ປັດຈຸບັນ ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ມີຄືບໜ້າໄດ້ 75% ແລ້ວ ໂດຍໄດ້ສຳເລັດ 3 ໜ້າວຽກຫລັກ ຄື: ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ(taxi way) ແລະ ລານຈອດ Apron; ພາຍຫລັງສຳເລັດການກໍ່ສ້າງຕ່າງໆແລ້ວ ຕາມແຜນຄາດວ່າຈະເປີດໃຫ້ບໍການການບິນພາຍໃນກ່ອນ ໃນເດືອນພະຈິກ 2022
Author: admin
Avatar 2 ມາແລ້ວ
ທວິດເຕີ T2BLive.com ໄດ້ເປີດເຜີຍພາບຂອງຮູບເງົາ Avatar ພາກ 2 ທີ່ມີຊື່ວ່າ “Avatar: The Way of Water’” ຊຶ່ງເປັນພາກຕໍ່ຈາກພາກທີ 1 ເມື່ອປີ 2009 ທີ່ ເຈມ ຄາເມຣອນ (James Cameron) ໃຊ້ເວລາໃນການພັດທະນາດົນເຖິງ 13 ປີ.
ເປີດໂຕສໍານັກພິມ ດີບຸກ (Dbook) ດີບຸກ ຄືຄັງສາງແຫ່ງປັນຍາ
ງານເປີດໂຕສໍານັກພິມ ດີບຸກ (Dbook) ໄດ້ຈັດຂຶ້ນ ໃນວັນທີ 30 ເມສາ 2022 ນີ້, ທີ່ສະໂມສອນ ສະຖາບັນຂົງຈື ມຊ, ໂດຍການເປັນ ປະທານຂອງ ທ່ານ ສົມໄໝ ພົມມະຈັນ ອໍານວຍການ ສໍານັກພິມ ດີບຸກ, ມີ ທ່ານ ນາງ ບຸນຊ່ອນ
ສ້າງຄວາມເຂັ້ມແຂງ ການດໍາເນີນຄະດີ ອາຊະຍາກໍາ ສັດປ່າ ຢູ່ ລາວ
ໃນລະຫວ່າງວັນທີ 26-28 ເມສາ 2022 ມານີ້ ທີ່ ໂຮງແຮມແມິດຕະພາບ, ແຂວງ ອຸດົມໄຊ ໄດ້ມີກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັກງານອົງການໄອຍະການປະຊາຊົນ ໃນການຮ່ວມມື ແລະ ການດໍາເນີນຄະດີອາຊະຍາກຳສັດປ່າ ໃນ ລາວ ໂດຍຮັບການສະໜັບສະໜູນ ແລະ ຕອບສະໜອງງົບປະມານ ຂອງໂຄງການອົງການອະນຸລັກສັດປ່າ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສາຍສະໄໝ ອາລຸນທອງ
ມາເລເຊຍ ເປີດປະເທດເຕັມຮູບແບບແລ້ວ!
