ເຈົ້າໜ້າທີ່ຢຶດລົດ​ຍີ່ຫໍ້​ Landrover 1​ ຄັນ​ ນໍາເຂົ້າບໍ່ຖືກຕ້ອງ

ໃນເວລາ 13:00 ໂມງຂອງວັນທີ 19 ຕຸລາ 2022 ນີ້, ເຈົ້າໜ້າທີ່ຈຸດປະສານງານນາເຕີຍ (ແຂວງ ຫຼວງນໍ້າທາ), ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ, ຊຶ່ງອອກເຄື່ອນໄຫວວຽກວິຊາສະເພາະຕາມເສັ້ນທາງນ້ຳທາ-ນາເຕີຍ ເພື່ອຕິດຕາມ, ກວດກາລົດໃຫຍ່ປະເພດລົດຈິບ, ຍີ່ຫໍ້ Landrover ຈຳນວນ 01 ຄັນ. ຜ່ານການກວດກາຕົວຈິງເຫັນວ່າເປັນລົດນໍາເຂົ້າບໍ່ຖືກຕ້ອງ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ

ອ່ານເພີ່ມ...

ເທດສະການໝາກກ້ຽງຫວານ ນໍ້າບາກ ຈະຈັດຂຶ້ນໃນທ້າຍ ເດືອນ ຕຸລາ ນີ້

ເທດສະການໝາກກ້ຽງຫວານນໍ້າບາກ ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງ 28-29 ຕຸລາ 2022 ນີ້ ທີ່ບ້ານ ໂພນສະອາດ, ເມືອງ ນໍ້າບາກ, ແຂວງ ຫລວງພະບາງ ໂດຍຈະມີຫລາກຫລາຍກິດຈະກຳ ເປັນຕົ້ນ ວາງສະແດງໝາກກ້ຽງຫວານນ້ຳບາກ, ວາງແດງສິນຄ້າກະສິກຳ-ຫັດຖະກຳ ທີ່ເປັນເອກະລັກຂອງເມືອງ ເກືອບ 20 ບ້ານເຂົ້າຮ່ວມວາງສະແດງ ແລະ ກິດຈະກຳອື່ນໆ.

ອ່ານເພີ່ມ...

ບໍລິສັດລົດໄຟ ລາວ-ຈີນ ຝຶກຊ້ອມຮັບມື ເຫດການສຸກເສີນ

ໃນວັນທີ 18 ຕຸລາ 2022 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ດຳເນີນການຝຶກຊ້ອມຮັບມືສຸກເສີນ ເພື່ອທົດສອບການເບກ ແລະ ຕ້ານການເລື່ອນຂອງລົດໄຟ EMU ເມື່ອຕ້ອງຈອດກະ ທັນຫັນ ຢູ່ທາງຄ້ອຍຊັນ, ພ້ອມທັງ ຝຶກອົບຮົມຄວາມສາມາດຮັບມືສຸກເສີນ ໃນການອົບພະຍົບຜູ້ໂດຍສານ ຫາກມີເຫດການໄຟໄໝ້ ໃນອຸໂມງທາງຍາວ ເພື່ອຮັບປະກັນວ່າ ຂັ້ນຕອນໃນການອົບພະຍົບ ໄດ້ຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ

ອ່ານເພີ່ມ...

ປ່ຽນຈາກສວນດອກໄມ້ໜ້າໂຮງຮຽນ ມາເປັນສວນຜັກ ທີ່ໂຮງຮຽນມໍຕົ້ນດອກເຜິ້ງ

ພາບ​ນ້ອງ​ນັກຮຽນ,​ ຄູອາຈານ​ ເກັບຜັກ ເຊິ່ງເປັນຜົນລະປູກຂອງໂຮງຮຽນມາໂຮມກັນ ເພື່ອຂາຍ ແລະ​ ນໍາໄປປຸງແຕ່ງອາຫານ ເອີ້ນໄດ້ວ່າເປັນແນວຄິດທີ່ດີ ໃນການຫັນສວນດອກໄມ້ທີ່ໜ້າໂຮງຮຽນ​ ໃຫ້​ ເປັນສວນຜັກ ເພື່ອໃຫ້ໄດ້ປະໂຫຍດທີ່ຫຼາຍກວ່າ,​ ເພາະດັ່ງທີ່ຮູ້ກັນ​ ປັດຈຸບັນພືດຜັກ ແລະ​ ເຄື່ອງບໍລິໂພກແມ່ນມີລາຄາເໜັງຕີງສູງຂຶ້ນ​ຫຼາຍ​ ຖ້າເຮົາປູກໄວ້ເພື່ອບໍລິໂພກ ຫຼື​ ເຫຼືອແລ້ວ​ ກໍສາມາດຂາຍສ້າງລາຍຮັບໄດ້.​ ຕາມຂໍ້ມູນ ໂຮງຮຽນມໍຕົ້ນດອກເຜິ້ງ ຢູ່ລະຫວ່າງກາງບ້ານດອກ​ເກດ​ ແລະ​

ອ່ານເພີ່ມ...

ສະຕາບັກຊ໌ ກຽມເປີດໂຕຮ້ານສາຂາທຳອິດໃນປະເທດລາວ ເດືອນພະຈິກນີ້

ສະຕາບັກຊ໌ ຈະມີການເປີດໂຕຮ້ານຢ່າງເປັນທາງການ ໃນວັນທີ 3 ພະຈິກ ທີ່ກໍາລັງຈະມາເຖິງນີ້ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ ເພື່ອໃຫ້ລູກຄ້າຊາວລາວໄດ້ສຳຜັດກັບປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ເປັນຄັ້ງທໍາອິດ. ເພື່ອເປັນການສະເຫຼີມສະຫຼອງການເປີດໂຕຂອງສະຕາບັກຊ໌, ສຳລັບລູກຄ້າ 300 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຈອກ ແລະ ຕຸກກະຕາໝີບາຣີສຕ້າສຸດພິເສດຟຣີທັນທີເມື່ອຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກສະຕາບັກຊ໌. ທ່ານສາມາດຕິດຕາມການເຄື່ອນໄຫວຂອງ ສະຕາບັກຊ໌ ລາວ

ອ່ານເພີ່ມ...

