UN ຮຽກຮ້ອງໃຫ້ທົ່ວໂລກມີຄວາມສາມັກຄີແບບພະຫຸພາຄີ ເພື່ອຜ່ານຜ່າວິກິດ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກັນຍາທີ່ຜ່ານມານີ້, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ (UN) ໄດ້ກ່າວໃນຖະແຫຼງການເປີດເວທີການອະທິປາຍທົ່ວໄປຂອງກອງປະຊຸມສະມັດຊາສະຫະປະຊາຊາດ (UNGA) ສະໄໝສາມັນຄັ້ງທີ 77 ວ່າ ວິກິດການຫຼາຍຢ່າງທີ່ໂລກກຳລັງປະເຊີນຢູ່ໃນປັດຈຸບັນມີຄວາມຮຸນແຮງເພີ່ມຂຶ້ນຢ່າງຕໍ່ເນື່ອງສົ່ງຜົນໃຫ້ຂະບວນການຂັບເຄື່ອນທັງໝົດຕົກຢູ່ໃນອັນຕະລາຍ ແລະ ເປັນອຳມະພາດ. ທ່ານ ກູເຕີເຣສ ກ່າວວ່າ ຈຸດຢືນດ້ານພູມສາດການເມືອງຂອງແຕ່ລະປະເທດມີການແບ່ງແຍກຢ່າງຊັດເຈນຫຼາຍຂຶ້ນ ມີຜົນກະທົບຢ່າງໜັກຕໍ່ການເຮັດວຽກຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກົດໝາຍສາກົນ

ອ່ານເພີ່ມ...

ຜົນການຄົ້ນຄວ້າລະບຸວ່າ ທົ່ວໂລກມີມົດຢ່າງໜ້ອຍ 20,000 ລ້ານໆໂຕ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກັນຍາທີ່ຜ່ານມານີ້, ວາລະສານການດຳເນີນງານຂອງສະພາວິທະຍາສາດແຫ່ງຊາດ (PNAS) ໄດ້ເປີດເຜີຍຜົນການສຶກສາຄົ້ນຄ້ວາສະບັບຫຼ້າສຸດລະບຸວ່າ ທົ່ວໂລກມີມົດຢ່າງໜ້ອຍ 20,000 ລ້ານໆໂຕ ເຖິງແມ່ນວ່າໂຕເລກທີ່ໜ້າກັງວົນໃຈຂອງການມີປະຊາກອນແມງໄມ້ທັງໝົດ ຊຶ່ງເປັນສ່ວນສຳຄັນຂອງລະບົບນິເວດທົ່ວໂລກຍັງມີທ່າອ່ຽງທີ່ຈະຕ່ຳກວ່າຈຳນວນທີ່ແນ່ນອນຫຼາຍ. ໂດຍການລະບຸຈຳນວນປະຊາກອນມົດທົ່ວໂລກມີຄວາມສຳຄັນຕໍ່ການວັດແທກຜົນທີ່ຕາມມາຂອງການປ່ຽນທີ່ຢູ່ອາໄສຂອງພວກມັນ ຊຶ່ງລວມໄປເຖິງຜົນກະທົບຈາກການປ່ຽນແປງສະພາບອາກາດດ້ວຍ. ເຖິງແມ່ນວ່າຜົນການຄົ້ນຄ້ວາບາງສະບັບຈະພະຍາຍາມປະເມີນປະຊາກອນມົດທົ່ວໂລກແລ້ວ ແຕ່ຜົນລັບທີ່ໄດ້ນັ້ນມີຈຳນວນໜ້ອຍກວ່າ 20.000 ລ້ານໆໂຕ ຊຶ່ງສຳລັບຄວາມພະຍາຍາມຄັ້ງໃໝ່ນີ້ທີ່ໄດ້ຮັບການເຜີຍແຜ່ລົງໃນວາລະສານ PNAS ໂດຍກຸ່ມນັກວິໄຈໄດ້ວິເຄາະຜົນການສຶກສາຄົ້ນຄ້ວາເຖິງ 465 ສະບັບ ຊຶ່ງວັດແທກຈຳນວນມົດໃນພື້ນທີ່.

