ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ
ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ

ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດ ຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິ ຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫລາຍປີ.ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ

ອ່ານເພີ່ມ...

ຄາດວ່າ ແຮງງານລາວຢູ່ຕ່າງປະເທດ ຈະສົ່ງເງິນກັບ 4.5 ລ້ານກວ່າໂດລາຕໍ່ເດືອນ

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດ

ອ່ານເພີ່ມ...

ລັດຖະບານວາງຍຸດທະສາດ ຮອດປີ 202ໃຫ້ມີການນຳໃຊ້ລົດໄຟຟ້າ ຢ່າງໜ້ອຍ 1%

ປັດຈຸບັນ, ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງຍຸດທະສາດ ແລະ ຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2025 ໃຫ້ມີການນຳໃຊ້ລົດໄຟຟ້າຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ ຕາມຕົວເລກປະມານ 20,000 ຄັນ ໃນຂອບເຂດທົ່ວປະເທດ. ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

ອ່ານເພີ່ມ...

Money gram ຍັງສືບຕໍ່ບໍລິການໃຫ້ປະຊາຊົນສາມາດຖອນເງິນໄດ້ຕາມປົກກະຕິຄືຜ່ານມາ

ໃນວັນ 15 ມິຖຸນາ ຜ່ານມາ ທ່ານ ນາງ ຂັນແກ້ວ ຫ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ຮູ້ກ່ຽວກັບວຽກງານການຄຸ້ມຄອງເງິນຕາຕ່າງປະເທດຕໍ່ສື່ມວນຊົນທີີ່ຫ້ອງປະຊຸມ ທຫລ ຊຶ່ງມີເນື້ອໃນດັ່ງນີ້: ວຽກງານໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ. ໃນເງື່ອນໄຂທີີ່ ສປປ ລາວ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ –

ອ່ານເພີ່ມ...

ລັດຖະບານ ຈະເລັ່ງຈັດສັນນ້ຳມັນສະໜອງການຜະລິດກະສິກຳ ໃຫ້ທັນລະດູການ

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ໃນຫລາຍບັນຫາສຳຄັນ

ອ່ານເພີ່ມ...

ກະຊວງການເງິນ ກຳລັງເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ

ປັດຈຸບັນ, ຂະແໜງການເງິນ ກຳລັງເລັ່ງຄົ້ນຄວ້າກົນໄກ ແລະ ມາດຕະການເພີ່ມເຕີມ ເພື່ອແກ້ໄຂບັນຫາການຮົ່ວໄຫລຂອງງົບປະມານໃຫ້ຫລຸດລົງ ໂດຍໄວ ເນື່ອງຈາກບັນຫາດັ່ງກ່າວເກີດສຽງສະທ້ອນເຖິງຄວາມເປັນຫວ່ງຈາກສະມາຊິກສະພາແຫ່ງຊາດ ກໍຄື ສັງຄົມຫລາຍສົມຄວນ. ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ

ອ່ານເພີ່ມ...

ບັນຫານໍ້າມັນ ຈະໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ ສະພາບປົກກະຕິ ເລີ່ມແຕ່ ວັນທີ 20 ມິຖຸນາ ນີ້ ເປັນຕົ້ນໄປ

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນພາກບ່າຍວັນທີ 15 ມິຖຸນາ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໂດຍສະ ເພາະບັນຫາຂໍ້ຫຍຸ້ງຍາກກ່ຽວກັບນໍ້າມັນ ໂດຍທ່ານໄດ້ຢືນຢັນວ່າ: ລັດຖະບານ ໄດ້ຕົກລົງອະນຸມັດສິນເຊື່ອໃຫ້ ບໍລິສັດນໍ້າມັນເຊື້ອໄຟລາວ ຈໍານວນ

ອ່ານເພີ່ມ...

ລາວ ປັບຄ່າແຮງງານຂັ້ນຕໍ່າ ຈາກ 1,100,000 ລ້ານກີບ ມາເປັນ 1,300,000 ລ້ານກີບ

ລາວ ປັບຄ່າແຮງງານຂັ້ນຕໍ່າ ຈາກ 1,100,000 ລ້ານກີບ ມາເປັນ 1,300,000 ລ້ານກີບ ເພີ່ມ 100,000 ວັນທີ 1 ສິງຫາ 2022 ແລະ ເພີ່ມອີກ 100,000 ວັນທີ 1 ພຶດສະພາ 2023 ລາຍລະອຽດດັ່ງລຸ່ມນີ້:

ອ່ານເພີ່ມ...

ສະຖານີລົດໄຟ ກາສີ ເປີດດຳເນີນການຂົນສົ່ງສິນຄ້າ

ຂໍ້ມູນຈາກ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສະຖານີລົດໄຟກາສີ ໄດ້ເປີດດຳເນີນການຂົນສົ່ງສິນຄ້າຢ່າງເປັນທາງການ ໃນວັນທີ 13 ມິຖຸນາ 2022 ຜ່ານມາ ເຊິ່ງເປັນສະຖານີແຫ່ງທີ 6 ຂອງທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫລວງພະບາງ ແລະ ສະຖານີນາເຕີຍ. ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ 3

ອ່ານເພີ່ມ...
error: Content is protected !!