ກັກຜູ້ຕ້ອງຫາ 01 ຄົນ ພ້ອມຂອງກາງຈຳນວນຫຼາຍ!

ເວລາ 16:00 ໂມງ ຂອງວັນທີ 13 ຕຸລາ ທີ່ຜ່ານມາ, ທາງເຈົ້າໜ້າທີ່ຈຸດກວດກາວາລະແຫ່ງຊາດ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ຈະມີກຸ່ມແກ໋ງຂົນ-ສົ່ງຢາເສບຕິດ, ປະເພດຄັນຊາແທ່ງ ມາຈາກ ເມືອງ ວຽງທອງ ເເຂວງ ບໍລິຄຳໄຊ ໂດຍໃຊ້ເສັ້ນທາງຜ່ານ ເມືອງຄູນຄຳ ໃຊ້ພາຫະນະລົດວີໂກ ສີດຳ ໃນການຂົນສົ່ງ. ເມື່ອໄດ້ຮັບການລາຍງານຄືແນວນັ້ນ

ອ່ານເພີ່ມ...

ແຂວງ ຫຼວງພະບາງ ທຳລາຍຢາເສບຕິດຫຼາຍກວ່າ 90,000 ເມັດ

ວັນທີ 20 ຕຸລາ 2022 ນີ້ ທີ່ເດີ່ນກິລາໃນຮົ່ມແຂວງ ຫຼວງພະບາງ ໄດ້ຈັດພິທີ ຈູດ-ທໍາລາຍ ຢາເສບຕິດ ໂອກາດວັນຕ້ານຢາເສບຕິດແຫ່ງຊາດ ວັນທີ່ 12 ຕຸລາ ຄົບ ຮອບ 21 ປີ ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ

ອ່ານເພີ່ມ...

ແຂວງ ອັດຕະປື ມີຜູ້ຕິດຢາເສບຕິດ 890 ຄົນ

ໃນໄລຍະ 1 ປີຜ່ານມາ, ທາງເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ໄດ້ລົງເຄື່ອນໄຫວເກັບກໍາສະຖິຕິຜູ້ຕິດຢາເສບຕິດ ໄດ້ທັງໝົດ 890 ຄົນ ຍິງ 44 ຄົນ,ໃນນັ້ນ, ຫຼາຍກວ່າໝູ່ແມ່ນຢູ່ເມືອງໄຊເສດຖາ ມີຜູ້ຕິດຢາເສບຕິດເຖິງ 400 ຄົນ, ເມືອງພູວົງ 160 ຄົນ,ເມືອງສາມັກຄີໄຊ 126 ຄົນ, ເມືອງຊານໄຊ 144 ຄົນ

ອ່ານເພີ່ມ...

ສານອາຫານ ຕ້ານອະນຸມູນອິດສະຫຼະ

ສີຂອງໝາກໄມ້ ນອກຈາກຈະພາໃຫ້ຢາກກິນແລ້ວ ຍັງເປັນສາລະພັດເຄມີ ທີ່ພືດສ້າງຂຶ້ນ ເຊິ່ງຮຽກວ່າ ໄຟໂຕນິວທຣຽນ ທີ່ຈະມີສີ ແລະ ຄຸນປະໂຫຍດສະເພາະ ຕ່າງກັນໄປ. ມັນເປັນສານຕ້ານອະນຸມູນອິດສະຫຼະ ທີ່ພົບໄດ້ສະເພາະພືດເທົ່ານັ້ນ, ຊ່ວຍໃຫ້ຮ່າງກາຍເກີດຄວາມສົມດຸນ, ກຳຈັດສານພິດ, ຊ່ວຍໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍເຮັດວຽກຢ່າງມີປະສິດທິພາບ, ຄວບຄຸມການເຮັດວຽກຂອງຮໍໂມນ, ຊ່ວຍໃຫ້ຜິວພັນສົດໃສ ແລະ ສະໝອງປອດໂປ່ງ, ຕໍ່ຕ້ານການອັກເສບ, ຄວບຄຸມການຈະເລີນເຕີບໃຫຍ່ຂອງຈຸລັງ. ບັນດາສານອາຫານ ທີ່ຊ່ວຍຕ້ານອະນຸມູນອິດສະຫຼະ CHOROPHYLL

ອ່ານເພີ່ມ...

ກຳນົດແລ້ວ! ງານບຸນພຣະທາດຫຼວງ ວຽງຈັນ ປີນີ້ ຈະຈັດຂຶ້ນແຕ່ວັນທີ 4-8 ພະ​ຈິກ 2022

ວັນທີ 19 ຕຸລາ 2022 ຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການພຣະທາດຫຼວງ ວຽງຈັນ ປະຈໍາປີ 2022 ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມງານບຸນປະເພນີດັ່ງກ່າວທີ່ເດີນພຣະທາດຫຼວງ ວຽງຈັນ ໂດຍການຖະແຫຼງຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນະຄອນຫຼວງ ວຽງຈັນ (ນວ) ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ

ອ່ານເພີ່ມ...
error: Content is protected !!