ອ່ານເພີ່ມ...

ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ເລັ່ງແກ້ໄຂວິກິດການ ດ້ານການຮຽນ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ໄດ້ສໍາເລັດ ການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ເພື່ອປຶກສາຫາລື

ອ່ານເພີ່ມ...

ລາຄາສິນຄ້າເພີ່ມ​ຂຶ້ນ​ສູງ ເຮັດໃຫ້ການຟື້ນຕົວເສດຖະກິດຂອງ ລາວ ຊ້າລົງ

ທະນາຄານ​ພັດທະນາ ເອເຊຍ (ADB) ​ໄດ້​ອອກ​ບົດ​ລາຍ​ງານ ລະ​ບຸ​ວ່າ: ການ​ຟື້ນ​ຕົວທາງດ້ານ​ເສດຖະກິດ​ຂອງ​ ສປປ ລາວ ຄາດ​ວ່າ​ຈະ​ຊ້າ​ກວ່າ​ທີ່ໄດ້ຄາດ​ຄະ​ເນໄວ້​ໃນ​ ເດືອນ ເມສາ 2022, ເນື່ອງ​ຈາກ​ບັນ​ຫາ​ການ​ສະໜອງ ​ແລະ ລາຄາ​ສິນຄ້າ​ທີ່​ເພີ່ມ​ສູງຂຶ້ນ ​ເຊິ່ງໄດ້​ເຮັດ​ໃຫ້​​ສ້າງຄວາມ​ກົດ​ດັນ​ໃຫ້​ແກ່​ອັດ​ຕາເງິນ​ເຟີ້​ເພີ່ມ​ຂຶ້ນ. ບົດລາຍງານການຄາດ​ຄະ​ເນ​ການ​ພັດ​ທະ​ນາຂອງ​ອາ​ຊີ 2022 ສະບັບປັບປຸງ, ໄດ້ປັບ​ຫຼຸດ​ອັດຕາການ​ຄາດ​ຄະ​ເນ​ການ​ເຕີບ​ໂຕໂດຍລວມ ​ຂອງ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (ຈີດີພີ) ໃນ​ປີ 2022

ອ່ານເພີ່ມ...

UN ເຕືອນ ການສຶກສາທົ່ວໂລກຈະກາຍເປັນໂຕແບ່ງແຍກຄັ້ງໃຫຍ່

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກັນຍາ, ທ່ານ ອັນໂຕນິໂອ ກູເຕີເຣສ (António Guterres) ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ (UN) ກ່າວເຕືອນວ່າ ການສຶກສາທີ່ບໍ່ເທົ່າທຽມ ສາມາດແບ່ງໂລກອອກໄດ້ຢ່າງວ່ອງໄວ ແລະ ຕ້ອງການຮັກສາການພັດທະນາໃນວາລະກອງປະຊຸມກ່ອນກອງປະຊຸມຂອງການທູດ ຊຶ່ງເນັ້ນໄປທີ່ວິກິດຕ່າງໆທົ່ວໂລກ. ທ່ານ ກູເຕີເຣສ ໄດ້ຮຽກຮ້ອງໃຫ້ມີກອງປະຊຸມສຸດຍອດວາລະພິເສດດ້ານການສຶກສາໜຶ່ງວັນກ່ອນທີ່ບັນດາຜູ້ນຳໂລກຈະຮ່ວມປະຊຸມໃນກອງປະຊຸມສະມັດຊາສະຫະປະຊາຊາດ (UNGA) ສະໄໝສາມັນ ຊຶ່ງທ່ານກ່າວວ່າ ການສຶກສາຢູ່ໃນພາວະວິກິດແທນທີ່ຈະເປັນໂຕເປີດທາງທີ່ດີມັນກັບກາຍເປັນການແບ່ງແຍກຄັ້ງໃຫຍ່ຢ່າງວ່ອງໄວ.

