ເມື່ອບໍ່ດົນມານີ້, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ແລະ ແຄນນາດາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາທູດຕ່າງປະເທດ ປະມານ 50 ປະເທດ. ພິທີດັ່ງກ່າວແມ່ນຖືກຈັດຂຶ້ນ ແທນການຍື່ນສານດ້ວຍຕົນເອງ
Author: admin
ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາ ແຕ່ເງິນໂອນເຂົ້າຜ່ານລະບົບທະນາຄານມີພຽງແຕ່ 3,22 ຕື້ໂດລາ ເທົ່ານັ້ນ
ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເທົ່າທີ່ຄວນ ຊຶ່ງເຫັນໄດ້ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26.44 ຕື້ໂດລາ ແຕ່ໂອນເງິນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 21.78%, ໃນຂະນະທີ່ ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ
ອຸດົມໄຊ ສ້າງຂະບວນອອກແຮງງານ ຕ້ອນຮັບວັນສຳຄັນຂອງແຂວງ
ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ເມືອງ ໄຊ ໄດ້ນໍາພາພະນັກງານ-ລັດຖະກອນ ຈາກພາກສ່ວນຕ່າງໆ ອ້ອມຂ້າງແຂວງອຸດົມໄຊ ສ້າງຂະບວນການ ອອກແຮງງານ ລວມ ຢູ່ພາຍໃນເທສະບານ ແຂວງ ເພື່ອເປັນການຫ້າງຫາກະກຽມ ຂໍ່ານັບຮັບຕ້ອນ ການສະເຫລີມສະຫລອງ ວັນສຳຄັນຂອງແຂວງ ໂດຍສະເພາະ ວັນສ້າງຕັ້ງແຂວງອຸດົມໄຊ
ເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກນະຄອນຫຼວງ ວຽງຈັນ ຫາ ຫຼວງພະບາງ ໃນວັນທີ 1-3 ກໍລະກົດ 2022
ເຖິງຜູ້ໂດຍສານທຸກທ່ານ: ບໍລິສັດລົດໄຟ ລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານພາຍໃນ ແລະ ນັກທ່ອງທ່ຽວທີ່ມາທ່ຽວ ລາວ, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 1-3 ກໍລະກົດ, ລາຍລະອຽດມີດັ່ງນີ້: ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງ ວຽງຈັນ ເວລາ
ເຂົ້າໃຈງ່າຍໆ ກ່ຽວກັບອາການໄຂ້ເລືອດອອກ
ການສັງເກດຄວາມຜິດປົກກະຕິທີ່ເກີດຂຶ້ນ ເພື່ອຈະໄດ້ປ້ອງກັນ ຫຼື ປິ່ນປົວໄດ້ຢ່າງທ່ວງທັນກັບໂຣກໄຂ້ເລືອດອອກ ມີດັ່ງນີ້: ໄລຍະທີ 1: ໄລຍະໄຂ້ສູງ ຊຶ່ງໄຂ້ຈະສູງ 2-7 ວັນ ເຖິງວ່າຈະກິນຢາຫຼຸດໄຂ້ ແຕ່ໄຂ້ກໍຍັງບໍ່ຫຼຸດ, ມີອາການໜ້າແດງ, ຕາແດງ, ຊຶມ, ເບື່ອອາຫານ ແລະ ຮາກຮ່ວມນຳ. ສ່ວນຫຼາຍຈະບໍ່ມີອາການຕັນດັງ, ນຳ້ມູກໄຫຼ ຫຼື ໄອ ປະມານວັນທີ
ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງ ຄັ້ງທີ 2
ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29 ປີ, ນັກທຸລະກິດ ບ້ານ ສີສັງວອນ, ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ. ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ:
ຕະຫຼອດໄລຍະ 47 ປີມານີ້, ລາວ ໄດ້ກູ້ຢືມເງິນປະມານ 5 ຕື້ໂດລາ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງ
ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 47 ປີມານີ້, ປະເທດລາວ ໄດ້ກູ້ຢືມເງິນປະມານ 5 ຕື້ໂດລາ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງເປັນຕົ້ນແມ່ນການລົງທຶນໃສ່ການຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ໜີ້ສີນໃນປັດຈຸບັນ ທີ່ເປັນໂຕເລກເປີດເຜີຍຕໍ່ສາກົນແມ່ນຫຼາຍກວ່າ 10 ຕື້ໂດລາ, ບັນດາໜີ້ສິນທີ່ເກີດຂຶ້ນສະສົມມານີ້ ກໍມາຈາກຄວາມຈຳເປັນທີ່ຈະນຳມາພັດທະນາປະເທດຊາດ. ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
ບໍລິສັດທາງດ່ວນ ຈະເກັບ ຄ່າບໍລິການຜ່ານທາງດ່ວນ ຕາມອັດຕາແລກປ່ຽນເງີນກີບ/ໂດລາ ເລີ່ມວັນທີ 1 ກໍລະກົດ ເປັນຕົ້ນໄປ
ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນ ຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງິນກີບ ຕາມອັດຕາແລກປ່ຽນເງິນກີບ ກັບ ເງິນໂລາສະຫະລັດ ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປັດຈຸບັນ ການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງິນກີບ ກັບ ເງິນໂດລາສະຫະລັດ. ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາແລກປ່ຽນມີການເໜັງຕີງຫລາຍ
G7 ຈະລະດົມທຶນ 600 ຕື້ໂດລາສະຫະລັດ ຊ່ວຍບັນດາປະເທດທີ່ກຳລັງພັດທະນາ
ຕາມຂ່າວຈາກ ເຢຍລະມັນ, ວັນທີ 27 ມິຖຸນາ ນີ້, ບັນດາ ຜູ້ນຳ ກຸ່ມຈີ7 ໃຫ້ຄຳໝັ້ນສັນຍາ ຈະລະດົມທຶນ 600 ຕື້ໂດລາສະຫະລັດ ໃນກອງທຶນເອກະຊົນ ແລະ ລັດຖະບານ ໃນໄລຍະ 5 ປີຕໍ່ໜ້າ ເພື່ອເປັນທຶນສະໜັບສະໜູນ ພື້ນຖານໂຄງລ່າງທີ່ຈຳເປັນ ໃນປະເທດພວມພັດທະນາ ຫລັງຈາກເລີ່ມໂຄງການການຮ່ວມມືພື້ນຖານໂຄງລ່າງ ແລະ
ມາເລເຊຍ ເລັ່ງໃຫ້ການຊ່ວຍເຫລືອປະຊາຊົນຮັບມືກັບໄພເງິນເຟີ້
ອີງຕາມຂ່າວຈາກ ກົວລາລຳເປີ, ວັນທີ 26 ມິຖຸນານີ້, ມາເລເຊຍ ກຽມໃຊ້ງົບປະມານ ກ້ອນໃຫຍ່ທີ່ສຸດ ໃນປະຫວັດສາດ ໃນປີນີ້ 7.73 ຕື້ຣິງກິດ ທັງເງິນອຸດໜູນ ແລະ ເງິນສົດ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຈາກສິນຄ້າ ຂຶ້ນລາຄາ ແລະ ຊ່ວຍປະຊາຊົນຮັບມືກັບໄພເງິນເຟີ້ ຫລັງຈາກ ເງິນເຟີ້ ປະຈຳເດືອນ ພຶດສະພາ ເພີ່ມຂຶ້ນ
