະນາຄານແຫ່ງ ສປປ ລາວ ສໍານັກງານປົກປ້ອງເງິນຝາກ ແຈ້ງການເຖິງ ຜູ້ຝາກເງິນ ທີ່ຝາກເງິນໄວ້ນໍາທະນາຄານທຸລະກິດທີ່ເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ເຊິ່ງສາຂາທະນາຄານທຸລະກິດຕ່າງປະເທດຈໍານວນໜຶ່ງຈະສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ. ໃນວັນທີ 21 ສິງຫາ 2023 ສໍານັກງານປົກປ້ອງເງິນຝາກ ໄດ້ອອກໜັງສືແຈ້ງ ເພື່ອຢັ້ງຢືນກ່ຽວກັບການ ສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ໃຫ້ສາຂາທະນາຄານທຸລະກິດຕ່າງປະເທດ ຈໍານວນ 4 ແຫ່ງ ທີ່ໄດ້ຍຸບເລີກກິດຈະການດ້ວຍຄວາມສະໝັກໃຈ. ເນື່ອງຈາກ ສໍານັກງານໃຫຍ່ຂອງບັນດາສາຂາທະນາຄານທຸລະກິດດັ່ງກ່າວ ໄດ້ມີການປັບປຸງຍຸດທະສາດໃນການດໍາເນີນທຸລະກິດ ຊຶ່ງມີຄື:
ການຊື້-ຂາຍພະລັງງານໄຟຟ້າໃນໄລຍະ 6 ເດືອນຕົ້ນປີ 2023
ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນ ໃນວັນ 8 ສິງຫາ 2023 ໂດຍການເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ທ່ານ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 7 ປີ 2023 ບັນລຸໄດ້ 1.025 ລ້ານໂດລາ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2023 ບັນລຸໄດ້ ປະມານ 1.025 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 429 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 595 ລ້ານໂດລາສະຫະລັດ
ໃນ 6 ເດືອນຜ່ານມາ, ນະຄອນຫລວງວຽງຈັນ ສໍາເລັດການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ 481 ບ້ານ
ໃນບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານໄລຍະກາງສະ ໄໝຂອງແຜນການ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງນະຄອນຫຼວງວຽງຈັນ ທີ່ ທ່ານ ພູຂົງ ບັນນາວົງ,
ອັດຕາເງິນເຟີ້ ສປປ ລາວ ເດືອນ ກໍລະກົດ 2023 ຫຼຸດລົງຢູ່ທີ່ 27.8% ຫຼຸດຈາກເດືອນ ມິຖຸນາ -0.8%
ສະພາບອັດຕາເງິນເຟີ້ ໃນເດືອນກໍລະກົດ 2023, ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ ແຕ່ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ. ດັດຊະນີ ລາຄາສິນຄ້າໂດຍລວມຂອງເດືອນກໍລະກົດ ຢູ່ໃນລະດັບ 190,15 ເຊິ່ງເພີ່ມຂຶ້ນຈາກ 1975 ໃນເດືອນກໍລະກົດ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນກໍລະກົດນີ້ ຢູ່ໃນລະດັບ 27,8% (ເດືອນ ມິຖຸນາ 2023 ຢູ່ໃນລະດັບ 28,6%).
ສຳຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ-ສຳປະທານແຫຼ່ງທ່ອງທ່ຽວໄຫຫີນ
ເມື່ອບໍ່ດົນມານີ້, ແຂວງຊຽງຂວາງ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາ ສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ-ສຳປະທານ ແຫຼ່ງທ່ອງທ່ຽວໄຫຫີນໃນເຂດ 2 ເຂດ 3 ຢູ່ທົ່ງໄຫຫີນ ບ້ານອ່າງ, ບ້ານນາໂອ ເມືອງແປກ ແລະ ທົ່ງໄຫຫີນ 2 ແລະ 3 ຢູ່ບ້ານນາໂຄ ແລະ ບ້ານຊຽງດີ ເມືອງຜາໄຊ
ວຽດນາມ ກຽມນໍາເຂົ້າຖ່ານຫີນຈໍານວນ 20 ລ້ານໂຕນຈາກລາວ
ສສ ຫວຽດນາມ ກຽມນໍາເຂົ້າຖ່ານຫີນຈໍານວນ 20 ລ້ານໂຕນ ໃນແຕ່ລະປີ ຈາກ ສປປ ລາວ ໃນໄລຍະເວລາ 5 ປີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ສະພາບການພາຍໃນປະເທດຂອງຫວຽດນາມ ພ້ອມທັງຊຸກຍູ້ການສົ່ງອອກຖ່ານຫີນ ຂອງ ສປປ ລາວ. ອີງຕາມການລາຍງານຂອງແຫຼ່ງຂ່າວ ທີ່ ສສ ຫວຽດນາມ ໃນວັນທີ
ເຜີຍແຜ່ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ
ທະນາຄານແຫ່ງ ສປປ ລາວ ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ໃຫ້ກັບບັນດາທະນາຄານທຸລະກິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຸ້ມຄອງເງິນຕາຕ່າງປະເທດ, ທັງເປັນການຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບ 15/ ສພຊ, ລົງວັນທີ 7 ກໍລະກົດ 2022 ໃຫ້ເຂັ້ມງວດ ໂດຍສະເພາະ










