ກໍາປູເຈຍ ຍົກເລີກການໃສ່ ຜ້າອັດປາກ-ດັງ ກາງແຈ້ງ ຫລັງອັດຕາການຮັບວັກຊີນເພີ່ມສູງຂຶ້ນ

ອ້າງຕາມແຫລ່ງຂ່າວ ຊິນຮວາ, ວັນທີ 26 ເມສາ ຜ່ານມາ, ທ່ານ ຮຸນແຊນ, ນາ ຍົກລັດ ຖະມົນຕີປະເທດ ກໍາປູເຈຍ ໄດ້ປະກາດຍົກເລີກ ຄໍາສັ່ງ ບັງຄັບໃສ່ ຜ້າອັດປາກ-ດັງ ໃນພຶ້ນທີ່ ສາທາລະນະ ແລະ ພື້ນທີ່ກາງແຈ້ງທົ່ວປະເທດ ໂດຍມີ ຜົນບັງຄັບໃຊ້ທັນທີ ຫລັງຈາກ ປະຊາຊົນ

ອ່ານເພີ່ມ...

ສະມາດໂຟນ 5 ຍີ່ຫໍ້ລາຍໃຫຍ່ທີ່ສຸດ ປະຈໍາໄຕມາດ 1 ປີ 2022

ເມື່ອພົ້ນເດືອນ ມີນາ ກໍນັບເປັນການເລີ່ມຕົ້ນໄຕມາດທີ 2 ຂອງປີ 2022 ໂດຍຕັ້ງແຕ່ເດືອນ ເມສາ ກໍຈະເລີ່ມມີລາຍງານທາງການເງິນ ແລະ ສະຫຼຸບຕົວເລກຕ່າງໆ ຂອງໄຕມາດທີ 1 ຂອງປີ 2022 ອອກມາ. ຫຼ້າສຸດ Canalys ບໍລິສັດຊັ້ນນໍາດ້ານການວິເຄາະຂໍ້ມູນດ້ານ ເທກໂນໂລຢີ ກໍໄດ້ວິເຄາະຂໍ້ມູນໄຕມາດທີ 1 ປີ 2022

ອ່ານເພີ່ມ...

ແຈ້ງເຕືອນ​! ກຽມຮັບມືຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໄລຍະ​ 29 ເມສາ ຫາ 02 ພຶດສະພາ

ວັນທີ​ 28​ ເມສາ​ 2022​ ນີ້​ ກົມອຸຕຸນິຍົມ ແລະ ອຸທົກກະສາດ​ ອອກແຈ້ງເຕືອນຝົນຕົກໜັກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໃນໄລຍະວັນທີ 29 ເມສາ ຫາ 02 ພຶດສະພາ 2022​ ເນື່ອງຈາກວ່າຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກໍາລັງແຮງເພີ້ມຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ​ ແລະ ຈະມີຝົນຕົກໜັກຟ້າຮ້ອງ ຟ້າເຫຼື້ອມ

ອ່ານເພີ່ມ...

ຍີ່ປຸ່ນ ພັດທະນາຫຸ່ນຍົນປອກກ້ວຍ

ການປອກກ້ວຍ ອາດເປັນເລື່ອງງ່າຍໆ ສໍາລັບມະນຸດ, ແຕ່ລໍາລັບຫຸ່ນຍົນ ເປັນເລື່ອງທີ່ບໍ່ງ່າຍເລີຍ ເພາະຫຸ່ນຍົນອາດເຮັດໃຫ້ກ້ວຍເລະໄດ້ໃນຄັ້ງດຽວ. ແຕ່ຄວາມສໍາເລັດຂອງທີມວິໄຈຈາກ ມະຫາວິທະຍາໄລໂຕກຽວ ເຮັດໃຫ້ຫຸ່ນຍົນ 2 ແຂນ ສາມາດປອກກ້ວຍໄດ້ໂດຍບໍ່ເຮັດໃໃຫ້ກ້ວຍເລະ ແລະ ສາມາດນໍາມາໃຊ້ຊ່ວຍເຫຼືອຜູ້ທີ່ມີບັນຫາການໃຊ້ກ້າມຊີ້ນໄດ້ຕໍ່ໄປ. ເປັນຫຍັງການປອກກ້ວຍໄດ້ໂດຍບໍ່ເລະ ຈຶ່ງເປັນເລື່ອງສໍາຄັນ? ເພາະໃຜໆກໍປອກກ້ວຍໄດ້ທັງນັ້ນ ແຕ່ບໍ່ແມ່ນສິ່ງທີ່ຫຸ່ນຍົນຈະເຮັດໄດ້. ຜ່ານມາ ຫຸ່ນຍົນອາດຈະຊ່ວຍເລື່ອງຍາກໆ ໄດ້ສາລະພັດ ແຕ່ສໍາລັບການປອກກ້ວຍ ອາດເປັນເລື່ອງຍາກ ເນື່ອງຈາກກ້ວຍເປັນໝາກໄມ້ທີ່ອ່ອນນິ່ມ

ອ່ານເພີ່ມ...