ອ່ານເພີ່ມ...

ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່

ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ

ອ່ານເພີ່ມ...

ໃຊ້ຈົກຄາດຕະກຳເມຍ ຍ້ອນເສບຢາບ້າ ຈົນປະສາດຫຼອນ 

ຊາຍໄວ 40 ປີ ເສບຢາບ້າຫຼາຍ ເຮັດໃຫ້ປະສາດຫຼອນ ກໍ່ເຫດໃຊ້ຈົກຕີຫົວເມຍຕົນເອງ 3 ບາດ ສົ່ງຜົນເຮັດໃຫ້ເສຍຊີວິດຄາທີ່, ເຫດການດັ່ງກ່າວນີ້ເກີດຂຶ້ນໃນເວລາ 11:00 ໂມງ ຂອງວັນທີ 11 ກັນຍາ 2022, ທີ່ບ້ານ ນາເກືອ, ເມືອງ ຊໍາໃຕ້. ແຂວງ ຫົວພັນ. ເຈົ້າຫນ້າທີ່ ປກສ

ອ່ານເພີ່ມ...

ດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ເກັບລາຍຮັບໄດ້ 503 ຕື້ກວ່າກີບ

ຕາມການລາຍງານຈາກ ທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ໃຫ້ຮູ້ວ່າ: ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ສົກປີ 2022 ແມ່ນຈະໃຫ້ໄດ້ທັງໝົດ 796 ຕື້ກີບ ໃນນັ້ນ, ຈະໃຫ້ໄດ້ຈາກດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ 215 ຕື້ກີບ, ແຕ່ມາໃນໄລຍະ 8

ອ່ານເພີ່ມ...

ສະພາບລົດ ຈາກເຫດການລົດຮຸ່ນໄດ ທີ່ຖືກນ້ຳພັດໄຫຼ ທີ່ ເມືອງ ຫຼາ, ເເຂວງ ອຸດົມໄຊ

ເມືອງ ຫຼາ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອີກຄັ້ງເມື່ອມີຝົນຕົກໜັກຕໍ່ເນື່ອງ ປະມານເວລາ 7 ໂມງເຊົ້າຂອງ ວັນທີ 20 ກັນຍານີ້. ໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມຂາດ, ເສາະເຈື່ອນ ແລະ ດິນຖົມຢູ່ຫຼາຍຈຸດ ໂດຍສະເພາະແມ່ນເຂດທີ່ກຳລັງຟື້ນຟູຄືນຈາກເຫດການນ້ຳຖ້ວມທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊັບສິນ. ລັດ​ຖະ​ບານ​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ໃຫ້​ປະ​ຊາ​ຊົນ​ກັບ​ຄືນ​ສູ່​ຊີ​ວິດ​ປົກ​ກະ​ຕິ​ໂດຍ​ໄວ. ແລະດັ່ງນັ້ນຈຶ່ງມີການໂຄສະນາເຜີຍແຜ່ຫຼາຍຢ່າງກ່ຽວກັບອຸດສາຫະກໍາເກມ. ຂໍ້ມູນທີ່ຈໍາເປັນທັງຫມົດສໍາລັບຜູ້ເລີ່ມຕົ້ນສາມາດໄດ້ຮັບໂດຍການໄປຢ້ຽມຢາມເວັບໄຊທ໌ https://gamblinganswer.com/ ຈາກເຫດການໃນຄັ້ງນີ້ໄດ້ເຮັດໃຫ້ລົດ 6 ລໍ ຮຸ່ນໄດ ທະບຽນປ້າຍ

ອ່ານເພີ່ມ...
error: Content is protected !!