ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ ລົງວັນທີ 5 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຢຶດ ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ. ໃນວັນທີ 21 ຕຸລາ 2022 ທີ່ສາງເກັບມ້ຽນຂອງກາງ ຄະດີຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຊັນບົດບັນທຶກມອບ-ຮັບຊັບສິນທີ່ສານຕັດສິນຮິບເປັນຂອງລັດ (ສະເພາະຢູ່ນະຄອນຫຼວງວຽງຈັນ) ທີ່ຢູ່ໃນການຄຸ້ມຄອງຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ເພື່ອນໍາໄປຂຶ້ນບັນຊີເປັນຂອງລັດ ແລະ ມອບເງິນເຂົ້າງົບປະມານຂອງລັດຕາມກົດໝາຍ ແລະ ລະບຽບການ ຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າເຊັນບັດບັນທຶກຮັບຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໂດຍຊ້ອງໜ້າຄະນະກໍາມະການຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ ຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ພະແນກຍຸຕິທໍານະຄອນຫຼວງ​ ວຽງຈັນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຊັບສິນທີ່ສານຕັດສິນຮິບເປັນຂອງລັດມອບ-ຮັບໃນຄັ້ງນີ້ປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ ໄມ້ແປຮູບຈໍານວນ 92 ໂຕ ລົດໃຫຍ່ຈໍານວນ 12 ຄັນ ລົດຈັກຈໍານວນ 19 ຄັນ ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ ເງິນສົດ ໃນນີ້ ເງິນກີບຈຳນວນ 2,​103 ຕື້ກີບ ເງິນບາດໄທຈຳນວນ 698,​680 ບາດ ເງິນໂດລາສະຫະລັດ ຈຳນວນ 4.202 ໂດລາສະຫະລັດ ເງິນຢວນຈຳນວນ 50 ຢວນ ເງິນດົງ ຈຳນວນ 10,​000 ດົງ. ສຳລັບທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ ລົງວັນທີ 4 ມີນາ 2022 ຈະໄດ້ສືບຕໍ່ລົງກວດກາເກັບກໍາຂໍ້ມູນຊັບສິນທີ່ຮິບເປັນຂອງລັດຢູ່ບັນດາແຂວງ ເພື່ອນໍາເອົາຊັບສິນມາເຕົ້າໂຮມຂຶ້ນບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.

ຂໍ້ມູນນຳມາຈາກເພຈ ກະຊວງການເງິນ

error: Content is protected !!