ເຜີຍແຜ່ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ

ທະນາຄານແຫ່ງ ສປປ ລາວ ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ໃຫ້ກັບບັນດາທະນາຄານທຸລະກິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຸ້ມຄອງເງິນຕາຕ່າງປະເທດ, ທັງເປັນການຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບ 15/ ສພຊ, ລົງວັນທີ 7 ກໍລະກົດ 2022 ໃຫ້ເຂັ້ມງວດ ໂດຍສະເພາະ ການຄອບຄອງ ແລະ ນຳໃຊ້ເງິນຕາຕ່າງປະເທດ, ການຕິດຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ, ການບໍລິການ, ລາຍຮັບຂອງຜູ້ອອກແຮງງານ, ການລົງທຶນໂດຍກົງຂອງຕ່າງປະເທດຢູ່ລາວ, ການລາຍງາຍກ່ຽວກັບເງິນຝາກຢູ່ຕ່າງປະເທດ ແລະ ການບໍລິການແລກປ່ຽນເງິນຕາ.

ໂອກາດນີ້, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ຄຳສັ່ງສະບັບດັ່ງກ່າວ ແນໃສ່ຈັດຕັ້ງປະຕິດບັດວຽກງານ ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບຫລາຍຂຶ້ນ, ແກ້ໄຂບັນຫາອັດຕາແລກປ່ຽນ, ເງິນເຟີ້ ແລະ ເສດຖະກິດ ເຊິ່ງບັນຫາດັ່ງກ່າວ, ໄດ້ສົ່ງຜົນກະທົບຕໍ່ ການດຳລົງຊີວິດການເປັນຢູ່ຂອງ ພໍ່-ແມ່ປະຊາຊົນ. ສະນັ້ນ ທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດ ຈະຕ້ອງພ້ອມກັນແກ້ໄຂ ບັນຫາດັ່ງກ່າວໃຫ້ດີຂຶ້ນໂດຍໄວ ເພື່ອເຮັດແນວໃດໃຫ້ລະບົບທະນາຄານ ມີກຳລັງແຮງໃນການດັດສົມເງິນຕາ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການໄດ້ຢ່າງພຽງພໍ ຈະສາມາດແກ້ໄຂ ບັນຫາອັດຕາແລກປ່ຽນ, ເງິນເຟີ້ ກັບຄືນສູ່ສະພາບປົກກະຕິ.

ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023 ເຊິ່ງເນື້ອໃນຄຳສັ່ງດັ່ງກ່າວ ໄດ້ກຳນົດການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ເຊິ່ງການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ມອບໃຫ້ທະນາຄານແຫ່ງ ສປປ ລາວ ອອກນິຕິກຳກ່ຽວກັບການຄອບຄອງເງິນຕາຕ່າງປະເທດ ໃນຮູບແບບເງິນຝາກ ເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດ ລະດົມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີພູມລຳເນົາຢູ່ ສປປ ລາວ ໃຫ້ນໍາເງິນຕາຕ່າງປະເທດ ຝາກໄວ້ນຳທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ເພື່ອຮັບປະກັນຄວາມປອດໄພ ແລະ ສອດຄ່ອງກັບກົດໝາຍ; ບຸກຄົນ, ນິຕິບຸກຄົນສາມາດຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດ ຕາມຈຳນວນທີ່ທະນາຄານແຫ່ງ ສປປ ລາວ ກໍານົດໃນແຕ່ລະໄລຍະ; ກໍລະນີ ບຸກຄົນ, ນິຕິບຸກຄົນ ທີ່ຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດເກີນຈຳນວນທີ່ກຳນົດ ແລະ ບໍ່ສາມາດຢັ້ງຢືນແຫລ່ງທີ່ມາໄດ້ຢ່າງຊັດເຈນ ຖືວ່າເງິນດັ່ງກ່າວ ບໍ່ຖືກຕ້ອງຕາມກົດໝາຍ; ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແມ່ນມອບໃຫ້ ທະນາຄານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດ ໂດຍປັບປຸງລະບົບການຊຳລະພາຍໃນປະເທດ ໃນຮູບແບບເອເລັກໂຕນິກ ທີ່ເປັນເງິນຕາຕ່າງປະເທດໃຫ້ມີຂອບເຂດຈະແຈ້ງ, ມອບໃຫ້ກະຊວງການເງິນ ປະຕິບັດການເກັບລາຍຮັບ ແລະ ພັນທະງົບປະມານອື່ນໆ ເປັນເງິນກີບ, ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມ ແລະ ກວດກາ ການກຳນົດລາຄາ, ການຊຳລະ ແລະ ຮັບຊຳລະ ລວມທັງການຊື້ຂາຍ, ຄ່າບໍລິການ ເປັນເງິນກີບ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄຸ້ມຄອງການຊື້-ຂາຍສິດນຳໃຊ້ທີ່ດິນ, ສິ່ງປຸກສ້າງເປັນເງິນກີບ, ກະຊວງໂຍທາທິການ ແລະ ຂົນສົ່ງ ກວດກາການຮັບເໝົາກໍ່ສ້າງ, ຄ່າຂົນສົ່ງທາງບົກ, ທາງນຳ ແລະ ທາງອາກາດ ເປັນເງິນກີບ, ກະຊວງສຶກສາທິການ ແລະ ກິລາ ຕິດຕາມຄ່າບໍລິການດ້ານການສຶກສາ ຕ້ອງໃຊ້ເປັນເງິນກີບ, ນອກຈາກນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງຕິດຕາມການຄິດໄລ່ເງິນເດືອນ ຫລື ຄ່າແຮງງານເປັນເງິນກີບ. ນອກຈາກນີ້, ຍັງມອບໃຫ້ກະຊວງອື່ນໆ ຈັດຕັ້ງປະຕິບັດໃນການຕິດຕາມ, ກວດກາ ວຽກງານທີ່ຕິດພັນກັບຂະແໜງການຕົນເອງ.

ຄຳສັ່ງສະບັບນີ້, ໄດ້ກຳນົດການຕິດຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ; ການຕິດຕາມກະແສເງິນ ຕິດພັນກັບລາຍຮັບຂອງຜູ້ອອກແຮງ; ການຕິດຕາມກະແສເງິນ ຕິດພັນກັບການລົງທຶນໂດຍກົງຂອງຕ່າງປະເທດຢູ່ ສປປ ລາວ; ການລາຍງານກ່ຽວກັບເງິນຝາກຢູ່ຕ່າງປະເທດ, ການບໍລິການແລກປ່ຽນເງິນຕາ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ຂັນໄຊ

error: Content is protected !!