ຄວາມຄືບໜ້າ ໂຄງການສ້ອມແປງເສັ້ນທາງແຫ່ງຊາດ ເລກທີ 13 ໃຕ້

ຄວາມຄືບໜ້າ ໂຄງການສ້ອມແປງເສັ້ນທາງແຫ່ງຊາດ ເລກທີ 13 ໃຕ້ ໄລຍະທີ 2 ຄວາມຍາວ 79 ກມ (Km111+000-Km190+000) ແຂວງ ບໍລິຄຳໄຊ. Cr. Souphaphone Construction

ອ່ານເພີ່ມ...

ຫວຽດນາມ ເລີ່ມຂາດແຂນນໍ້າມັນເຊື້ອໄຟ!

ໃນວັນທີ 11 ຕຸລາ 2022 ນີ້ ປະຊາຊົນ ຫວຽດນາມ ໄດ້ພາກັນ ລຽນຄິວຖ້າໃສ່ນໍ້າມັນ  ເປັນຈໍານວນຫຼາຍ ໃນນະຄອນໂຮ່ຈີມິນ,  ປໍ້ານໍ້າມັນຫຼາຍແຫ່ງໃນນະຄອນໂຮ່ຈີມິນ, ກຳລັງຂາດແຄນນໍ້າມັນເຊື້ອໄຟ ເຮັດໃຫ້ຫຼາຍປໍ້າຕ້ອງໄດ້ກຳນົດ ລົດຈັກໃສ່ໄດ້ແຕ່ 20,000 ດົງ ຫຼື ປະມານ 14,000 ກີບ/ຄັນ. Cr. VNExpress Inter

ອ່ານເພີ່ມ...

ເຮືອລີສອດປາກນໍ້າຄານ ຄອງແຊ້ມເຈົ້າທ່າໃນບຸນຊ່ວງເຮືອ ທີ່ທ່າວັດຈັນ ປີ 2022

ເຮືອຣີສອດປາກນໍ້າຄານ ໄດ້ຄອງແຊ້ມເຈົ້າທ່າ ໃນງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2022, ໃນວັນທີ 11 ຕຸລາ 2022 ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາ ການຈັດງານບຸນອອກພັນສາ

ອ່ານເພີ່ມ...

ບຸນອອກພັນສາ ປີນີ້ ທົ່ວ ນວ ມີອຸບັດເຫດເກີດຂຶ້ນ 12 ກໍລະນີ ແລະ ເສຍຊີວິດ 1 ຄົນ

ຕາມຂໍ້ມູນຈາກ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ(ນວ)ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະວໍລະນາ ປະຈຳປີ 2022 ນີ້, ນັບແຕ່ວັນທີ 9-11 ຕຸລາ ທົ່ວນະຄອນຫລວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 12 ກໍລະນີ, ມີພາຫະນະເປ່ເພ 25 ຄັນ, ບາດເຈັບ 19 ຄົນ ໃນນັ້ນ, ບາດເຈັບເລັກນ້ອຍ 4

ອ່ານເພີ່ມ...

ເປີດນໍາໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ​ ນະຄອນຫຼວງ​ ວຽງຈັນ

ພິທີເປີດນຳໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງວຽງຈັນ (CCC) ພ້ອມທັງກະກຽມເປີດນຳໃຊ້ເບີໂທສຸກເສີນ 1195 ໃນໄວໆນີ້ ແລະ ກອງປະຊຸມລາຍງານວຽກງານໂຄງການຢຸດຕິການເພີ່ມຂຶ້ນຂອງຜູ້ເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການ ການແພດສຸກເສີນ ແລະ ມາດຕະຖານຄວາມປອດໄຟຕາມທ້ອງຖະໜົນ (SAFER) ໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້ ທີ່ໂຮງໝໍມິດຕະພາບ, ພາຍໃຕ້ການເປັນປະທານຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ,

ອ່ານເພີ່ມ...

