ຄຳມ່ວນ ທົບທວນວຽກ ອະນຸລັກ-ຄຸ້ມຄອງພູຄັນນາເຮືອນອານານິຄົມ ແລະ ຮ່ອງຮອຍສົງຄາມທຳລາຍ

ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມທົບທວນຄືນວຽກງານອະນຸລັກ, ຄຸ້ມຄອງພູຄັນນາ, ເຮືອນອານານິຄົມ ແລະ ຮ່ອງຮອຍສົງຄາມທຳລາຍ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ ວັນທີ 7 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ,

ອ່ານເພີ່ມ...

ປະຊາຊົນ 341 ຄອບຄົວ ໄດ້ຮັບເງິນ ຊົດເຊີຍຜົນກະທົບ ຈາກເຂື່ອນໄຟຟ້າ ນໍ້າຄານ 3

ແຫລ່ງຂ່າວຈາກ ແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 6 ກັນຍາ ນີ້, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເງິນຊົດເຊີຍຜົນກະທົບດ້ານຜົນລະປູກຈາກການກໍ່ສ້າງເຂື່ອນໄຟຟ້າ ນໍ້າຄານ 3 ໃຫ້ປະຊາຊົນ 341 ຄອບຄົວ ຢູ່ເມືອງຊຽງເງິນ ໂດຍມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ,

ອ່ານເພີ່ມ...

ເກີດອຸບັດເຫດ ລົດຂົນສົ່ງນໍ້າກ້ອນ​ ປີ້ນທັບລົດຈັກນັກຮຽນ​ ເສຍຊີວິດ​ຄາ​ທີ່​ 2 ຄົນ

ຕອນເຊົ້າຂອງວັນທີ 8 ກັນຍາ​ 2022 ເກີດອຸບັດເຫດ ລົດຂົນສົ່ງນໍ້າກ້ອນ​ ປີ້ນທັບລົດຈັກນັກຮຽນ ພ້ອມຄົນຂັບ ແລະ ຄົນຊ້ອນ ຢູ່ເສັ້ນທາງເລກ10, ບ້ານ​ ໂນນສະອາດ, ເມືອງ​ ໄຊທານີ,​ ນະຄອນຫຼວງ​ ວຽງຈັນ ເຮັດໃຫ້ເດັກນ້ອຍນັກຮຽນ ​ເສຍຊີວິດ​ຄາ​ທີ່​ 2 ຄົນ. ຮູບພາບ: K shop,

ອ່ານເພີ່ມ...

ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະກໍ່ສ້າງສຳເລັດ ທ້າຍປີ 2022 ນີ້

ສະໜາມບິນສາກົນບໍ່ແກ້ວ (BOKEO INTERNATIONAL AIRPORT) ຕັ້ງຢູ່ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ຢູ່ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ເຊິ່ງເປັນສະໜາມບິນລະດັບ 4C ຄວາມຍາວຂອງທາງແລ່ນແມ່ນມີຄວາມຍາວ 2,500 ແມັດ, ກວ້າງ 60 ແມັດ, ເຊິ່ງຍົນ BOEING 737-900ER ແລະ ຍົນຊະນິດອື່ນໆສາມາດຂຶ້ນ ແລະ

ອ່ານເພີ່ມ...

ເພີ່ມທະວີ ແກ້ໄຂບັນຫາ ໝາກປຸ່ມເປົ້າທີ່ມີແກັສຫົວ ໃນສະຖານທີ່ບັນເທີງ

ໃນໄລຍະຕົ້ນປີ 2022 ມານີ້, ຫມາກປຸມເປົ້າ ຫຼື ແກັສຫົວ ຫຼື ເອີ້ນອີກຢ່າງ ກໍຄື ປຸມເປົ້າທີ່ມີທາດນາຍ ໂຕຣອ໋ອກຊາຍ ກາຍເປັນສິ່ງທີ່ນິຍົມຂອງນັກທ່ອງທ່ຽວ ໂດຍສະເພາະໄວຫນຸ່ມໃນຍາມກາງຄືນ, ເຊິ່ງຈະມັກ ພົບເຫັນຢູ່ຕາມທຸລະກິດບັນເທີງ ເຊັ່ນ: ຮ້ານອາຫານ, ຮ້ານກິນດື່ມ, ພັບ ແລະ ບາຕ່າງໆໃນຂອບເຂດທົ່ວ ປະເທດ; ເຊິ່ງທຸລະກິດເຫຼົ່ານັ້ນ ໄດ້ຂາຍຫມາກປຸມເປົ້າທີ່ບັນຈຸແກັສຫົວນີ້ຢ່າງແຜ່ຫຼາຍ

ອ່ານເພີ່ມ...