ຫັນຟາມປູກຜັກໃຫ້ເປັນແຫລ່ງທ່ອງທ່ຽວ

ຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ເປັນເວລາຫລາຍປີ ໄດ້ສ້າງຜົນກະທົບຕໍ່ເສດຖະກິດຂອງພາກທຸລະກິດ ຈໍານວນຫລວງຫລາຍ ເພື່ອຊອກທາງອອກທີ່ເໝາະສົມ ຟາມອາໂກ ເມືອງ ປາກຊ່ອງ ,ແຂວງ ຈໍາປາສັກ ໄດ້ຫັນຈາກຟາມປູກຜັກ ໃຫ້ເປັນແຫລ່ງທ່ອງທ່ຽວເພື່ອສຸຂະພາບ ທີ່ໄດ້ຮັບຄວາມນິຍົມຈາກສັງຄົມຫລາຍ. ທ່ານ ຟອງມະນີ ອິນສີຊຽງໃໝ່ ຜູ້ບໍລິຫານບໍລິສັດ ຟາມອາໂກ ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ ໃຫ້ສໍາພາດວ່າ:

ອ່ານເພີ່ມ...

ສະຖານີລົດໄຟໂພນໂຮງ ເປີດດຳເນີນທຸລະກຳຂົນສົ່ງສິນຄ້າ ຢ່າງເປັນທາງການ

ບໍລິສັດລົດໄຟ ລາວ-ຈີນ ໄດ້ເປີດດຳເນີນທຸລະກຳ ຂົນສົ່ງສິນຄ້າສະຖານີໂພນໂຮງຢ່າງເປັນທາງການ ໃນວັນທີ 26 ເມສາ 2022 ນີ້, ສະຖານີ ໂພນໂຮງ ເປັນອີກໜຶ່ງສະຖານີ ທີ່ດຳເນີນການຂົນສົ່ງສິນຄ້າ ທີ່ສຳຄັນໃນພາກກາງຂອງ ລາວ ຮອງຈາກສະຖານີ ວຽງຈັນໃຕ້ ແລະ ສະຖານີ ວັງວຽງ ເຊິ່ງມີບົດບາດສໍາຄັນ ໃນການສົ່ງເສີມການສົ່ງອອກສິນຄ້າ ຂອງພາກກາງຂອງ ລາວ.

ອ່ານເພີ່ມ...

ຜູ້ນຳລາວ ຕ້ອນຮັບລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ

ໃນຕອນບ່າຍຂອງ ວັນທີ 28 ເມສານີ້ ຢູ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ

ອ່ານເພີ່ມ...

ຈັບຕົວສາມໜຸ່ມ! ຜູ້ກໍ່ເຫດຊິງຊັບ ດຶງໂທລະສັບ

ພົນລະເມືອງດີ ຈັບຕົວຜູ້ກໍ່ເຫດຊິງຊັບ ດຶງໂທລະສັບ ຂອງພົນລະເມືອງ ຢູ່ໜ້າຮ້ານ ມິນິມາກ ເຂດບ້ານ ສີວິໄລ,ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ຈໍານວນ 3 ຄົນ ໃນວັນທີ 24 ເມສາ 2022, ຫຼັງຈັບໄດ້ແລ້ວ ສນ 1191 ສະພັງເມີກ ໄດ້ນໍາຕົວພວກກ່ຽວມາທໍາການສອບສວນ ດໍາເນີນຄະດີ.

ອ່ານເພີ່ມ...

10 ລໍ້ໄຫລ ທັບຄົນເສຍຊີວິດ

ໃນເວລາ 9:00 ໂມງ ຂອງວັນທີ 27 ເມສາ 2022 ເກີດເຫດລົດ 10 ລໍ້ໄຫລ ທັບຄົນເສຍຊີວິດ 1 ຄົນ ທີ່ບ້ານ ນາໄຮ່, ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ. ຜູ້ເຫັນເຫດການ ເລົ່າວ່າ: ລົດ 10 ຄັນດັ່ງກ່າວ

ອ່ານເພີ່ມ...

ຫາລືການສົ່ງເສີມກາເຟລາວ ໃຫ້ເປັນໜຶ່ງປະເທດ ໜຶ່ງຜະລິດຕະພັນ

ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງ ວຽງຈັນ, ທ່ານ ເພັດ ພົມພິພັກ ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເພື່ອການປຶກສາຫາລື ກ່ຽວກັບສະພາບການເພີ່ມຂຶ້ນ ຂອງລາຄາສິນຄ້ານໍາເຂົ້າກະສິກໍາ ແລະ

ອ່ານເພີ່ມ...
error: Content is protected !!