ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍການຂົນສົ່ງໂດຍສານຜ່ານທາງລົດໄຟ, ຮັບປະກັນຜູ້ໂດຍສານໄດ້ຮັບສິດ ແລະ ຜົນປະໂຫຍດຕາມກົດຫມາຍ, ເສັ້ນທາງລົດໄຟ ລາວ-ຈີນ, ຂໍແຈ້ງການວ່ານັບແຕ່ວັນທີ 13 ກັນຍາ 2022 ຈະເລີ່ມປະຕິບັດການ ໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ. ເງື່ອນໄຂທີ່ກ່ຽວຂ້ອງ 1. ໃນເວລາຊື້ປີຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານບັດປະຈໍາຕົວ ຫຼື ສະບັບສໍາເນົາທີ່ ມີຜົນນໍາໃຊ້ຂອງຜູ້ທີ່ຈະຂື້ນນັ່ງລົດໄຟ, ລວມທັງບັດປະຈໍາຕົວປະຊາຊົນລາວ,ສໍາມະໂນຄົວ, ຫນັງສືຜ່ານແດນ ແລະ ຫນັງສືຜ່ານແດນສໍາລັບຄົນຕ່າງປະເທດ. 2. ໃນເວລາເຂົ້າສະຖານີເພື່ອຂື້ນລົດໄຟ,
Author: admin
ຍັງຕ້ອງລະມັດລະວັງ! ເສັ້ນທາງເປ່ເພ ຢູ່ລະຫວ່າງບ້ານເມືອງ ວັ້ນ – ນາຮີດ ແລະ ບ້ານ ຫາດກູ້ ເມືອງ ແອດ
ໃນວັນທີ 12/9/2022 ນີ້, ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ຫົວພັນ ຜູ້ຊີ້ນຳວຽກງານເສດຖະກິດພ້ອມດ້ວຍທິມງານ ຫົວໜ້າພະແນກ ຍທຂ ແຂວງ, ການນຳເມືອງແອດ ແລະ ຫ້ອງການ ຍທຂ ເມືອງ ແອດ ແຂວງ ຫົວພັນ ໄດ້ລົງກວດກາຜົນກະທົບຈາກໄພພິບັດ ເຮັດໃຫ້ເສັ້ນທາງເປ່ເພ ຢູ່ລະຫວ່າງບ້ານເມືອງ ວັ້ນ
ລັດຖະມົນຕີ ສສກ ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ໜັງສື ຢ່າງທົ່ວເຖິງ
ໃນອາທິດຜ່ານມາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນຄວາມໝາຍສໍາຄັນຂອງ ວັນທີ 8 ກັນຍາຂອງທຸກປີ ຊຶ່ງແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ໂດຍປີນີ້ຄົບຮອບ 57 ປີ ໂດຍເນັ້ນໃຫ້ຄົນທັງຫລາຍໄດ້ຮຽນຮູ້ໜັງສືໃຫ້ຫລາຍຂຶ້ນ, ຫລຸດພົ້ນຈາກຄວາມບໍ່ຮູ້ໜັງສື, ສາມາດອ່ານອອກ ຂຽນເປັນ ຈົບການສຶກສາພາກບັງຄັບ ແລະ ສາມາດນໍາໃຊ້ຄວາມຮູ້ໄປສູ່ການປະຕິບັດຕົວຈິງ
ໂບ ວັນວິສາ ນາມເສນາ ຄວ້າມຸງກຸດ Miss Teen Laos 2022
ເຊິ່ງການປະກວດຜ່ານໄປແລ້ວໃນຄໍ່າຄືນວັນທີ 11 ກັນຍາ 2022 ຜ່ານມາ ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫຼວງ ວຽງຈັນ. Miss Teen Laos ຄົນໃໝ່ໄດ້ແກ່ ໂບ ວັນວິສາ ນາມເສນາ ຜູ້ຄວ້າມຸງກຸດ ດວງດາວແຫ່ງຍຸກສະໃໝ ຫຼື Miss Teen Laos ມີສທີນລາວ 2022,
ເຈົ້າໜ້າທີ່ພາສີຂົວມິດຕະພາບ I ຍຶດອາວຸດເສິກ ແລະ ຢາສູບໄຟຟ້າ 600 ກອກ
ໃນວັນທີ 11 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີດ່ານພາສີສາກົນຂົວມິດຕະພາບ I ທີ່ຂຶ້ນກັບພາສີ ປະຈໍານະຄອນຫຼວງ ວຽງຈັນ ຢຶດອາວຸດເສີກ (ປະເພດປືນຍາວ) ໄດ້ຈໍານວນ 01 ກະບອກ ແລະ ຢາສູບໄຟຟ້າຈໍານວນ 600 ກອກ, ພ້ອມທັງໄດ້ດຳເນີນການມອບ-ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕຳຫຼວດນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ. ຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ໃນວັນທີ
ທີມຊາດ ລາວ ສູ້ບໍ່ໄຫວ ເສຍໃຫ້ ທີມຊາດ ຍີ່ປຸ່ນ 0-4
ການແຂ່ງຂັນບານເຕະ AFC U20 ຮອບຄັດເລືອກ ກຸ່ມ C ລົງແຂ່ງຂັນໃນເວລາ 19:30 ຂອງວັນທີ 12 ກັນຍາ 2022 ທີ່ສະໜາມກິລາຫຼັກ 16 ຈາກຜົນການແຂ່ງຂັນທີມຊາດ ລາວ ຕ້ານຄວາມແຂງແກ່ນຂອງ ທີມຊາດ ຍີ່ປຸ່ນ ບໍ່ໄຫວເສຍ 0-4.