ປກສ ຫຼວງພະບາງ ຢຶດຢາເສບຕິດໄດ້ 2 ໂຕ່ນກວ່າ ຈັບເປົ້າໝາຍໄດ້ 2 ຄົນ

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ຍຶດຢາເສບຕິດໄດ້ ຈໍານວນ 67 ເປົາ ນໍ້າໜັກ 2,175 ກິໂລກຣາມ ພ້ອມກັກຕົວຜູ້ຖືກຫາໄດ້ 02 ຄົນ. ໃນວັນທີ 18 ສິງຫາ ປີ 2022 ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ

ອ່ານເພີ່ມ...

ຢາເສບຕິດ ຍັງເປັນປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ

ຢາເສບຕິດແມ່ນປະກົດການຫຍໍ້ທໍ້ທາງສັງຄົມ ທີ່ລັດຖະບານຕ້ອງໄດ້ແກ້ໄຂຢ່າງເລັ່ງດ່ວນ ແລະ ຈິງຈັງ, ຢາເສບຕິດມີອັນຕະລາຍຮ້າຍແຮງ, ເປັນໄພຂົ່ມຂູ່ການພັດທະນາເສດຖະກິດ-ສັງຄົມ,ການເມືອງ ແລະ ຄວາມໝັ້ນຄົງປອດໄພຂອງສັງຄົມ ຊຶ່ງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ເລ່ຫຼ່ຽມກົນອຸບາຍຂອງພວກຄົນບໍ່ດີນັບມື້ເລິກແລບແນບນຽນ ແລະ ຂະຫຍາຍເປັນວົງກວ້າງເຮັດໃຫ້ມີຜູ້ຕິດຢາເສບຕິດປະເພດຕ່າງໆເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ໄດ້ກາຍເປັນໜໍ່ແໜງ ແລະ ເປັນສາເຫດຕົ້ນຕໍຂອງການເກີດຄວາມຮຸນແຮງ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນໄພອັນຕະລາຍ ແລະ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນລາວ ແລະ ກຳລັງສົ່ງຜົນກະທົບໂດຍກົງຕໍ່ການພັັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ, ເບື່ອເມົາຊາວໜຸ່ມ,

ອ່ານເພີ່ມ...

ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: “ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ” ຂຶ້ນໃນວັນທີ 6 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ

ອ່ານເພີ່ມ...

ສ.ເກົາຫລີ ໄດ້ຮັບຄວາມເສຍຫາຍ ຈາກພາຍຸຫີນໜາມໝໍ່ຢ່າງໜັກ

ຕາມ​ຂ່າວ​ຈາກ​ ເຊ​ອຸນ, ສ.​ເກົາຫລີ ສັ່ງ​ຍົກຍ້າຍ ປະຊາຊົນ 3,463 ຄົນ ອອກ​ຈາກ ​ພື້ນ​ທີ່ ປະສົບ​ໄພ ສ່ວນ​ໃຫຍ່ ທາງ​ພາກ​ໃຕ້ ​ຂອງ​ປະ​ເທດ ​ເຮັດ​ໃຫ້ ​ຕ້ອງ​ຍົກ​ເລີກ ​ຖ້ຽວ​ບິນ​ ຫລາຍ​ຮ້ອຍ​ຖ້ຽວ, ສັ່ງ​ໂຈະ​ກິດຈະກຳ​ ທາງ​ທຸລະ​ກິດ ຊົ່ວຄາວ ​ແລະ ຢຸດ​ການ​ຮຽນ​ການ​ສອນ​ໃນ​ໂຮງຮຽນ ​ເພື່ອ​ຄວາມ​ປອດ​ໄພ ຈາກ​ນັ້ນ

ອ່ານເພີ່ມ...

ໜີບໍ່ພົ້ນ! ໃຊ້ລົດບັນທຸກ 6 ລໍ້ ຂົນກັນຊາອັດແທ່ງ 1,600 ກິໂລກຼາມ

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 06 ກັນຍາ 2022 ນີ້, ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປົກກະຕິ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍ ຜ່ານການກວດກາພົບເຫັນ ລົດບັນທຸກ 06 ລໍ້, ຍີ່ຫໍ້ ສະກັດໂຊເວີ ສີ ແດງ

ອ່ານເພີ່ມ...
error: Content is protected !!