ໃນວັນທີ 1 ພຶດສະພາ ທີ່ຜານມາ, ປະເທດ ມາເລເຊຍ ໄດ້ເປີດປະເທດແບບເຕັມຮູບແບບແລ້ວ! ໂດຍ ບໍ່ມີການກວດ PCR ກ່ອນເດີນທາງເຂົ້າປະເທດ, ເຂົ້າມາຮອດ ມາເລເຊຍ ບໍ່ມີການກວດ RTK ສໍາລັບ ນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າ ປະເທດ ມາເລເຊຍ ຕ້ອງໄດ້ສະແດງຫຼັກຖານການຮັບວັກຊີນຄົບໂດສ 14 ມື້ກ່ອນເດີນທາງ (ຍົກເວັ້ນສໍາລັບເດັກອາຍຸຕໍ່າກວ່າ
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 3 ພຶດສະພາ 2022
3 ພຶດສະພາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 153 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 141 ຄົນ ແລະ ຕິດເຊື້ອ ນຳເຂົ້າ 12 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນຫຼວງວຽງຈັນ 89 2 ອັດຕະປື 15
ເດັກນອນຫຼັບພຽງພໍ ຈະຮຽນຮູ້ໄດ້ດີ
ມະຫາວິທະຍາໄລ ເຊບຟິວ (University of Sheffield) ຂອງອັງກິດ ພົບຄວາມລັບຂອງເດັກນ້ອຍທີ່ເກີດໃໝ່ວ່າ ຈະຮຽນຮູ້ໄດ້ດີ ຖ້າໄດ້ນອນຫຼັບເປັນເວລາດົນ. ຈາກການທົດລອງກັບເດັກນ້ອຍ ທີ່ຫາກໍເກີດເມື່ອມີອາຍຸໄດ້ບໍ່ເກີນ 12 ເດືອນ ຈຳນວນ 216 ຄົນ ພົບວ່າ ຖ້າຫາກບໍ່ໄດ້ນອນດົນຈະເຮັດໃຫ້ຈື່ສິ່ງໃໝ່ໆໄດ້ຍາກ, ເດັກຈະຮຽນຮູ້ໄດ້ດີທີ່ສຸດ ກໍຕ້ອງແມ່ນຕອນກ່ອນນອນ ເຮັດໃຫ້ສຳນຶກເຖິງຄວາມສຳຄັນຂອງການອ່ານໜັງສື ຫຼື ເລົ່ານິທານກ່ອມເດັກ. ຜູ້ຊ່ຽວຊານຕ່າງກໍເຫັນວ່າ
ເມືອງ ໂພນໄຊ ຕ້ອງການທຶນພັດທະນາພື້ນຖານໂຄງລ່າງ ກ້າວຂຶ້ນເປັນເມືອງພົ້ນທຸກ ໃນອະນາຄົດ
ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມືອງ ໂພນໄຊ ເປັນໜຶ່ງໃນ 4 ເມືອງ ທຸກຍາກ ຂອງແຂວງ ຫລວງພະບາງ, ເປັນເມືອງຖານທີ່ໝັ້ນ ຂອງການປະຕິວັດໃນເມື່ອກ່ອນ, ປັດຈຸບັນ ພື້ນຖານໂຄງລ່າງຢູ່ແຕ່ລະບ້ານແມ່ນ ຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ ຍັງມີລັກສະນະປະຖົມປະຖານ, ພື້ນຖານການຜະລິດຂອງປະຊາຊົນຍັງອາໄສທຳມະຊາດເປັນສ່ວນໃຫຍ່, ອາຊີບຕົ້ນຕໍຂອງປະຊາຊົນແມ່ນ ຖືເອົາການປູກຝັງ ແລະ ລ້ຽງສັດກວມ 90%
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 2 ພຶດສະພາ 2022
2 ພຶດສະພາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 106 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 96 ຄົນ ແລະ ຕິດເຊື້ອ ນຳເຂົ້າ 10 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນຫຼວງວຽງຈັນ 52 9 ໄຊຍະບູລີ 5
ເຖິງເວລາແລ້ວ ທີ່ ລາວ ຕ້ອງເປີດປະເທດ ເປັນປົກກະຕິ
ໂດຍ: ມານະ ສຸດທິຈັກ, ປອ ເສດຖະສາດ ເພື່ອຄວາມຢຸ່ລອດ (ເພື່ອປົກປ້ອງສຸຂະພາບ, ຊີວິດ ແລະ ຜົນສະທ້ອນຕໍ່ຖານຄວາມໝັ້ນຄົງ ຂອງເສດຖະກິດ ແລະ ສັງຄົມ), ໃນປີ 2020 ລາວ ແລະ ປະເທດອື່ນໆ ໃນທົ່ວໂລກ ຕ້ອງໄດ້ປິດປະເທດ. ແຕ່ຫຼັງຈາກ 2 ປີ 1