6 ເດືອນຕົ້ນປີນີ້ ຜົ້ງສາລີ ພັດທະນາໂຄງລ່າງພື້ນຖານຂະຫຍາຍຕົວຫຼາຍດ້ານ
ເພື່ອປະຕິບັດຄາດໝາຍຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ (2020-2025) ໃຫ້ປະສົບຜົນສໍາເລັດ, ແຂວງຜົ້ງສາລີ ໄດ້ຕັ້ງໜ້າພັດທະນາໂຄງລ່າງພື້ນຖານຂະຫຍາຍຕົວຫຼາຍດ້ານ. ໃນ 6 ເດືອນຕົ້ນປີນີ້, ດ້ານການຄົມມະນາຄົມ ແຂວງໄດ້ປັບປຸງຍົກລະດັບບັນດາເສັ້ນທາງສາຍຫຼັກທີ່ເຊື່ອມຕໍ່ກັບຕ່າງແຂວງ ແລະ ຕ່າງປະເທດ ທຽວໄດ້ທັງສອງລະດູ; ກໍ່ສ້າງ-ສ້ອມແປງເສັ້ນທາງຊົນນະບົດໃຫ້ສາມາດສັນຈອນໄປມາ ແລະ ຂົນສົ່ງສິນຄ້າໄດ້ຈໍານວນໜຶ່ງ. ຈັດຜັງບ້ານໃຫຍ່ ແລະ ຜັງຕົວເມືອງນ້ອຍໃນຊົນນະບົດໄດ້ຫຼາຍສິບບ້ານ. ມາຮອດປັດຈຸບັນ ທົ່ວແຂວງຜົ້ງສາລີ
ສຳມະນາ “ທິດທາງການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ລາວ
ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ສປປ ລາວ ແລະ ບົດຮຽນຂອງ ສປ ຈີນ” ຂຶ້ນໃນວັນທີ 12 ກັນຍາ ນີ້ ທີ່ຫ້ອງປະຊຸມສະພາວິທະຍາສາດດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໂດຍມີ
ຫາລືແຜນຄຸ້ມຄອງ-ກວດກາສິ່ງແວດລ້ອມໂຄງການຂຸດຄົ້ນ ແລະ ສົ່ງຫີນອ່ອນມາໂບ
ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງຫລວງພະບາງ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການຂຸດຄົ້ນ ແລະ ສົ່ງຫີນອ່ອນມາໂບ ເຂດບ້ານແດນສະຫວ່າງນະຄອນຫລວງພະບາງ ເພື່ອພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນເຂົ້າໃນການກະກຽມ ວຽກງານຂອງໂຄງການ ເປັນຕົ້ນ ບັນຫາດ້ານສິ່ງແວດລ້ອມ, ວຽກງານຮອບດ້ານຂອງດ້ານວິຊາການ, ໝາກຜົນຂອງໂຄງການ, ການໃຊ້ແຮງງານທ້ອງຖິ່ນ, ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອໃຫ້ເປັນເອກະພາບກັນ ກ່ອນນໍາເດີນງານຂອງໂຄງການ
ວັນທີ 12 ເດືອນກັນຍາ 2022 ນີ້ ສະຖານີລົດໄຟ ນະຄອນຫຼວງ ວຽງຈັນ ຈະເລີ່ມທົດລອງການເກັບຄ່າຈອດຍານພາຫະນະ
ວັນທີ 11 ກັນຍາ 2022 ນີ້ ບໍລິສັດທາງລົດໄຟ ລາວນະຄອນຫຼວງ ວຽງຈັນ -ຈີນ ຈໍາກັດ ແຈ້ງວ່າ: ການຄຸ້ມຄອງ ແລະ ຈັດສັນການບໍລິຫານຈອດລົດ (ຮັບ-ສົ່ງຜູ້ໂດຍສານ) ໃຫ້ທຸກທ່ານອຸ່ນໃຈໃນຄວາມປອດໄພ ແລະ ສາມາດຈອດລົດຄ້າງຄືນໄດ້ໂດຍບໍ່ຕ້ອງເປັນຫ່ວງຕໍ່ໄປທຸກທ່ານຈະບໍ່ຕ້ອງເປັນຫ່ວງທີ່ຈະຈອດລົດທັງຊົ່ວຄາວ ແລະ ຄ້າງຄືນຢູ່ໜ້າສະຖານີລົດໄຟນະຄອນຫຼວງວຽງຈັນອີກຕໍ່ໄປ, ເພາະບໍລິສັດ Boten Frontier Services