ບຸນຊ່ວງເຮືອທີ່​ ເມືອງ​ ຂວາ​ ປີນີ້ຈັດຂຶ້ນຢ່າງຄຶກຄື້ນພາຍຫລັງໂຈະ 2 ປິ

ວັນທີ 11 ຕຸລາ 2022 ນີ້, ອົງການປົກຄອງເມືອງຂວາ ໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2022 ເຊິ່ງມີການນຳຂອງແຂວງເມືອງອ້ອມຂ້າງ ພ້ອມດ້ວຍມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.ທຸກປີພໍເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ປະຊາຊົນບັນດາເຜົ່າເມືອງຂວາ ທີ່ຢູ່ລຽບສາຍນ້ຳອູ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງເພື່ອສະແດງເຖິງພາລະກຳລັງຂອງນັກສີພາຍເຮືອຊ່ວງ, ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານພາຍໃນເມືອງ ພ້ອມທັງເປັນການບູຊາພະຍານາກຕາມຮີດຄອງປະເພນີ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືຶອງ ແລະ

ອ່ານເພີ່ມ...

ຈາກເຫດການເຮືອຊ່ວງສີພາຍເພດຍິງຫລົ້ມ ຢູ່ນໍ້າຮຸ່ງ ໄຊຍະບູລີ ມີຜູ້ສູນຫາຍ​1 ຄົນ

ຕາມການລາຍງານຂ່າວແຂວງ​ ໄຊຍະບູລີ​ ໃຫ້ຮູ້ວ່າ: ໃນຕອນແລງຂອງວັນທີ​10 ຕຸລາ​2022 ນີ້​ ເຮືອຂອງບ້ານລ້ອງປໍເກີດອຸບັດເຫດຫລົ້ມລົງແລວນໍ້າ ພາຍຫລັງເກີດເຫດສາມາດຊ່ວຍສີພາຍໄດ້​ ແຕ່ມີຜູ້ໄດ້ຮັບຜົນກະທົບ​3 ຄົນ, ສູນຫາຍ 1 ຄົນຍັງຊອກບໍ່ພົບ. fb: Tarnoy​Duangmanyເບີໜ່ວຍກູ້ຊີບໄຊຍະບູລີ: +355 568 61316

ອ່ານເພີ່ມ...

“ອາມາເຊຍ” ມະຫາທະວີບໃໝ່ຂອງໂລກໃນອະນາຄົດ

ຜົນການສຶກສາຂອງທີມນັກວິທະຍາສາດ ຈາກ ມະຫາວິທະຍາໄລ ເຄີທິນ (Curtin University) ແຫ່ງ ອອສເຕເລຍ ຊີ້ວ່າ: ໃນຊ່ວງເວລາປະມານ 280 ລ້ານປີນັບຈາກນີ້ ມະຫາສະໝຸດປາຊີຟິກ ຈະຫາຍໄປ ແລະ ຈະມີແຜນດິນໃຫຍ່ພຽງຜືນພຽງ ກໍ່ໂຕຂຶ້ນເທິງໂລກ ໂດຍມີທະເລຊາຍທີ່ກວ້າງໃຫຍ່ ແລະ ແຫ້ງແລ້ງທີ່ສຸດ ຢູ່ໃຈກາງ. ຜືນແຜ່ນດິນໃຫຍ່ດັງກ່າວ ຮຽກວ່າ ມະຫາທະວີບ

ອ່ານເພີ່ມ...

ຫຼວງພະບາງ ຈັດຂະບວນຂີ່ລົດຖີບ ເພື່ອປູກຈິດສຳນຶກ ຮັກສາສິ່ງແວດລ້ອມ

ອຳນາດການປົກຄອງ ແຂວງຫຼ ວງພະບາງ ຈັດຂະບວນຂີ່ລົດຖີບເພື່ອປູກ ຈິດສຳນຶກໃຫ້ທຸກຄົນ ໂດຍສະເພາະແມ່ນນັກທ່ອງທ່ຽວໄດ້ມີສ່ວນຮ່ວມໃນ ການປົກປັກຮັກສາສິ່ງແວດລ້ອມໃຫ້ຫລາຍຂຶ້ນ ໃນວັນທີ 7 ຕຸລາ ນີ້ ທີ່ເທສະບານແຂວງ ຫລວງພະບາງ ເປັນກຽດເຂົ້າຮ່ວມມີທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງ ຫຼວງພະບາງ, ຜູ້ຊີ້ນຳວຽກງານວັດທະນະທຳ -ສັງຄົມ, ທ່ານ ນາງ ກຽວທິຮັງຟຸກ ຫົວໜ້າສະຖານກົງສູນໃຫຍ່

ອ່ານເພີ່ມ...
error: Content is protected !!